ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ
 
ທະນາຄານເເຫ່ງ ສປປ ລາວ
ເລກທີ 323/ກຄງຕ
ກົມຄຸ້ມຄອງເງິນຕາຕ່າງປະເທດ
ນະຄອນຫຼວງວຽງຈັນ, ວັນທີ: 28 ສິງຫາ 2023
 
ບົດເເນະນໍາການຈັດຕັ້ງປະຕິບັດຂໍ້ຕົກລົງວ່າດ້ວຍການຄຸ້ມຄອງ
ເງິນຕາຕ່າງປະເທດກ່ຽວກັບການນໍາເຂົ້າ-ສົ່ງອອກສິນຄ້າ ແລະ ການບໍລິການ
 
- ອີງຕາມກົດໝາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ ສະບັບເລກທີ 15/ສພຊ, ລົງວັນທີ 7 ກໍລະກົດ 2022;
- ອີງຕາມຂໍ້ຕົກລົງວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມຄຸ້ມຄອງເງິນຕາຕ່າງປະເທດ ສະບັບເລກທີ 420/ທຫລ, ລົງວັນທີ 23 ພຶດສະພາ 2023;
- ອີງຕາມຂໍ້ຕົກລົງວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດກ່ຽວກັບການນໍາເຂົ່້າ-ສົ່ງອອກສິນຄ້າ ແລະ ການບໍລິການ ສະບັບເລກທີ 677/ທຫລ, ລົງວັນທີ 24 ກໍລະກົດ 2023.
 
ເພື່ອຜັນຂະຫຍາຍບາງມາດຕາຂອງຂໍ້ຕົກລົງວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດກ່ຽວກັບການນໍາເຂົ່້າ-ສົ່ງອອກສິນຄ້າ ເເລະ ການບໍລິການ (ສະບັບເລກທີ 677/ທຫລ, ລົງວັນທີ 24 ກໍລະກົດ 2023) ກ່ຽວກັບການເປີດ ຫຼື ຫັນເເລະ ການນໍາໃຊ້ບັນຊີເງິນຝາກກ່ຽວກັບການນໍາເຂົ້າ-ສົ່ງອອກ, ການຕິດຕາມການກວດ ເເລະ ລາຍງານການເຄື່ອນໄຫວຂອງບັນຊີຝາກດັ່ງກ່າວ ເພື່ອຮັບປະກັນການນໍາໃຊ້ບັນຊີເງິນຝາກໃຫ້ຖືກຕ້ອງຕາມວັດຖຸປະສົງ. ສະນັ້ນ, ກົມຄຸ້ມຄອງເງິນຕາຕ່າງປະເທດ (ກຄງຕ) ຈຶ່ງໄດ້ອອກບົດເເນະນໍາ ໃຫ້ບັນດາທະນາຄານທຸລະກິດ ເພື່ອປະຕິບັດ ດັ່ງນີ້:
 
