ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ​
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ       ເລກທີ 1659/ຫສນຍ
ນະຄອນຫຼວງ​ວຽງຈັນ, ວັນທີ 23 ກັນຍາ 2019

ແຈ້ງການ

ຮຽນ:  - ທ່ານ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ທີ່ນັບຖື.

- ທ່ານ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ.

ເລື່ອງ: ທິດຊີ້ນຳກ່ຽວກັບການຄວັດກາປະທັບ ຂອງກະຊວງປ້ອງກັນຄວາມສະຫງົບ.

  • ອີງຕາມໜັງສືສະເໜີສະບັບເລກທີ1427/ປກສ, ລົງວັນທີ 24 ກໍລະກົດ 2019 ຂອງກະຊວງປ້ອງກັນ ຄວາມສະຫງົບ.
  • ອີງຕາມການຕົກລົງ ແລະ ຊີ້ນຳກອງປະຊຸມນາຍົກ-ຮອງນາຍົກລັດຖະມົນຕີ ຄັ້ງວັນທີ 16 - 17 ກັນຍາ 2019.

   ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ຂໍຖືເປັນກຽດແຈ້ງການຕົກລົງ ແລະ ຊີ້ນຳກອງປະຊຸມນາຍົກ-ຮອງນາຍົກລັດຖະມົນຕີ ມາຍັງທ່ານ ຊາບດັ່ງນີ້:

  1. ໃຫ້ກະຊວງອຸດສາຫະກຳ ແລະ ການຄ້າ ອອກແຈ້ງການສະບັບໃໝ່ ປ່ຽນແທນແຈ້ງການ ສະບັບເລກທີ 1412/ຫອຄ.ກທຄວ, ລົງວັນທີ 12 ກໍລະກົດ 2019 ເພື່ອແຈ້ງໃຫ້ຜູ້ລົງທຶນ (ພາຍໃນ ແລະ ຕ່າງປະເທດ) ທີ່ຂຶ້ນທະບຽນສ້າງຕັ້ງວິສາຫະກິດ ຢູ່ ສປປ ລາວ ຊາບວ່າ ຜູ້ລົງທຶນທີ່ຂຶ້ນທະບຽນ ສາມາດສະເໜີຂໍຄວັດຕາປະທັບ ຕາມມາດຕາ 21 ຂອງກົດໝາຍວ່າດ້ວຍ ວິສາຫະກິດ (ສະບັບປັບປຸງ) ປີ 2013 ເພື່ອນຳໃຊ້ເຂົ້າໃນການດຳເນີນທຸລະກິດ ແລະ ປ້ອງກັນການປອມແປງ.
  2. ໃຫ້ກະຊວງປ້ອງກັນຄວາມສະຫງົບ ປະຕິບັດການຄວັດກາປະທັບ ໃຫ້ສຳເລັດຊ້າສຸດບໍ່ເກີນ 5 ວັນລັດຖະການ ຕາມກົດໝາຍວ່າດ້ວຍ ວິສາຫະກິດ ກຳນົດ ໂດຍໃຫ້ປັບປຸງເງື່ອນໄຂດ້ານເອກະສານໃນການຂໍຄວັດຕາປະທັບ ໃຫ້ງ່າຍດາຍກວ່າເກົ່າ, ດີແທ້ເມື່ອຜຸ້ລົງທຶນ ມີທະບຽນວິສາຫະກິດ ຈາກຂະແໜງອຸດສາຫະກຳ ແລະ ການຄ້າ ແລ້ວ ກໍຄວນຄວັດກາປະທັບໃຫ້ເລີຍ (ບໍ່ຄວນກວດເງື່ອນໄຂອື່ນອີກ) ເພື່ອເປັນການອຳນວຍຄວາມສະດວກ ໃນການດຳເນີນທຸລະກິດ ແລະ ການລົງທຶນ ຢູ່ ສປປ ລາວ.

ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານ ເພື່ອຊາບ ແລະ ປະຕິບັດຕາມເນື້ອໃນແຈ້ງການ ສະບັບນີ້ດ້ວຍ.

ລັດຖະມົນຕີ,
ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ

ເພັດ ພົມພິທັກ

ບ່ອນນຳສົ່ງ:

  1. ນາຍົກ-ຮອງນາຍົກລັດຖະມົນຕີ    04 ສະບັບ
  2. ຫ້ອງວ່າການສູນກາງພັກ     01 ສະບັບ
  3. ກະຊວງແຜນການ ແລະ ການລົງທຶນ     01 ສະບັບ
  4. ຄະນະ ຫສນຍ      06 ສະບັບ
  5. ກົມກວດກາ, ຫສນຍ     01 ສະບັບ
  6. ສຳເນົາ     01 ສະບັບ

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
You can provide comment/feedback on draft legislation to relevant government agencies for improvement before entering into force.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ຮ່າງ ນິຕິກໍາ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດໍາເນີນທຸລະກິດ
 
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ມາດຕາ 8 ຂອງ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟແລະ ນໍ້າມັນຫຼໍ່ລື່ນ, ເລກທີ.........../ອຄ, ວັນທີ........... ມີນາ 2025. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້ມູນຕິດຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?