ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

 

ກະຊວງອຸດສາຫະກຳ ແລະ ການຄ້າ

ຫ້ອງຫານ

ເລກທີ 1051/ຫອຄ.ກທຄວ

ນະຄອນຫຼວງວຽງຈັນ, ວັນທີ 27 ພຶດສະພາ 2019

ແຈ້ງການ

ເຖິງ:​ ເຈົ້າໜ້າທີ່ທະບຽນວິສາຫະກິດ ພະແນກອຸດສາຫະກຳ ແລະ ການຄ້າຂັ້ນແຂວງ,
      ຫ້ອງການອຸດສາຫະກຳ ແລະ ການຄ້າ ຂັ້ນເມືອງ

ເລື່ອງ: ກິດຈະການສົ່ງອອກສິນຄ້າ ທີ່ບໍ່ຈຳເປັນຂໍອະນຸຍາດດຳເນີນທຸລະກິດ

- ອີງຕາມຂໍ້ຕົກລົງສະບັບເລກທີ 0023/ອຄ.ກທຄວ, ລົງວັນທີ 09 ມັງກອນ 2019 ວ່າດ້ວຍການຂຶ້ນທະບຽນວິສາຫະກິດ;
- ອີງຕາມຂໍ້ຕົກລົງສະບັບເລກທີ 0044/ອຄ.ກທຄວ, ລົງວັນທີ 18 ມັງກອນ 2019 ວ່າດ້ວຍການຮັບຮອງເອົາກິດຈະການອຸດສາຫະກຳ ແລະ ການຄ້າທີ່ຕ້ອງອອກໃບອະນຸຍາດດຳເນີນທຸລະກິດ.

ເພື່ອເປັນການສົ່ງເສີມ ແລະ ເອື້ອອຳນວຍຄວາມສະດວກຢ່າງເຕັມສ່ວນ ແກ່ການສົ່ງອອກຜະລິດຕະພັນສິນຄ້າຂອງປະເທດເຮົາ,​ ຫ້ອງການ ກະຊວງອຸດສາຫະກຳ ແລະ ການຄ້າ ແຈ້ງມາຍັງເຈົ້າໜ້າທີ່ທະບຽນວິສາຫະກິດທີ່ກ່ຽວຂ້ອງຊາບ ແລະ ຈັດຕັ້ງປະຕິບັດ ດັ່ງລຸ່ມນີ້:

  1. ການສົ່ງອອກສິນຄ້າ ເປັນກິດຈະການທີ່ລັດສົ່ງເສີມ ແລະ ບໍ່ຈຳເປັນຕ້ອງຂໍອະນຸຍາດດຳເນີນທຸລະກິດ ໂດຍໃຫ້ເຈົ້າໜ້າທີ່ທະບຽນວິສາຫະກິດ ລະບຸກິດຈະການດັ່ງກ່າວລົງດ້ານຫຼັງໃບທະບຽນວິສາຫະກິດເລີຍ ເວັ້ນເສັຍແຕ່ກິດຈະການສົ່ງອອກສິນຄ້າທີ່ລັດເກືອດຫ້າມ ຫລື ຜະລິດຕະພັນສິນຄ້າ ທີ່ຂະແໜງການກ່ຽວຂ້ອງມີກົດໝາຍ ຫລື ລະບຽບການກຳນົດເປັນຢ່າງອື່ນ;
  2. ການລະບຸກິດຈະການສົ່ງອອກສິນຄ້າ ໃສ່ດ້ານຫຼັງໃບທະບຽນວິສາຫະກິດນັ້ນ ຕ້ອງໄດ້ຂຽນໃຫ້ແຈ້ງວ່າ: ສົ່ງອອກສິນຄ້າໃດ ເຊັ່ນ: ສົ່ງອອກເຂົ້າ, ກາເຟ ເປັນຕົ້ນ ຫ້າມບໍ່ໃຫ້ລະບຸແນວລວມໆ.

ແຈ້ງມາເພື່ອຊາບ ແລະ ຈັດຕັ້ງປະຕິບັດ.

ເຊັນແທນ ຫົວໜ້າຫ້ອງການ
ນ.​ ກິ່ງສະດອນ ເພັດດາວເຮືອງ

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
You can provide comment/feedback on draft legislation to relevant government agencies for improvement before entering into force.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ຮ່າງ ນິຕິກໍາ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດໍາເນີນທຸລະກິດ
 
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ມາດຕາ 8 ຂອງ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟແລະ ນໍ້າມັນຫຼໍ່ລື່ນ, ເລກທີ.........../ອຄ, ວັນທີ........... ມີນາ 2025. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້ມູນຕິດຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?