ສັນຍາອໍານວຍຄວາມສະດວກທາງດ້ານການຄ້າ (ສອຄ) ປະກອບດ້ວຍບັນດາລະບຽບການທີ່ຈະຊ່ວຍເລັ່ງການຂົນສົ່ງ ແລະ ການແຈ້ງພາສີສິນຄ້າ, ລວມທັງສິນຄ້າຜ່ານແດນ. ບົດລາຍງານໄດ້ປະເມີນວ່າ ສອຄ ຈະສາມາດເພີ່ມອັດຕາການສົ່ງອອກຂອງໂລກ 2.7 % ຕໍ່ປີ ແລະ ເພີ່ມອັດຕາການຂະຫຍາຍຕົວຂອງ GDP ໂລກຫຼາຍກວ່າ 0.5% ໃນ 15 ປີຕໍ່ໜ້າ. ຖ້າ ສອຄ ໄດ້ຮັບການຈັດຕັ້ງປະຕິບັດຢ່າງເຕັມສ່ວນ, ປະເທດກໍາລັງພັດທະນາຈະສາມາດເພີ່ມຈໍານວນ ແລະ ຄວາມຫຼາກຫຼາຍຂອງສິນຄ້າສົ່ງອອກເຖິງ 20%, ສາມາດເຂົ້າສູ່ຕະຫຼາດໃໝ່ ແລະ ຂະຫຍາຍການຄ້າຂາຍສິນຄ້າໄດ້ຫຼາຍຮູບແບບຂື້ນ.

ແບບຈໍາລອງຂອງ ອົງການການຄ້າໂລກ (ອຄລ) ສະແດງໃຫ້ເຫັນວ່າ ການສົ່ງອອກຂອງປະເທດກໍາລັງພັດທະນາຈະສາມາດເພີ່ມມູນຄ່າ 1.9 ພັນຕື້ໂດລາສະຫະລັດ (ເຊິ່ງກວມເອົາ 53% ຂອງການຂະຫຍາຍການຄ້າໂລກ) ແລະ ສອຄ ມີສ່ວນສໍາຄັນທີ່ຈະເພີ່ມອັດຕາຂະຫຍາຍຕົວທາງດ້ານເສດຖະກິດ ສໍາລັບປະເທດກໍາລັງພັດທະນາ 0.9% ຕໍ່ປີ.

ບົດລາຍງານການຄ້າໂລກ 2015 ເປັນບົດຄົ້ນຄວ້າສະບັບທໍາອິດທີ່ໄດ້ສຶກສາເຖິງ ສອຄ ແລະ ກອບເຈລະຈາພະຫຸພາຄີໃນການຫຼຸດຄ່າໃຊ້ຈ່າຍທາງດ້ານການຄ້າ.

ປະຈຸບັນ, ສະມາຊິກ ອຄລ ໄດ້ໃຫ້ສັດຕະຍາບັນ ສອຄ ແລ້ວ 51 ປະເທດ ລວມມີ: ປາກີສະຖານ, ມາເຊໂດເນຍ, ຈີນຮ່ອງກົງ, ສິງກະໂປ, ສະຫະລັດອາເມລິກາ, ໂມລິຕັສ, ມາເລເຊຍ, ຍີ່ປຸ່ນ, ອົດສະຕາລີ, ບອດສະວານາ, ຕຼີນີແດັດ ແລະ ໂຕບາໂກ, ເກົາຫຼີໃຕ້, ນິຄາລາກົວ, ນີເຈີ, ເບໄລ,  ສະວິດເຊີແລນ, ຈີນໄຕ້ຫວັນ, ສປ ຈີນ, ລິສເຕັນສະຕີນ, ສປປ ລາວ, ນິວຊີແລນ, ໂຕໂກ, ໄທ ແລະ ສະຫະພາບເອີໂລບ (ໃນນາມຂອງ 28 ປະເທດສະມາຊິກ).

ໃນການເຄື່ອນໄຫວດັ່ງກ່າວ ປະເທດອັງກິດກໍໄດ້ໃຫ້ການສະໜັບສະໜຸນເປັນຈໍານວນ 500,000 ປອນ ຫຼື ເທົ່າກັບ 760,475 ໂດລາສະຫະລັດ  ເພື່ອຊ່ວຍປະເທດກໍາລັງພັດທະນາ ແລະ ປະເທດດ້ອຍພັດທະນາໃນການຈັດຕັ້ງປະຕິບັດ ສອຄ. ເຊິ່ງເປັນສ່ວນໜຶ່ງໃນຈໍານວນ 180  ລ້ານປອນ ຫຼື ເທົ່າກັບ 273.83 ລ້ານໂດລາສະຫະລັດ  ຂອງຄໍາໝັ້ນສັນຍາຂອງປະເທດອັງກິດເພື່ອສະໜັບສະໜຸນໃຫ້ແກ່ການອໍານວຍຄວາມສະດວກທາງດ້ານການຄ້າໃຫ້ແກ່ບັນດາປະເທດດັ່ງກ່າວໂດຍຜ່ານກອບທະວິພາຄີ, ພາກພື້ນ ແລະ ພະຫຸພາຄີ.

ທ່ານ Julian Braithwaite, ເອກອັກຄະລັດຖະທູດຂອງ ອຄລ ໄດ້ໃຫ້ຄໍາເຫັນວ່າ “ປະເທດອັງກິດແມ່ນເປັນປະເທດຫຼັກທີ່ເປັນຜູ້ໃຫ້ທຶນໃຫ້ຄວາມຊ່ວຍເຫຼືອທາງດ້ານການຄ້າ, ເຊິ່ງໄດ້ປະກອບສ່ວນຫຼາຍກວ່າ 1 ຕື້ປອນ (ຫຼື 1,521 ຕື້ໂດລາສະລັດ) ຕໍ່ປີ ເພື່ອຊ່ວຍປະເທດກໍາລັງພັດທະນາ ແລະ ປະເທດດ້ອຍພັດທະນາໃນການຄ້າພາກພື້ນ ແລະ ສາກົນ. ການສະໜັບສະໜຸນຂອງພວກເຮົາຈະຊ່ວຍປັບປຸງການປະສານງານ ແລະ  ການເຊື່ອມໂຍງພາຍໃນໜ່ວຍງານຕ່າງໆ ຕະຫຼອດຮອດໂຄງການທີ່ຈະຊ່ວຍໃຫ້ ສະມາຊິກ ອຄລ ຈັດຕັ້ງປະຕິບັດ ສອຄ.”

ແຫຼ່ງທີ່ມາ: www.freightweek.org

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
You can provide comment/feedback on draft legislation to relevant government agencies for improvement before entering into force.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ຮ່າງ ນິຕິກໍາ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດໍາເນີນທຸລະກິດ
 
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ມາດຕາ 8 ຂອງ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟແລະ ນໍ້າມັນຫຼໍ່ລື່ນ, ເລກທີ.........../ອຄ, ວັນທີ........... ມີນາ 2025. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້ມູນຕິດຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?