1. ທະນາຄານທຸລະກິດ ມີໜ້າທີ່ເປີດ ຫຼື ຫັນບັນຊີເງິນຝາກເກົ່າມາເປັນ ບັນຊີເງິນຝາກກ່ຽວກັບການນໍາເຂົ້າ-ສົ່ງອອກໃນນາມວິສາຫະກິດ ປະເພດກະເເສລາຍວັນ ສະກຸນເງິນຕາຕ່າງປະເທດ ໂດຍອີງໃສ່ໜັງສືການລົງທະບຽນຜູ້ນໍາເຂົ້າ ເເລະ ສົ່ງອອກທີີ່ໄດ້ຮັບອະນຸຍາດຈາກ ກະຊວງອຸດສາຫະກໍາ ເເລະ ການຄ້າ, ໃບຢັ້ງຢືນການເເຈ້ງລົງທະບຽນຜູ້ນໍາເຂົ້າ ເເລະ ສົ່ງອອກສິນຄ້າ ເເລະ ການບໍລິການ ຈາກ ທະນາຄານເເຫ່ງ ສປປ ລາວ ເເລະ ເອກະສານອື່ນຕາມລະບຽບການຂອງທະນາຄານທຸລະກິດ; ສໍາລັບການກໍານົດເລກໝາຍບັນຊີເງິນຝາກກ່ຽວກັບການນໍາເຂົ້າ-ສົ່ງອອກ ເເມ່ນໃຫ້ອີງໃສ່ໜັງສືເເຈ້ງການຂອງ ກົມບັນຊີເເລະການເງິນ ສະບັບເລກທີ 0058/ກບງ, ລົງວັນທີ 08 ສິງຫາ 2023 (ສໍາລັບບັນຊີເງິນຝາກສະເພາະຂອງບໍລິສັດຂຸດຄົ້ນເເຮ່ທາດ ເພື່ອສົ່ງອອກເເບບທົດລອງ ຕາມເເຈ້ງການຂອງກົມນະໂຍບາຍເງິນຕາ ສະບັບເລກທີ 1120/ກນງ, ລົງວັນທີ 16 ກັນຍາ 2021 ກໍ່ໃຫ້ຫັນມານໍາໃຊ້ເລກໝາຍບັນຊີເງິນຝາກໃໝ່ທັງໝົດ);
2. ໃຫ້ທະນາຄານທຸລະກິດເປັນເຈົ້າການເເຈ້ງຫາລູກຄ້າຂອງຕົນທີ່່ເປັນບໍລິສັດນໍາເຂົ້າ-ສົ່ງອອກ ຊຶ່ງຍັງບໍ່ທັນໄດ້ລົງທະບຽນກັບ ກະຊວງອຸດສາຫະກໍາ ເເລະ ການຄ້າ ເເລະ ໄດ້ນໍາໃຊ້ບັນຊີເງິນຝາກອື່ນຮອງຮັບການຊໍາລະ-ຮັບຊໍາລະຄ່າສິນຄ້າ ເເລະ ການບໍລິການກັບຕ່າງປະເທດ ກ່ອນ ຂໍ້ຕົກລົງວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດກ່ຽວກັບການນໍາເຂົ້າ-ສົ່ງອອກສິນຄ້າ ເເລະ ການບໍລິການ (ສະບັບເລກທີ 677/ ທຫລ, ລົງວັນທີ 24 ກໍລະກົດ 2023) ເພື່ອເປີດ ຫຼື ຫັນບັນຊີເງິນຝາກເກົ່າມາເປັນບັນຊີເງິນຝາກກ່ຽວກັບການນໍາເຂົ້າ-ສົ່ງອອກ ພາຍໃນ 3 ເດືອນ ນັບຈາກບົດເເນະນໍາສະບັບນີ້. ທະນາຄານທຸລະກິດສາມາດໃຫ້ບໍລິການຊໍາລະ ເເລະ ຮັບຊໍາລະຄ່າສິນຄ້າເເລະ ການບໍລິການ ໃຫ້ເເກ່ລູກຄ້າຜູ້ນໍາເຂົ້າ-ສົ່ງອອກ ໂດຍນໍາໃຊ້ບັນຊີເງິນຝາກທີ່ມີຢູ່ໃນປັດຈຸບັນຈົນກວ່າຈະສໍາເລັດການເປີດ ຫຼື ຫັນບັນຊີເງິນຝາກເກົ່າມາເປັນ ບັນຊີເງິນຝາກກ່ຽວກັບການນໍາເຂົ້າ-ສົ່ງອອກ ເເຕ່ບໍ່ເກີນໄລຍະ 3 ເດືອນນັບເເຕ່ວັນອອກບົດເເນະນໍາສະບັບນີ້. ກໍລະນີ ບໍລິສັດມີພັນທະຜູກພັນກັບຄູ່ຄ້າຢູ່ຕ່າງປະເທດ ເເລະ ຈໍາເປັນທີ່ຕ້ອງນໍາໃຊ້ບັນຊີເງິນຝາກເກົ່າເກີນ 3 ເດືອນ ເເມ່ນໃຫ້ບໍລິສັດຂໍອະນຸຍາດນໍາ ກຄງຕ.
3. ການນໍາໃຊ້ບັນຊີເງິນຝາກກ່ຽວກັບການນໍາເຂົ້າ-ສົ່ງອອກ ສາມາດປະຕິບັດໄດ້ດັ່ງນີ້:
