ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງກະສິກຳ ແລະ ປ່າໄມ້
ຫ້ອງການ    ເລກທີ 2099/ຫກ.ກປ
ນະຄອນຫຼວງວຽງຈັນ, ວັນທີ 04 ກັນຍາ 2012

ແຈ້ງການ

ຮຽນ: ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ປະຈຳແຂວງ ແລະ ນະຄອນຫຼວງ.

ເລື່ອງ: ການນຳໃຊ້ໃບອະນູຍາດເຄື່ອນຍ້າຍໄມ້, ເຄື່ອງປ່າຂອງດົງ ພາຍໃນ ແລະ ໃບອະນຸຍາດນຳສົ່ງໄມ້ ແລະ ເຄື່ອງປ່າຂອງດົງ ອອກຕ່າງປະເທດ.

-   ອີງຕາມ ກົດໝາຍວ່າດ້ວຍປ່າໄມ້ ເລກທີ 06/ສພຊ, ລົງວັນທີ 24 ທັນວາ 2007;
-   ອີງຕາມ ຂໍ້ຕົກລົງຂອງນາຍົກລັດຖະມົນຕີ ເລກທີ 32/ນຍ, ລົງວັນທີ 06 ມີນາ 2012 ວ່າດ້ວຍການຮັບຮອງເອົາຍັດຕິກອງປະຊຸມ ການຄຸ້ມຄອງປ່າໄມ້, ການກວດປ່າໄມ້ ແລະ ການທຸລະກິດ ຄັ້ງວັນທີ 25-26 ມັງກອນ 2012;
-   ອີງຕາມ ຄຳແນະນຳຂອງລັດຖະມົນຕີ ເລກທີ 0088/ກປ, ລົງວັນທີ 10 ກໍລະກົດ 2012 ກ່ຽວກັບການຈັດຕັ້ງຜັນຂະຫຍາຍຂໍ້ຕົກລົງຂອງ ນາຍົກລັດຖະມົນຕີ ເລກທີ 32/ນຍ, ລົງວັນທີ 06 ມີນາ 2012 ວ່າດ້ວຍການຮັບຮອງເອົາຍັດຕິກອງປະຊຸມ ການຄຸ້ມຄອງປ່າໄມ້, ການກວດປ່າໄມ້ ແລະ ການທຸລະກິດ ຄັ້ງວັນທີ 25-26 ມັງກອນ 2012.

     ຫ້ອງການກະຊວງກະສິກຳ ແລະ ປ່າໄມ້ ຂໍຖືເປັນກຽດແຈ້ງມາຍັງທ່ານຊາບວ່າ: ໃນໄລຍະຜ່ານມາ ຂະແໜງປ່າໄມ້ປະຈຳແຂວງ, ນະຄອນຫຼວງ ເປັນຜູ້ອອກໃບຕິດຕາມຕີກາປ່ອຍໄມ້ ແລະ ຢັ້ງຢືນເຄື່ອງປ່າຂອງດົງ; ສ່ວນພະແນກອຸດສາຫະກຳ ແລະ ການຄ້າປະຈຳແຂວງ, ນະຄອນຫຼວງ ເປັນຜູ້ອອກໃບປະນຸຍາດເຄື່ອນຍ້າຍໄມ້ ທັງພາຍໃນ ແລະ ສົ່ງອອກຕ່າງປະເທດ. ແຕ່ມາເຖິງປະຈຸບັນ, ພະແນກອຸດສາຫະກຳ ແລະ ການຄ້າປະຈຳແຂວງ, ນະຄອນຫຼວງ ໄດ້ຢຸດຕິການອອກໃບອະນຸຍາດດັ່ງກ່າວ ຕາມແຈ້ງການເລກທີ 1180/ອຄ.ຄພນ, ລົງວັນທີ 19 ມິຖຸນາ 2012 ແຕ່ຍັງອະນຸຍາດສົ່ງອອກສິນຄ້າໄມ້ທ່ອນ, ໄມ້ເລື່ອຍ ແລະ ຕໍໄມ້ ບາງກໍລະນີທີ່ລັດຖະບານຕົກລົງ ເທົ່ານັ້ນ.

     ເພື່ອຮັບປະກັນໃຫ້ແກ່ ການນຳໃຊ້ໃບອະນຸຍາດເຄື່ອນຍ້າຍໄມ້ ແລະ ເຄື່ອງປ່າຂອງດົງ ພາຍໃນ ແລະ ໃບອະນຸຍາດນຳສົ່ງໄມ້ ແລະ ເຄື່ອງປ່າຂອງດົງ ອອກຕ່າງປະເທດ ຖືກຕ້ອງສອດຄ່ອງກັບບັນດານິຕິກຳທີ່ກ່ຽວຂ້ອງ ແລະ ຮັບປະກັນຄວາມເປັນເອກະພາບໃນຂອບເຂດທົ່ວປະເທດ ນັ້ນ. ຂ້າງເທິງ

ຫົວໜ້າຫ້ອງການກະຊວງກະສິກຳ ແລະ ປ່າໄມ້ ອອກແຈ້ງການດັ່ງນີ້:

1.  ໃຫ້ຢຸດເຊົາການນຳໃຊ້ “ປຶ້ມຕິດຕາມການຕີກາປ່ອຍໄມ້ ແລະ ຢັ້ງຢືນເຄື່ອງປ່າຂອງດົງ” ແບບທີ່ເຄີຍປະຕິບັດຜ່ານມານັ້ນ; ຖ້າຫາກຍັງບໍ່ທັນໄດ້ນຳໃຊ້ ຫຼື ນຳໃຊ້ບໍ່ທັນໝົດ ກໍໃຫ້ສົ່ງຄືນກົມປ່າໄມ້ ບໍ່ໃຫ້ກາຍເດືອນກັນຍາ (9) 2012 ແລະ ຫາກການຈັດຕັ້ງ ຫຼື ບຸກຄົນໃດ ຍັງສືບຕໍ່ນຳໃຊ້ ຈະຖືວ່າເປັນການລະເມີດລະບຽບກົດໝາຍ ແລະ ຈະຖືກດຳເນີນຄະດີ ຕາມລະບຽບກົດໝາຍ;

2.  ໃຫ້ພະແນກກະສິກຳ ແລະ ປ່າໄມ້ປະຈຳແຂວງ, ນະຄອນຫຼວງ ເປັນຜູ້ພິຈາລະນາອອກ “ໃບອະນຸຍາດເຄື່ອນຍ້າຍໄມ້, ເຄື່ອງປ່າຂອງດົງ ພາຍໃນ ແລະ ໃບອະນຸຍາດນຳສົ່ງໄມ້ ແລະ ເຄື່ອງປ່າຂອງດົງ ອອກຕ່າງປະເທດ” ແບບໃໝ່ ຕາມການກຳນົດຂອງກົມປ່າໄມ້ ທີ່ໄດ້ຄັດຕິດມາພ້ອມນີ້, ໂດຍໃຫ້ເລີ່ມຕົ້ນນຳໃຊ້ເປັນເອກະພາບກັນ ໃນຂອບເຂດທົ່ວປະເທດ ແຕ່ວັນທີ 10 ກັນຍາ 2012 ເປັນຕົ້ນໄປ;

3.  ການຂຽນໃສ່ປຶ້ມໃບອະນຸຍາດດັ່ງກ່າວ ຕ້ອງສະອາດ, ບໍ່ມີຮອຍຂີດ-ຂ້າ; ຖ້າຊຸດໃດມີຮອບຂີດ-ຂ້າ ຫຼືບໍ່ສາມາດນຳໃຊ້ໄດ້ ແມ່ນໃຫ້ນຳສົ່ງກົມປ່າໄມ້. ໃບອະນຸຍາດເຄື່ອນຍ້າຍໄມ້, ເຄື່ອງປ່າຂອງດົງ ພາຍໃນ ແລະ ໃບອະນຸຍາດນຳສົ່ງໄມ້ ແລະ ເຄື່ອງປ່າຂອງດົງ ອອກຕ່າງປະເທດ ແຕ່ລະຊຸດປະກອບມີ ສາມ ໃບ (ສາມ ສີ) ຊຶ່ງນຳໃຊ້ຕ່າງກັນ ດັ່ງນີ້:

3.1. ໃບສີຂາວ ແມ່ນຄັດຕິດໄປນຳສິນຄ້າ;

3.2. ໃບສີບົວ ແມ່ນໃຫ້ຂະແໜງປ່າໄມ້ປະຈຳແຂວງ, ນະຄອນຫຼວງ ເກັບໄວ້;

3.3. ໃບສີເຫຼືອງ ແມ່ນໃຫ້ສົ່ງກົມປ່າໄມ້.

ດັ່ງນັ້ນ, ຈຶ່ງໄດ້ແຈ້ງມາຍັງທ່ານ ເພື່ອຊາບ ແລະ ປະຕິບັດຕາມເນື້ອໃນແຈ້ງການນີ້ດ້ວຍ.

ເຊັນແທນ ຫົວໜ້າຫ້ອງການກະຊວງກະສິກຳ ແລະ ປ່າໄມ້
(ເຊັນ ແລະ ປະທັບກາ)

(ຜູ້ຮອງ) ນ ບົວສະຫວັນ ຕັນແສນສີ

ບ່ອນສົ່ງ:

1.  ທ່ານ ລມຕ, ລມຊ ທ່ານລະ   01 ສະບັບ (ໃຊ້ຕາງລາຍງານ);
2.  ຄະນະຫ້ອງການ ທ່ານລະ      01 ສະບັບ (ເພື່ອຊາບ);
3.  ຫ້ອງການກະຊວງ ອຄ         01 ສະບັບ (ເພື່ອຊາບ);
1.  ຫ້ອງການກະຊວງການເງິນ     01 ສະບັບ (ເພື່ອຊາບ);
2.  ກົມປ່າໄມ້  01 ສະບັບ (ເພື່ອຕິດຕາມ);
3.  ກົມກວດກາປ່າໄມ້   01 ສະບັບ (ເພື່ອຕິດຕາມ);
4.  ກົມ, ສະຖາບັນ ພາກສ່ວນລະ  01 ສະບັບ (ເພື່ອຊາບ);
5.  ພະແນກກົດໝາຍ, ທກກປ    01 ສະບັບ (ເພື່ອຕິດຕາມ);
6.  ເກັບມ້ຽນ   01 ສະບັບ.

ຂ້າງເທິງ

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
You can provide comment/feedback on draft legislation to relevant government agencies for improvement before entering into force.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ຮ່າງ ນິຕິກໍາ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດໍາເນີນທຸລະກິດ
 
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ມາດຕາ 8 ຂອງ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟແລະ ນໍ້າມັນຫຼໍ່ລື່ນ, ເລກທີ.........../ອຄ, ວັນທີ........... ມີນາ 2025. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້ມູນຕິດຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?