ກອງປະຊຸມລັດຖະມົນຕີ ອົງການການຄ້າໂລກ ແມ່ນກອງປະຊຸມທີ່ມີອໍານາດການຕັດສິນໃຈສູງສຸດຂອງອົງການການຄ້າໂລກ ເຊິ່ງຈັດຂື້ນທຸກໆ 2 ປີ. ກອງປະຊຸມດັ່ງກ່າວນີີ້ແມ່ນມີອໍານາດຕັດສິນໃຈກ່ຽວກັບທຸກບັນຫາພາຍໃຕ້ຂອບການຄ້າຫຼາຍຝ່າຍ. ສໍາລັບ ກອງປະຊຸມລັດຖະມົນຕີ ອົງການການຄ້າໂລກ ສະໄໝສາມັນຄັ້ງທີ 10 ນີ້ ໄດ້ມີການປຶກສາຫາລືກັນໃນຫຼາຍຫົວຂໍ້ຄື: ຖະແຫຼງການຂອງຜູ້ອໍານວຍການອົງການຄ້າໂລກຕໍ່ສື່ມວນຊົນ; ກະສິກໍາ; ການນໍາເຂົ້າ; ການຕ້ານການທຸ້ມຕະຫຼາດ, ມາດຕະການປົກປ້ອງ, ມາດຕະການອຸດໜູນ; ຝ້າຍ; ການແກ້ໄຂຂໍ້ຂັດແຍ່ງ; ອີ-ຄອມເມີສ; ສະພາບແວດລ້ອມ; ສັນຍາການຈັດຊື້ຂອງລັດຖະບານ; ສັນຍາຂໍ້ມູນຂ່າວສານ-ເທັກໂນໂລຊີ; ຊັບສິນທາງປັນຍາ; ບັນດາປະເທດດ້ອຍພັດທະນາ; ການເຂົ້າສູ່ຕະຫຼາດຂອງສິນຄ້າທີ່ບໍ່ແມ່ນກະສິກໍາ; ສັນຍາການຄ້າພາກພື້ນ; ການບໍລິການ; ແລະ ການອໍານວຍຄວາມສະດວກທາງດ້ານການຄ້າ.

ໃນກອງປະຊຸມຄັ້ງນີ້ ທ່ານ ນາງ ເຂັມມະນີ ພົນເສນາ, ລັດຖະມົນຕີວ່າການ ກະຊວງອຸດສາຫະກຳ ແລະ ການຄ້າ ຂອງ ສປປ ລາວ  ໄດ້ລາຍງານຄວາມຄືບໜ້າ, ຜົນສຳເລັດ, ຜົນປະໂຫຍດ ແລະ ຂໍ້ຄົງຄ້າງ ຂອງ ສປປ ລາວ ໃນການຈັດຕັ້ງປະຕິບັດພັນທະຕ່າງໆທີ່ມີຕໍ່ກັບອົງການການຄ້າໂລກ ນັບແຕ່ ສປປ ລາວ ໄດ້ໃຫ້ສັດຕະຍາບັນເຂົ້າເປັນສະມາຊິກຂອງອົງການການຄ້າໂລກຢ່າງເປັນທາງການໃນປີ 2013. ສປປ ລາວ ໄດ້ໃຫ້ສັດຕະຍາບັນແກ່ສັນຍາອໍານວຍຄວາມສະດວກດ້ານການຄ້າໃນເດືອນກັນຍາ 2015 ທີ່ຜ່ານມາ, ສັນຍາດັ່ງກ່າວ ກວມເອົາ 38 ມາດຕະການກ່ຽວກັບການຄ້າ. ຄາດວ່າ ສປປ ລາວ ຈະສາມາດດຶງດູດການຊ່ວຍເຫຼືອຈາກສະມາຊິກອົງການການຄ້າໂລກທີ່ພັດທະນາແລ້ວ ຕື່ມໃນການຝຶກອົບຮົມວິຊາການ, ປັບປຸງບາງຂໍ້ທີ່ຍັງຄົງຄ້າງ, ຊຸກຍູ້ຫົວໜ່ວຍທຸລະກິດ ແລະ ອື່ນໆ.

ກອງປະຊຸມຄັ້ງນີ້ ປະເທດສະມາຊິກອົງການການຄ້າໂລກຈໍານວນ 23 ປະເທດ ໄດ້ບັນລຸຂໍ້ຕົກລົງກ່ຽວກັບການຍົກເລີກພາສີນໍາເຂົ້າຜະລິດຕະພັນເຕັກໂນໂລຊີການສື່ສານ ຈໍານວນຫຼາຍກວ່າ 200 ລາຍການເປັນ 0% ໃນຈໍານວນ 65% ຂອງສິນຄ້າທັງໝົດແມ່ນມີຜົນທັນທີຕັ້ງແຕ່ວັນທີ 1 ກໍລະກົດ 2016 ແລະ ທີ່ເຫຼືອຄ່ອຍປັບຫຼຸດເປັນ 0% ພາຍໃນ 5 ປີ. ການຫຼຸດອັດຕາພາສີດັ່ງກ່າວນີ້ຈະຊຸກຍູ້ໃຫ້ມູນຄ່າການຄ້າເພີ່ມຂື້ນເຖິງ 1.3 ຕື້ໂດຣາຕໍ່ປີ ຫຼື ປະມານ 7% ຂອງອັດຕາການຄ້າທັງໝົດທົ່ວໂລກ ເຊິ່ງຈະສ້າງໂອກາດໃຫ້ແກ່ບັນດາສະມາຊິກອົງການການຄ້າໂລກ ແລະ ຈະຊ່ວຍເລັ່ງການຂະຫຍາຍຕົວຂອງການຄ້າດ້ານເທັກໂນໂລຊີ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
You can provide comment/feedback on draft legislation to relevant government agencies for improvement before entering into force.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ຮ່າງ ນິຕິກໍາ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດໍາເນີນທຸລະກິດ
 
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ມາດຕາ 8 ຂອງ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟແລະ ນໍ້າມັນຫຼໍ່ລື່ນ, ເລກທີ.........../ອຄ, ວັນທີ........... ມີນາ 2025. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້ມູນຕິດຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?