- ການນໍາໃຊ້ບັນຊີເງິນຝາກກັບຕ່າງປະເທດ: ເພື່ອຊໍາລະ ເເລະ ຮັບຊໍາລະຄ່າສິນຄ້າ ເເລະ ການບໍລິການກັບຕ່າງປະເທດເທົ່ານັ້ນ (ສໍາລັບການໂອນເງິນທຶນ, ໂອນກໍາໄລ, ເງິນກູ້ຢືມ, ເງິນປັນຜົນ ເເລະ ທຸລະກໍາອື່ນລະຫວ່າງປະເທດ ເເມ່ນອີງໃສ່ລະບຽບການທີ່ກ່ຽວຂ້ອງ);
- ການນໍາໃຊ້ບັນຊີເງິນຝາກພາຍໃນປະເທດ: ເເມ່ນສາມາດເຄື່ຶອນໄຫວຄືກັນກັບບັນຊີເງິນຝາກກະເເສລາຍວັນທົ່ວໄປ. ສໍາລັບເງື່ອນໄຂໃນການນໍາເນີນທຸລະກໍາເເມ່ນໃຫ້ປະຕິບັດຕາມລະບຽບການທີ່ກ່ຽວຂ້ອງ.  
4. ທະນາຄານທຸລະກິດ ຕ້ອງເປັນເຈົ້າການຕິດຕາມກວດກາການເປີດ ຫຼື ຫັນບັນຊີເງິນຝາກ, ຕິດຕາມການເຄື່ອນໄຫວບັນຊີເງິນຝາກຂອງຜູ້ນໍາເຂົ້າ-ສົ່ງອອກ ພ້ອມທັງລາຍງານໃຫ້ ກຄງຕ ຕາມລະບອບລາຍງານທີ່ລະບຸໄວ້ໃນຂໍ້ 4 ຂອງ ມາດຕາ 9 ຂອງຂໍ້ຕົກລົງວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດກ່ຽວກັບການນໍາເຂົ້າ-ສົ່ງອອກສິນຄ້າ ເເລະ ການບໍລິການ. ສະເພາະໃນໄລຍະ 3 ເດືອນ ພາຍຫຼັງນັບເເຕ່ອອກບົດເເນະນໍາສະບັບນີ້ ໃຫ້ທະນາຄານທຸລະກິດລາຍງານປະຈໍາອາທິດໃນທຸກໆວັນຈັນຂອງອາທິດຕໍ່ໄປ.
5. ສໍາລັບການຕິດຕາມການເຄື່ອນໄຫວບັນຊີເງິນຝາກຂອງຜູ້ນໍາເຂົ້າ-ສົ່ງອອກ ທະນາຄານທຸລະກິດຕ້ອງປະຕິບັດດັ່ງນີ້:
5.1 ການສົ່ງອອກ: ທະນາຄານທຸລະກິດ ຕ້ອງເປັນເຈົ້າການໃນການຕິດຕາມລາຍຮັບຈາກການສົ່ງອອກ ໂດຍການປະສານສົມທົບກັບລູກຄ້າຂອງຕົນທີ່ເປັນຜູ້ສົ່ງອອກ ເມື່ອມີທຸລະກໍາເງິນໂອນເຂົ້າບັນຊີເງິນຝາກດັ່ງກ່າວຂອງລູກຄ້າ ທຸກຄັ້ງ ເພື່ອຮຽກເກັບເອກະສານຕາມກໍານົດໃນມາດຕາ 11 ຂອງຂໍ້ຕົກລົງວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດກ່ຽວກັບການນໍາເຂົ້າ-ສົ່ງອອກສິນຄ້າ ເເລະ ການບໍລິການ. ພ້ອມນີ້,ທະນາຄານທຸລະກິດຕ້ອງກວດກາ ເເລະ ສົມທຽບຈໍານວນເງິນໂອນເຂົ້າບັນຊີເງິນຝາກຂອງຜູ້ສົ່ງອອກ ກັບມູນຄ່າເເຈ້ງພາສີສົ່ງອອກ (ກຄງຕ ຈະສະໜອງໃຫ້ໃນເເຕ່ລະໄລຍະ) ພ້ອມທັງລາຍງານມາຍັງ ກຄງຕ ທຸກໆວັນຈັນຂອງອາທິດຕໍ່ໄປ ໃນໄລຍະລໍຖ້າການພັດທະນາມີລະບົບຂໍ້ມູນຕິດຕາມໃນມໍ່ໆນີ້.
5.2 ການນໍາເຂົ້າ:  ທະນາຄານທຸຸລະກິດ ຕ້ອງເປັນເຈົ້່່າການກວດກາຄວາມຖືກຕ້ອງເອກະສານກ່ຽວກັບການຊໍາລະຄ່າສິນຄ້າ ແລະ ບໍລິການກັບຕ່າງປະເທດ ທີ່ໄດ້ກໍານົດໃນມາດຕາ 10 ຂອງຂໍ້ຕົກລົງວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດກ່ຽວກັບການນໍາເຂົ້າ-ສົ່ງອອກສິນຄ້າ ແລະ ການບໍລິການ. ພ້ອມທັງ ຕ້ອງຕິດຕາມການຊື້-ຂາຍເງິນຕາຕ່າງປະເທດ ເພື່ອຊໍາລະຄ່າສິນຄ້າ ເເລະ ບໍລິການກັບຕ່າງປະເທດ.
