ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

 

ປະທານປະເທດ

ເລກທີ 003/ປປທ

ນະຄອນຫຼວງວຽງຈັນ, ວັນທີ 19 ມີນາ 2024

 

ລັດຖະບັນຍັດ

ວ່າດ້ວຍການປັບປຸງອັດຕາອາກອນມູນຄ່າເພີ່ມ

 

  • ອີງຕາມ ລັດຖະທໍາມະນູນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສະບັບເລກທີ 63/ສພຊ, ລົງວັນທີ 8 ທັນວາ 2015;
  • ອີງຕາມ ກົດຫມາຍວ່າດ້ວຍການຄຸ້ມຄອງສ່ວຍສາອາກອນ (ສະບັບປັບປຸງ) ສະບັບເລກທີ 66/ສພຊ, ລົງວັນທີ 17 ມິຖຸນາ 2019;
  • ອີງຕາມ ກົດຫມາຍວ່າດ້ວຍການປັບປຸງບາງມາດຕາຂອງກົດຫມາຍກ່ຽວກັບສ່ວຍສາອາກອນ ສະບັບເລກທີ 01/ສພຊ, ລົງວັນທີ 07 ສິງຫາ 2021;
  • ອີງຕາມ ມະຕິຂອງຄະນະປະຈໍາສະພາແຫ່ງຊາດ ສະບັບເລກທີ 20/ຄປຈ, ລົງວັນທີ 07 ມີນາ 2024;
  • ອີງຕາມ ຫນັງສືສະເຫນີຂອງຄະນະປະຈໍາສະພາແຫ່ງຊາດ ສະບັບເລກທີ 06/ຄປຈ, ລົງວັນທີ 07 ມີນາ 2024.

 

ປະທານປະເທດ

ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ອອກລັດຖະບັນຍັດ:

 

ມາດຕາ 1 ຈຸດປະສົງ

ລັດຖະບັນຍັດສະບັບນີ້ ກໍານົດກ່ຽວກັບການປັບປຸງອັດຕາອາກອນມູນຄ່າເພີ່ມ ທີ່ໄດ້ກໍານົດໄວ້ໃນກົດ ຫມາຍວ່າດ້ວຍການປັບປຸງບາງມາດຕາຂອງກົດຫມາຍກ່ຽວກັບສ່ວຍສາອາກອນ ສະບັບເລກທີ 01/ສພຊ, ລົງວັນທີ 07 ສິງຫາ 2021 ມາດຕາ 2 ການປັບປຸງເນື້ອໃນຂອງກົດຫມາຍ, ຂໍ້ II ກົດຫມາຍວ່າດ້ວຍອາກອນມູນຄ່າເພີ່ມ, ມາດຕາ 17 ອັດຕາອາກອນມູນຄ່າເພີ່ມ ຂໍ້ 1 ຈາກ ເຈັດສ່ວນຮ້ອຍ (7%) ເປັນ ສິບສ່ວນຮ້ອຍ (10%) ເພື່ອຊ່ວຍຫນູນລາຍຮັບງົບປະມານແຫ່ງລັດ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງຊາດ.

 

ມາດຕາ 2 ອັດຕາອາກອນມູນຄ່າເພີ່ມ

ອາກອນມູນຄ່າເພີ່ມ ໃຫ້ເກັບໃນອັດຕາ ສິບສ່ວນຮ້ອຍ (10%) ສໍາລັບ:

  • ການນໍາເຂົ້າສິນຄ້າ, ການສະຫນອງ ສິນຄ້າ ແລະ ການບໍລິການທົ່ວໄປ ທີ່ຖືກເກັບອາກອນມູນຄ່າ ເພີ່ມຢູ່ພາຍໃນ ສປປ ລາວ;
  • ການນໍາເຂົ້າແຮ່ທາດ ແລະ ການສະຫນອງແຮ່ທາດຢູ່ພາຍໃນປະເທດ;
  • ການນໍາໃຊ້ພະລັງງານໄຟຟ້າ ສໍາລັບຜູ້ຊົມໃຊ້ໄຟຟ້າທົ່ວໄປ, ຜູ້ຜະລິດ, ຜູ້ຈໍາຫນ່າຍພະລັງງານໄຟຟ້າ.

 

ມາດຕາ 3 ການຈັດຕັ້ງປະຕິບັດ

ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເປັນຜູ້ຈັດຕັ້ງປະຕິບັດລັດຖະບັນຍັດ ສະບັບນີ້.  

 

ມາດຕາ 4 ຜົນສັກສິດ

ລັດຖະບັນຍັດສະບັບນີ້ ມີຜົນສັກສິດ ນັບແຕ່ວັນ ປະທານປະເທດ ລົງລາຍເຊັນ ເປັນຕົ້ນໄປ.

 

ປະທານປະເທດ ແຫ່ງ ສປປ ລາວ

ທອງລຸນ ສີສຸລິດ

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
You can provide comment/feedback on draft legislation to relevant government agencies for improvement before entering into force.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ຮ່າງ ນິຕິກໍາ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດໍາເນີນທຸລະກິດ
 
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ມາດຕາ 8 ຂອງ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟແລະ ນໍ້າມັນຫຼໍ່ລື່ນ, ເລກທີ.........../ອຄ, ວັນທີ........... ມີນາ 2025. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້ມູນຕິດຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?