ບົດລາຍງານການດໍາເນີນທຸລະກິດ ປະຈໍາປີນີ້ ສໍາເລັດຄວາມພະຍາຍາມສອງປີໃນການຂະຫຍາຍດັດສະນີທີ່ໃຊ້ ວັດແທກຄຸນນະພາບຂອງລະບຽບການ ກໍຄື ປະສິດທິພາບຂອງຂອບວຽກດ້ານນິຕິກໍາທີ່ພົວພັນກັບການດໍາເນີນທຸລະກິດ ເພື່ອເປັນການຕິດຕາມສະພາບຂໍ້ມູນຕົວຈິງໃຫ້ດີຂື້ນ. ຫ້າຕົວຊີ້ວັດນີ້ໄດ້ສະແດງໃຫ້ເຫັນການປ່ຽນແປງໂດຍປຽບທຽບຈາກປີຜ່ານມາຄື: 1) ການຂໍອະນຸຍາດກໍ່ສ້າງ, 2) ການຂໍໄຟຟ້າ, 3) ການເຮັດໃຫ້ສັນຍາມີຜົນສັກສິດ, 4) ການຈົດທະບຽນຊັບສິນ, 5) ການຄ້າຂ້າມແດນ.

ເຖິງແມ່ນວ່າ ສປປ ລາວ ມີຄວາມກ້າວໜ້າໃນການປະຕິຮູບແວດລ້ອມໃນການດໍາເນີນທຸລະກິດ ໃນໄລຍະຜ່ານມາ, ການສືບຕໍ່ປັບປຸງໃນຂະແໜງການອື່ນໆຈະຍັງມີບົດບາດສໍາຄັນສໍາລັບ ສປປ ລາວ ໃນການບັນລຸເປົ້າໝາຍການຫຼຸດພົ້ນຈາກສະຖານະເປັນປະເທດດ້ອຍພັດທະນາໃນປີ 2020. ເຖິງຢ່າງໃດກໍຕາມ, ສປປ ລາວ ຍັງຄົງຢູ່ໃນອັນດັບຕໍ່າທີ່ສຸດໃນພາກພື້ນອາຊີຕາເວັນອອກ ແລະ ເຂດປາຊີຟິກ, ຄືພຽງແຕ່ຖືກຈັດໃນອັນດັບດີກວ່າມຽນມາ (167) ແລະ ຕີມໍເລສເຕ້ (173) ທຽບໃສ່ປະເທດເພື່ອນບ້ານອາຊຽນ ແລະ ປະເທດຄູ່ແຂ່ງໃນພາກພື້ນແລ້ວ ສປປ ລາວ ກໍຍັງຢູ່ໃນອັນດັບທີ່ລາກທ້າຍຢູ່ ເຊັ່ນ: ​ກໍາປູເຈຍ (127), ຫວຽດນາມ (90), ໄທ (49), ມາເລເຊຍ (18). ດັ່ງນັ້ນ ການສືບຕໍ່ປັບປຸງເພີ່ມເຕີມແມ່ນມີຄວາມສໍາຄັນ.

ຜົນສໍາເລັດຂອງການຈັດອັນດັບການດໍາເນີນທຸລະກິດໃນ ສປປ ລາວ ອີງຕາມ 10 ຕົວຊີ້ວັດມີດັ່ງນີ້:

1.    ສປປ ລາວ ໄດ້ປັບປຸງອັນດັບຂອງຕົນໃນການເລີ່ມທຸລະກິດຈາກອັນດັບທີ 154 ເປັນ 153 ເນື່ອງຈາກໄລຍະເວລາທີ່ໃຊ້ໃນການເລີ່ມເຮັດທຸລະກິດຫຼຸດລົງຈາກ 92 ວັນ ເຫຼືອ 73 ວັນ.
2.    ສປປ ລາວ ຖືກຈັດອັນດັບໃນການກໍ່ສ້າງ 42/189.
3.    ສໍາລັບການຂໍໄຟຟ້າໃນ ສປປ ລາວ ແມ່ນມີການປັບໂຕຢູ່ອັນດັບ 158/189.
4.    ໃນຂົງເຂດການຈົດທະບຽນ ສປປ ລາວຈັດຢູ່ໃນອັນດັບທີ 66/189.
5.    ດັ່ງທີ່ໄດ້ກ່າວມາຂ້າງເທິງ, ສປປ ລາວ ໄດ້ມີບົດບາດໃນການປ່ອຍສິນເຊື່ອໂດຍການປັບປຸງການເຂົ້າເຖິງຂໍ້ມູນສິນເຊື່ອເຊິ່ງໃນປະຈຸບັນຢູ່ໃນອັນດັບທີ 70/189.
6.    ສປປ ລາວ ຍັງຄົງຈັດຢູ່ໃນອັນດັບທີ 178/189 ໃນການປົກປ້ອງນັກລົງທຶນລາຍຍ່ອຍ.
7.    ການຈ່າຍພັນທະອາກອນຍັງຢູ່ອັນດັບ 127/189
8.    ໃນການປະເມີນດ້ານການຄ້າຂ້າມແດນ, ສປປ ລາວຍັງຄົງຢູ່ອັນດັບ 108/189.
9.    ການເຮັດໃຫ້ສັນຍາມີຜົນສັກສິດໃນ ສປປ ລາວ ຍັງຈັດຢູ່ໃນອັນດັບ 92/189.
10. ການແກ້ໄຂການລົ້ມລະລາຍຂອງ ສປປ ລາວ ຍັງຄົງຢູ່ໃນອັນດັບທີ 189/189.

ແຫຼ່ງທີ່ມາ: ບົດລາຍງານການດໍາເນີນທຸລະກິດ 2016, ກຸ່ມທະນາຄານໂລກ

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
You can provide comment/feedback on draft legislation to relevant government agencies for improvement before entering into force.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ຮ່າງ ນິຕິກໍາ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດໍາເນີນທຸລະກິດ
 
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ມາດຕາ 8 ຂອງ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟແລະ ນໍ້າມັນຫຼໍ່ລື່ນ, ເລກທີ.........../ອຄ, ວັນທີ........... ມີນາ 2025. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້ມູນຕິດຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?