ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກົມການນຳເຂົ້າ ແລະ ສົ່ງອອກ         ເລກທີ  0826  /ກຂອ
ນະຄອນຫຼວງວຽງຈັນ, ວັນທີ  02  ມີນາ 2022

ແຈ້ງການ

 ເຖິງ:  ບັນດາຫົວໜ່ວຍທຸລະກິດ ແລະ ການຈັດຕັ້ງ ທີ່ກ່ຽວຂ້ອງ.

ເລື່ອງ:  ມາດຕະຖານການບໍລິການ ຂອງກົມການນຳເຂົ້າ ແລະ ສົ່ງອອກ. 

  • ອີງຕາມ ຄຳສັ່ງ ວ່າດ້ວຍການປັບປຸງບັນດາລະບຽບການ ແລະ ກົນໄກການປະສານງານໃນການດຳເນີນທຸລະກິດ ຢູ່ ສປປ ລາວ ເລກທີ 02/ນຍ, ລົງວັນທີ 01 ກຸມພາ 2018;
  • ອີງຕາມ ຄຳສັ່ງ ວ່າດ້ວຍການອຳນວຍຄວາມສະດວກໃຫ້ແກ່ການນຳເຂົ້າ-ສົ່ງອອກ, ການນໍາເຂົ້າຊົ່ວຄາວ, ການຜ່ານແດນ ແລະ ການເຄື່ອນຍ້າຍສິນຄ້າ ຢູ່ ສປປ ລາວ ເລກທີ 12/ນຍ, ລົງວັນທີ 16 ຕຸລາ 2019;
  • ອີງຕາມ ຂໍ້ຕົກລົງ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມການນໍາເຂົ້າ ແລະ ສົ່ງອອກ ເລກທີ 1163/ອຄ, ລົງວັນທີ 01 ກໍລະກົດ 2016;
  • ອີງຕາມ ບົດລາຍງານການສຶກສາເວລາກວດປ່ອຍສິນຄ້າ (Time Release Study: TRS) ຢູ່ ສປປ ລາວ ປີ 2020.

ເພື່ອປັບປຸງ ແລະ ຍົກລະດັບການບໍລິການອອກໃບອະນຸຍາດ, ໃບຢັ້ງຢືນ ການນໍາເຂົ້າ-ສົ່ງອອກ, ຜ່ານແດນ, ນຳເຂົ້າເພື່ອສົ່ງອອກຕໍ່, ນຳເຂົ້າ ແລະ ສົ່ງອອກ ຊົ່ວຄາວ ຂອງກົມການນໍາເຂົ້າ ແລະ ສົ່ງອອກ ໃຫ້ມີຄວາມກະທັດຮັດ, ວ່ອງໄວ, ໂປ່ງໃສ ແລະ ຫັນເປັນທັນສະໄໝເທື່ອລະກ້າວ

ກົມການນໍາເຂົ້າ ແລະ ສົ່ງອອກ ອອກແຈ້ງການ:

  1. ມາດຕະຖານການບໍລິການ ຂອງກົມການນໍາເຂົ້າ ແລະ ສົ່ງອອກ ມີລາຍລະອຽດດັ່ງລຸ່ມນີ້:

ລ/ດ

ການບໍລິການ

ເວລາທີ່ໃຊ້

ໃນປີ 2018

ເວລາທີ່ໃຊ້

ໃນປະຈຸບັນ

1

ອອກໃບອະນຸຍາດນຳເຂົ້າ ຍານພາຫະນະ ແລະ ນໍ້າມັນເຊື້ອໄຟ

 

 

1.1 ແບບເຈ້ຍ

2 ວັນ

1 ວັນ

1.2  ແບບເອເລັກໂຕຣນິກ ຜ່ານລະບົບແຈ້ງພາສີແບບປະຕູດຽວແຫ່ງຊາດລາວ (Lao National Single Window: LNSW)

1 ວັນ

1 ວັນ

2

ອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າ

 

 

2.1  ແບບເຈ້ຍ

4 ຊົ່ວໂມງ

2 ຊົ່ວໂມງ

2.2  ແບບເອເລັກໂຕຣນິກ (E-CO)

2 ຊົ່ວໂມງ

1 ຊົ່ວໂມງ

3

ອອກໃບອະນຸຍາດນຳເຂົ້າ ໄມ້ທ່ອນ, ຕໍໄມ້, ປູດໄມ້, ໄມ້ແປຮູບ, ໄມ້ເຄິ່ງສຳເລັດຮູບ (ແບບເຈ້ຍ)

