ທ່ານ ສຽວສະຫວາດ ສະແຫວງສຶກສາ ກ່າວໃນທີ່ປະຊຸມວ່າ: “ວຽກງານອຳນວຍຄວາມສະດວກທາງດ້ານການຄ້າ ເປັນວຽກງານໜຶ່ງ ທີ່ລັດຖະບານໃຫ້ຄວາມສຳຄັນ ແລະ ໄລຍະຜ່ານມາ ກອງເລຂາອຳນວຍຄວາມສະດວກທາງດ້ານການຄ້າ (ກຂອຄ) ໄດ້ເຮັດສໍາເລັດຫຼາຍວຽກງານເພື່ອບັນລຸຄາດໝາຍຍຸດທະສາດອຳນວຍຄວາມສະດວກທາງດ້ານການຄ້າ ເຊິ່ງໜຶ່ງໃນສິ່ງທ້າທາຍນັ້ນກໍແມ່ນ  ການຈັດລຳດັບສາລະບານວຽກງານການຂົນສົ່ງ (Logistic Performance Index) ຂອງອົງການການຄ້າໂລກ ຊຶ່ງ ສປປ ລາວ ຈັດຢູ່ໃນລຳດັບ ທີ 131 ຈາກ 160 ປະເທດ ໃນປີ 2014, ເພີ່ມຂີື້ນຈາກລໍາດັບ​ທີ 109 ຈາກ 155 ປະ​ເທດ ​ໃນ​ປີ 2012”

ກຂອຄ ໄດ້ຕິດຕາມບັນຫາຫຍຸ້ງຍາກຂອງພາກທຸລະກິດ ທີ່ຕິດພັນກັບການອຳນວຍຄວາມສະດວກທາງດ້ານການຄ້າ ຢ່າງໃກ້ຊິດ ແລະ ຕໍ່ເນື່ອງ ແລະ ໃນໄລຍະຜ່ານມາກໍ່ມີຫຼາຍໆບັນຫາທີ່ສະເໜີມາໃຫ້ພາກລັດພິຈາລະນາແກ້ໄຂປັບປຸງ. ໃນຕົ້ນປີ 2015 ກອຄ ກໍ່ໄດ້ຮັບການລາຍງານສະພາບຄວາມຫຍຸ້ງຍາກຂອງພາກທຸລະກິດນຳເຂົ້າ - ສົ່ງອອກ ຢູ່ແຂວງພາກເໜືອຄື ແຂວງ ຫຼວງພະບາງ, ໄຊຍະບູລີ, ຫຼວງນໍ້າທາ, ອຸດົມໄຊ, ຜົ້ງສາລີ ແລະ ບໍ່ແກ້ວ ເນື່ອງຈາກມີການໃຫສໍາປະທານແກ່ບໍລິສັດ ດຳເນີນການໃຫ້ບໍລິການ ດ້ານເອກະສານສົ່ງອອກສິນຄ້າກະສິກຳ ບາງປະເພດ ເຊັ່ນ: ໝາກໂມ, ໝາກກ້ວຍ, ໝາກສາລີ, ແລະ ໝາກເດືອຍ ໄປ ສປ ຈີນ.

ພາຍຫຼັງທີ່ໄດ້ຮັບການສະເໜີບັນຫາ ດັ່ງກ່າວ, ກຂອຄ ກໍ່ໄດ້ມີການຕິດຕາມເກັບກຳຂໍ້ມູນ ແລະ ວິເຄາະຜົນໄດ້ ຜົນເສຍ ອອກມາຢ່າງເປັນຫຼັກການ ແລະ ໄດ້ຈັດກອງປະຊຸມນີ້ຂື້ນ ເພື່ອເປັນການ (1) ລາຍງານສະພາບລວມຂອງບັນຫາການບໍລິການເອກະສານການສົ່ງອອກກະສິກໍາຢູ່ແຂວງພາກເໜືອ; (2) ຮັບຟັງສະພາບການຈັດຕັ້ງປະຕິບັດ ການສົ່ງອອກໃນໄລຍະຜ່ານມາ ຢູ່ແຂວງພາກເໜືອ; (3) ປຶກສາຫາລື ເພື່ອຫາທາງອອກຕໍ່ກັບບັນຫາທີ່ປະກົດຂຶ້ນໃນປະຈຸບັນ ຕໍ່ກັບ ຜົນກະທົບ ການບໍລິການເອກະສານການສົ່ງອອກສິນຄ້າກະສິກໍາບາງປະເພດ  ໄປ ສປ ຈີນ ຢູ່ແຂວງພາກເໜືອ.

ກອງປະຊຸມໄດ້ຮັບຟັງລາຍງານສະພາບຂໍ້ສະດວກ-ຂໍ້ຫຍຸ້ງຍາກ ຈາກການບໍລິການເອກະສານການສົ່ງອອກສິນຄ້າກະສິກໍາ ຂອງບັນດາແຂວງພາກເໜືອ, ມີການຈັດກຸ່ມປຶກສາຫາລື ເພື່ອລະດົມແນວຄວາມຄິດ ໃນການສະເໜີແນະວິທີທາງແກ້ໄຂບັນຫາໂດຍແບ່ງອອກເປັນ 2 ກຸ່ມຄື ພາກລັດ ແລະ ພາກທຸລະກິດ ເຊິ່ງກໍໄດ້ຮັບຄວາມຮ່ວມມືເປັນຢ່າງດີ. ຫຼັງຈາກນັ້ນ ແມ່ນຈະໄດ້ຮວບຮວມຂໍ້ມູນໂດຍການປຶກສາຫາລືກັບພະແນກອຸດສາຫະກໍາ ແລະ ການຄ້າ ແຂວງ, ສະພາການຄ້າ, ເຈົ້າໜ້າທີ່ປະຈໍາດ່ານ ແລະ ຂໍ້ມູນຕົວຈິງທີ່ເກັບກຳໄດ້ຈາກບໍລິສັດ ມາເຮັດການປະມວນຜົນ ເພື່ອສັງລວມຜົນກະທົບຂອງການບໍລິການເອກະສານດັ່ງກ່າວ  ແລ້ວສະເໜີລາຍງານຜົນການວິເຄາະ ແລະ ວິທີແກ້ໄຂ ເປັນລໍາດັບຕໍ່ໄປ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
You can provide comment/feedback on draft legislation to relevant government agencies for improvement before entering into force.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ຮ່າງ ນິຕິກໍາ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດໍາເນີນທຸລະກິດ
 
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ມາດຕາ 8 ຂອງ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟແລະ ນໍ້າມັນຫຼໍ່ລື່ນ, ເລກທີ.........../ອຄ, ວັນທີ........... ມີນາ 2025. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້ມູນຕິດຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?