ຂັ້ນຕອນການເລິ່ມຕົ້ນທຸລະກິດ ແມ່ນຂັ້ນຕອນຕ່າງໆ ທີ່ຕິດພັນກັບການຂື້ນທະບຽນສ້າງຕັ້ງວິສາຫະກິດສ່ວນບຸກຄົນ ຫຼື ນິຕິບຸກຄົນເທົ່ານັ້ນ ແລະ ບໍ່ລວມເອົາຂັ້ນຕອນການຂໍອະນຸຍາດລົງທຶນ ຫຼື ຂໍອະນຸຍາດດໍາເນີນທຸລະກິດ ຂອງບັນດາຂະແໜງການ.

ພາບປະກອບ

     

       ຂັ້ນຕອນການເລີ່ມຕົ້ນທຸລະກິດ ທີ່ຍັງຕ້ອງໄດ້ປະຕິບັດ ເຊິ່ງມີພຽງ 3 ຂັ້ນຕອນດັ່ງນີ້:

ຂັ້ນຕອນທີ 1 - ການແຈ້ງຂື້ນທະບຽນສ້າງຕັ້ງວິສາຫະກິດ ແມ່ນຈະໃຊ້ເວລາບໍ່ເກີນ 10 ວັນລັດຖະການ ໂດຍອີງຕາມ ຂໍ້ຕົກລົງເລກທີ 0023/ອຄ.ກທຄວ, ລົງວັນທີ 09 ມັງກອນ 2019;

ຂັ້ນຕອນທີ 2 - ການຄວັດຕາປະທັບ ແລະ ການອະນຸຍາດນໍາໃຊ້ຕາປະທັບ ແມ່ນຈະໃຊ້ເວລາບໍ່ເກີນ 5 ວັນລັດຖະການ ໂດຍອີງຕາມ ຂໍ້ຕົກລົງ ເລກທີ 1784/ປກສ, ລົງວັນທີ 02 ຕຸລາ່ 2018;

ພາບປະກອບ

 

       ຂັ້ນຕອນທີ 3 - ການຈົດທະບຽນປະກັນສັງຄົມ ແມ່ນຈະໃຊ້ເວລາບໍ່ເກີນ 2 ວັນລັດຖະການ ໂດຍອີງຕາມ ຄໍາແນະນໍາ ເລກທີ 1206/ຮສສ, ລົງວັນທີ 23 ເມສາ 2019.

ພາບປະກອບ

     

       ອີງຕາມແຈ້ງການ ຂັ້ນຕອນການເລິ່ມທຸລະກິດ ເລກທີ 0115/ຫອຄ.ກທຄວ, ລົງວັນທີ 29 ມັງກອນ 2020 ໄດ້ມີການປັບປຸງ ແລະ ແກ້ໄຂ ບາງຂັ້ນຕອນ ດັ່ງນີ້:

1. ລົບລ້າງ ການນໍາໃຊ້ແບບຟອມໃບຢັ້ງຢືນທີ່ຕັ້ງສໍານັກງານ ຫຼື ສາຂາ ຂອງວິສາຫະກິດ ໂດຍອີງຕາມແຈ້ງການ ສະບັບເລກທີ 1596/ກທຄວ.ອຄ, ລົງວັນທີ 15 ພະຈິກ 2018 ແລະ ການລົບລ້າງ ການແຈ້ງຂື້ນທະບຽນວິສາຫະກິດ ໃນກິດຈະການບໍລິການ ຂອງຂະແໜງການທະນາຄານ;

2. ການຈົດທະບຽນກົດລະບຽບບໍລິສັດ ແມ່ນຖືກຍົກໃຫ້ຢູ່ໃນຂັ້ນຕອນຕໍ່ໄປ ພາຍຫລັງທີ່ທຸລະກິດໄດ້ດໍາເນີນໄປແລ້ວນັ້ນ ໂດຍອີງຕາມ ແຈ້ງການ ເລກທີ 1618/ກງ, ລົງວັນທີ 30 ພຶດສະພາ 2019;

3. ການຂໍເລກປະຈໍາຕົວຜູ້ເສຍອາກອນ ແມ່ນຈະມີເລກລະຫັດປະຈໍາຜູ້ເສຍອາກອນ ມາພ້ອມພາຍຫລັງໄດ້ຮັບການຂື້ນທະບຽນວິສາຫະກິດ ໂດຍອີງຕາມ ແຈ້ງການ ເລກທີ 5489/ກສອ, ລົງວັນທີ 17 ຕຸລາ 2018;

ພາບປະກອບ

 

 4. ການປະຖົມນິເທດ ແລະ ມອບເລກປະຈໍາຕົວຜູ້ເສຍອາກອນ ແມ່ນຖືກເລື່ອນໃຫ້ຢູ່ໃນຂັ້ນຕອນຕໍ່ໄປ ພາຍຫລັງທີ່ທຸລະກິດໄດ້ດໍາເນີນໄປແລ້ວນັ້ນ ໂດຍອີງຕາມ ແຈ້ງການ ເລກທີ 5489/ກສອ, ລົງວັນທີ 17 ຕຸລາ 2018 ແລະ ແຈ້ງການ ເລກທີ 0489/ຫກງ, ລົງວັນທີ 05 ມີນາ 2019;

5. ການຈົດທະບຽນອາກອນມູນຄ່າເພີ່ມ ແມ່ນໄດ້ຖືກຍົກເລີກ ໂດຍອີງຕາມແຈ້ງການ ເລກທີ 2720/ຫກງ, ລົງວັນທີ 12 ພະຈິກ 2019;

6. ການຈົດທະບຽນນໍາໃຊ້ຕາປະທັບ ແມ່ນໄດ້ຖືກລວມເຂົ້າເປັນຂັ້ນຕອນດຽວກັນກັບ ການຄວັດຕາປະທັບ ໂດຍອີງຕາມ ຂໍ້ຕົກລົງ ເລກທີ 1784/ປກສ, ລົງວັນທີ 02 ຕຸລາ 2018 ແລະ ແຈ້ງການ ເລກທີ 2140/ຫອຄ.ກທຄວ, ລົງວັນທີ 03 ຕຸລາ 2019;

7. ການຂໍອະນຸຍາດເນື້ອໃນປ້າຍຊື່ວິສາຫະກິດ ໄດ້ຖືກຍົກເລີກ ໂດຍອີງຕາມສະໂນດນໍາສົ່ງ ເລກທີ 49/ຫກ, ລົງວັນທີ 10 ມີນາ 2019 ກ່ຽວກັບການປັບປຸງປ້າຍຊື່ວິສາຫະກິດ ຕາມແຈ້ງການຂອງຫ້ອງ ການ, ກະຊວງອຸດສາຫະກໍາ ແລະ ການຄ້າ ສະບັບເລກທີ 2823/ຫອຄ.ກທຄວ, ລົງວັນທີ 26 ພະຈິກ 2018..

 

ລາຍລະອຽດຂອງແຈ້ງການກ່ຽວກັບ ຂັ້ນຕອນການເລິ່ມທຸລະກິດ ເລກທີ 0115/ຫອຄ.ກທຄວ, ລົງວັນທີ 29 ມັງກອນ 2020

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
You can provide comment/feedback on draft legislation to relevant government agencies for improvement before entering into force.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ຮ່າງ ນິຕິກໍາ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດໍາເນີນທຸລະກິດ
 
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ມາດຕາ 8 ຂອງ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟແລະ ນໍ້າມັນຫຼໍ່ລື່ນ, ເລກທີ.........../ອຄ, ວັນທີ........... ມີນາ 2025. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້ມູນຕິດຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?