-

10 ວັນ

4

ອອກໃບອະນຸຍາດ, ຢັ້ງຢືນ ການນຳເຂົ້າ ແລະ ສົ່ງອອກ ເພັດຫຍາບ ແລະ ເພັດທີ່ເຈຍລະໄນ (ແບບເຈ້ຍ)

2 ວັນ

1 ວັນ

5

ອອກໃບອະນຸຍາດ, ຢັ້ງຢືນ ສິນຄ້າຜ່ານແດນ, ນຳເຂົ້າເພື່ອສົ່ງອອກຕໍ່, ນຳເຂົ້າ ແລະ ສົ່ງອອກ ຊົ່ວຄາວ (ແບບເຈ້ຍ)

2 ວັນ

 

2 ວັນ

6

ອອກໃບອະນຸຍາດດຳເນີນທຸລະກິດນຳເຂົ້າ ແລະ ສົ່ງອອກ ຍານພາຫະນະ

(ແບບເຈ້ຍ)

-

5 ວັນ

7

ອອກໃບອະນຸຍາດດຳເນີນທຸລະກິດ ນຳເຂົ້າ ແລະ ສົ່ງອອກ ວັດຖຸມີຄ່າ

(ແບບເຈ້ຍ)

-

3 ວັນ

 

 

ໝາຍເຫດ:

  • ເວລາ 1 ວັນ ເທົ່າກັບ 8 ຊົ່ວໂມງລັດຖະການ.
  • ເວລາທີ່ໃຊ້ໃນຕາຕະລາງຂ້າງເທິງ ບໍ່ລວມເອົາເວລາທີ່ໃຊ້ໃນກໍລະນີຕ່າງໆດັ່ງນີ້:
  • ການດັດແກ້ ຫຼື ປະກອບເອກະສານຄືນຂອງຜູ້ຍື່່ນເອກະສານ ຖ້າເອກະສານບໍ່ຄົບຖ້ວນ ຫຼື ບໍ່ຖືກຕ້ອງ.
  • ການປະສານງານ ກັບ ຂະແໜງການທີ່ກ່ຽວຂ້ອງ ຢູ່ພາຍໃນ ແລະ ຕ່າງປະເທດ ຂອງເຈົ້າໜ້າທີ່ອອກໃບອະນຸຍາດ ຫຼື ຢັ້ງຢືນ, ການລົງກວດກາສະຖານທີ່ຕົວຈິງ ເພື່ອຢືນຢັນຄວາມຖືກຕ້ອງຂອງເອກະສານ.
  • ບັນຫາດ້ານເຕັກນິກຂອງລະບົບເອເລັກໂຕຼນິກ ເຊັ່ນ: ອິນເຕີເນັດ, ລະບົບຂັດຂ້ອງ, ໄຟຟ້າດັບ ແລະ ອື່ນໆ.
  1. ມອບໃຫ້ບັນດາພະແນກອ້ອມຂ້າງກົມການນໍາເຂົ້າ ແລະ ສົ່ງອອກ ພ້ອມກັນຈັດຕັ້ງປະຕິບັດແຈ້ງການສະບັບນີ້ ຢ່າງເຂັ້ມງວດ ແລະ ເຜີຍແຜ່ໃຫ້ແກ່ພາກສ່ວນທີ່ກ່ຽວຂ້ອງ ຊາບຢ່າງທົ່ວເຖິງ.
  2. ແຈ້ງການສະບັບນີ້ ມີຜົນສັກສິດ ນັບແຕ່ວັນທີລົງລາຍເຊັນ ເປັນຕົ້ນໄປ ແລະ ປ່ຽນແທນ ແຈ້ງການ ເລກທີ 4186/ກຂອ, ລົງວັນທີ 12 ກັນຍາ 2018.

ຫົວໜ້າກົມ

ນ. ມະນີວອນ ວົງໄຊ

ສອບຖາມຂໍ້ມູນເພີ່ມເຕີມ:

ກໍລະນີພົບຂໍ້ຫຍຸ້ງຍາກ ຫຼື ມີຂໍ້ສະເໜີປັບປຸງ ໃຫ້ດີຂຶ້ນ ສາມາດຕິດຕໍ່:    

ພະແນກອຳນວຍຄວາມສະດວກທາງດ້ານການຄ້າ, ກົມການນຳເຂົ້າ ແລະ ສົ່ງອອກ

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
You can provide comment/feedback on draft legislation to relevant government agencies for improvement before entering into force.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ຮ່າງ ນິຕິກໍາ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດໍາເນີນທຸລະກິດ
 
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ມາດຕາ 8 ຂອງ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟແລະ ນໍ້າມັນຫຼໍ່ລື່ນ, ເລກທີ.........../ອຄ, ວັນທີ........... ມີນາ 2025. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້ມູນຕິດຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?