ກະຊວງອຸດສາຫະກໍາ ແລະ ການຄ້າ ອອກ ຄໍາສັ່ງຂອງລັດຖະມົນຕີວ່າການ ກ່ຽວກັບ ການຕິດສະຫຼາກສິນຄ້າ ເປັນພາສາລາວ, ສະບັບເລກທີ 2501/ອຄ. ຄພນ, ລົງວັນທີ 16 ທັນວາ 2015 ເພື່ອຜັນຂະຫຍາຍ ເນື້ອໃນຂອງກົດໝາຍ ວ່າດ້ວຍ ການປົກປ້ອງຜູ່ຊົມໃຊ້, ສະບັບເລກທີ 02/ສພຊ, ລົງວັນທີ 30 ມີຖຸນາ 2010 ໃຫ້ຜູ່ຈັດຕັດປະຕິບັດ ຢູ່ຂັ້ນທ້ອງຖິ່ນເຂົ້າໃຈແຈ້ງກ່ຽວກັບພາລະບົດບາດຂອງຕົນ ໃນວຽກງານການຄຸ້ມຄອງ ແລະ ຕິດຕາມການຕິດສະຫຼາກສິນຄ້າເປັນພາສາລາວ, ແນໃສ່ເຮັດໃຫ້ຜູ່ຜະລິດຢູ່ພາຍໃນ ແລະ ນໍາເຂົ້າຈາກຕ່າງປະເທດ ຕ້ອງຕິດສະຫຼາກເປັນພາສາລາວກ່ອນຈຶ່ງຈໍາໜ່າຍ, ເຮັດໃຫ້ຜູ່ຊົມໃຊ້ເຂົ້າໃຈກ່ຽວກັບສັບພະຄຸນ ແລະ ຄຸນນະພາບຂອງສິນຄ້າ ກ່ອນຈະເລືອກຊື້ ແລະ ຊົມໃຊ້ເພື່ອຫຼີກລ້ຽງການຊົມໃຊ້ສິນຄ້າທີ່ບໍ່ໄດ້ຄຸນນະພາບ, ເສຍຄຸນ ຫຼື ສັບພະຄຸນ ບໍ່ຖືກຕ້ອງຕາມຈຸດປະສົງຂອງຜູ່ຊົມໃຊ້, ປ້ອງກັນບໍ່ໃຫ້ມີ ຜົນກະທົບທີ່ບໍ່ດີ ຕໍ່ສຸຂະພາບ, ຊັບສິນ ຂອງຜູ່ຊົມໃຊ້ ແລະ ສິ່ງແວດລ້ອມ.ໂດຍໄດ້ກໍານົດໃຫ້ສະຫຼາກຂອງສິນຄ້າ ຕ້ອງຕິດເປັນພາສາລາວ, ແລະ ປະກອບມີເນື້ອໃນຕົ້ນຕໍດັ່ງນີ້:

1.    ປະເພດ ຫຼື ຊະນິດສິນຄ້າ;
2.    ເຄື່ອງໝາຍການຄ້າ ທີ່ໄດ້ຈົດທະບຽນຂອງຜູ່ຜະລິດ ແລະ ຜູ່ນໍາເຂົ້າ ເພື່ອຈໍາໜ່າຍ;
3.    ສະຖານທີ່ຜະລິດ ແລະ ຜູ່ນໍາເຂົ້າເພື່ອຈໍາໜ່າຍ, ຊື່ປະເທດຜະລິດສິນຄ້າ;
4.    ລາຄາ, ຈໍານວນ, ປະລິມານ, ຄຸນນະພາບ, ບໍລິມາດ, ສ່ວນປະກອບທີ່ກໍານົດແຈ້ງອັດຕາສ່ວນປະກອບ, ຂໍ້ແນະນໍາວິທີນໍາໃຊ້, ຄໍາເຕືອນ, ວັນເດືອນປີ ຜະລິດ ແລະ ວັນໝົດອາຍຸນໍາໃຊ້.

ສໍາລັບສິນຄ້າທີ່ໄດ້ຜະລິດ ຫຼື ນໍາເຂົ້າມາຈໍາໜ່າຍຢູ່ສປປ ລາວ ກ່ອນປະກາດໃຊ້ຄໍາສັ່ງສະບັບນີ້ ຜູ່ຂາຍຍ່ອຍຕ້ອງປະສານເອົາສະຫຼາກທີ່ເປັນພາສາລາວ ນໍາຜູ່ທີ່ສະໜອງສິນຄ້າໃຫ້ຕົນ.

ຄໍາສັ່ງສະບັບ ນີ້ ໄດ້ເອົາລົງໃນຈົດໝາຍເຫດທາງລັດຖະການ ວັນທີ 24 ທັນວາ 2015 ແລະ ມີຜົນບົງຄັບໃຊ້ເລີ່ມແຕ່ວັນທີ 8 ມັງກອນ 2015  ເປັນຕົ້ນໄປ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
You can provide comment/feedback on draft legislation to relevant government agencies for improvement before entering into force.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ຮ່າງ ນິຕິກໍາ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດໍາເນີນທຸລະກິດ
 
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ມາດຕາ 8 ຂອງ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟແລະ ນໍ້າມັນຫຼໍ່ລື່ນ, ເລກທີ.........../ອຄ, ວັນທີ........... ມີນາ 2025. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້ມູນຕິດຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?