6. ທະນາຄານທຸລະກິດຕ້ອງລາຍງານມາຍັງ ກຄງຕ ພາຍໃນ 7 ວັນລັດທະການ ກໍລະນີທີ່ລູກຄ້າຂອງທະນາຄານມີການປະພຶດທີ່ລະເມີດຂໍ້ຫ້າມທີ່ລະບຸໄວ້ໃນມາດຕາທີ 13 (ຂໍ້ 1 ຫາ ຂໍ້ 5) ຂອງຂໍ້ຕົກລົງວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດກ່ຽວກັບການນໍາເຂົ້າ-ສົ່ງອອກສິນຄ້າ ເເລະ ການບໍລິການ ຫຼັງຈາກ ໄລຍະເວລາ 3 ເດືອນ ຕາມຂໍ້ກໍານົດໃນ ຂໍ້ 2 ຂອງບົດແນະນໍາສະບັບນີ້ ເພື່ອເປັນຂໍ້ມູນໃຫ້ເເກ່ ກຄງຕ ໃນການປະຕິບັດມາດຕະການຕໍ່ຜູ້ລະເມີດຕາມລະບຽບການ.
7. ເອກະສານທີ່ທະນາຄານທຸລະກິດຕ້ອງລາຍງານຫາກົມຄຸ້ມຄອງເງິນຕາຕ່າງປະເທດ ມີຄືດັ່ງນີ້:
1) ຕາຕະລາງລາຍງານການເປີດບັນຊີເງິນຝາກກ່ຽວກັບການນໍາເຂົ້າ-ສົ່ງອອກຂອງລູກຄ້າ                          (ຕາມເເບບຟອມລາຍງານທີ 1);
2) ຕາຕະລາງຕິດຕາມການເຄື່ອນໄຫວບັນຊີເງິນຝາກຂອງບໍລິສັດນໍາເຂົ້າ-ສົ່ງອອກ                                         (ຕາມເເບບຟອມລາຍງານທີ 2);
3) ຕາຕະລາງຕິດຕາມການນໍາລາຍຮັບເຂົ້າບັນຊີເງິນຝາກຂອງບໍລິສັດສົ່ງອອກ                                         (ຕາມເເບບຟອມລາຍງານທີ 3);
4) ຕາຕະລາງລາຍງານການຊື້-ຂາຍເງິນຕາຕ່າງປະເທດຂອງບໍລິສັດນໍາເຂົ້່າ-ສົ່ງອອກ                                        (ຕາມແບບຟອມລາຍງານທີ 4);
ບົດເເນະນໍາສະບັບນີ້ ແມ່ນໃຫ້ຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນດີ. ໃນກໍລະນີ ການຈັດຕັ້ງປະຕິບັດຕົວຈິງຫາກບໍ່ສອດຄ່ອງ ເເມ່ນຈະມີການປັບປຸງໃນແຕ່ລະໄລຍະ.
ດັ່ງນັ້ນ, ຈຶ່ງເເຈ້ງມາຍັງທ່ານ ເພື່ອຊາບ ແລະ ຈັດຕັ້ງປະຕິບັດບົດແນະນໍາສະບັບນີ້ເປັນຢ່າງດີ.
 
ຫົວໜ້າກົມ
ເພັດສະຖາພອນ ແກ້ວວົງວິຈິດ
 
 
 
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
You can provide comment/feedback on draft legislation to relevant government agencies for improvement before entering into force.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ຮ່າງ ນິຕິກໍາ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດໍາເນີນທຸລະກິດ
 
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ມາດຕາ 8 ຂອງ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟແລະ ນໍ້າມັນຫຼໍ່ລື່ນ, ເລກທີ.........../ອຄ, ວັນທີ........... ມີນາ 2025. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້ມູນຕິດຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?