ທ່ານລັດຖະມົນຕີກະຊວງ​ການ​ເງິນ ໄດ້ແຈ້ງໃຫ້ສື່ມວນຊົນຊາບ ໃນຂະນະທີ່ເຂົ້າຮ່ວມກອງປະຊຸມຮອບສອງປີລະຫວ່າງຫ້ອງວ່າການລັດຖະບານ, ເຈົ້າຄອງນະຄອນຫຼວງ ແລະ ເຈົ້າແຂວງວ່າ: ໃນ​ລະບົບດັ່ງກ່າວ​ນີ້, ກະຊວງ​ການ​ເງິນ​ໄດ້​ເຮັດ​ວຽກຮ່ວມ​ກັບທະນາຄານ​ທ້ອງ​ຖິ່ນ ​ໃນ​ການ​ແນະ​ນໍາ​ການ​ຈ່າຍ​ເງິນ​ໂດຍ​ການ​ນໍາ​ໃຊ້​ບັດ​ທີ່​ອອກ​ໃຫ້​ແກ່​ຜູ້​ນໍາ​ເຂົ້າ ​ແລະ ຜູ້​ສົ່ງ​ອອກ​ເຊິ່ງຈະ​ຊ່ວຍ​ໃຫ້​ປະ​ຫຍັດ​ເວລາ​ການ​ການ​ຈ່າຍ​ຄ່າ​ພາສີ-​ອາກອນ. ຜູ້​ນໍາ​ເຂົ້າ ​ແລະ ຜູ້​ສົ່ງ​ອອກ ຈະ​​ໃຊ້​ເວລາ​ພຽງ​ແຕ່ 15-30 ນາທີ​ໃນ​ການດໍາເນີນ​ການ​ຈ່າຍຄ່າ​ພາສີ ​ເຊິ່ງ​ໃຊ້​ເວລາ​ສັ້ນກວ່າ​ການ​ຈ່າຍ​ພາສີ​ແບບ​ໃຊ້​ເອກະສານ​ໃນ​ເມື່ອ​ກ່ອນ​ເຊິ່ງຈະ​ໃຊ້​ເວລາ​ປະມານ​ເຄິ່ງມື້ ຫຼື ມື້ໜຶ່ງ​ຈຶ່ງ​ຈະ​ສໍາ​ເລັດ.

ການນໍາໃຊ້ລະບົບໃໝ່ນີ້, ຜູ້ນໍາເຂົ້າ ແລະ ສົ່ງອອກຈະຕ້ອງໄດ້ແຈ້ງພາສີໃນການນໍາເຂົ້າ ແລະ ສົ່ງອອກສິນຄ້າ, ພ້ອມທັງຈ່າຍຄ່າພາສີ ດ້ວຍຕົນເອງຕາມລໍາດັບ. ເຊິ່ງແຕກຕ່າງຈາກເມື່ອກ່ອນ ທີ່​ການນໍາໃຊ້ລະບົບເອກະສານມີຊ່ອງຫວ່າງໃນການເຈລະຈາ ເຊິ່ງອາດເຮັດໃຫ້ຜູ້ປະກອບການເສຍລາຍຮັບ. ໃນ​ໄລຍະຜ່ານ​ມາກໍ​ໄດ້ມີ​ການ​ຈັດການ​ຝຶກ​ອົບຮົມ​ການ​ນໍາ​​ໃຊ້​ລະບົບ​ດັ່ງກ່າວ​ໃຫ້​ແກ່​ເຈົ້າໜ້າທີ່​ພາສີ ກໍ​ຄື​ຜູ້​ນໍາ​ເຂົ້າ ​ແລະ ສົ່ງ​ອອກ ເພື່ອໃຫ້ມີຄວາມຊໍານານໃນການນໍາໃຊ້ລະບົບ.

ນອກຈາກນີ້, ກະຊວງການເງິນກໍຍັງໄດ້ເຮັດວຽກຮ່ວມກັບບັນດາທະນາຄານທ້ອງຖິ່ນເພື່ອ​​ແນະ​ນໍາ ລະບົບພາສີທັນສະໄໝ ເພື່ອຊ່ວຍໃຫ້ຜູ້ປະກອບການຈ່າຍພາສີຜ່ານທະນາຄານ. ເຈົ້າໜ້າທີ່ພາສີຈະອອກໃບແຈ້ງພາສີໃຫ້ແກ່ຜູ້ປະກອບການ ແລະ ຫຼັງຈາກນັ້ນ ຜູ້ປະກອບການກໍຈະຈ່າຍຄ່າພາສີຜ່ານທະນາຄານ ຫຼື ຜ່ານໂທລະສັບມືຖື. ໃນອະນາຄົດອັນໃກ້ນີ້, ກໍຍັງມີແຜນພັດທະນາໂປແກຼມຊ່ວຍໜູນໃຫ້ ນັກທຸລະກິດ ສາມາດຈ່າຍພາສີຜ່ານຕູ້ເອທີເອັມ. ​ປະຈຸບັນ, ກໍໄດ້​ມີ​ການ​ຕິດຕັ້ງເຄື່ອງສະແກນ ຢູ່ດ່ານຊາຍແດນເພື່ອກວດເບິ່ງວ່າສິນຄ້າຕົວຈິງກົງກັບການແຈ້ງພາສີຫຼືບໍ່ ເຊິ່ງລະບົບດັ່ງກ່າວຈະຊ່ວຍປະຫຍັດເວລາ ແລະ ຮັບປະກັນຄວາມຖືກຕ້ອງຂອງການຈ່າຍພັນທະພາສີ.

​​​ອີງ​ຕາມ ຂໍ້​ມູນ​ທີ່​ໄດ້​ຈາກ 11 ​ເດືອນ 15 ວັນ ຂອງ​ສົກ​ງົບປະມານ ວັນ​ທີ 30 ກັນຍາ 2015 ​ແມ່ນ​​​ໄດ້​ເກັບ​ລາຍ​ຮັບ 23.819 ພັນຕື້ກີບ ກວມ​ເອົາ 91,16% ຂອງ​ແຜນ​ປະ​ຈໍາປີ. ສໍາລັບ​ລາຍ​ຮັບໝົດປີ​ແມ່ນ​ຄາດ​ວ່າ​ຈະ​ບໍ່ຫຼຸດ 95 % ຕາມແຜນ, ​ເຊິ່ງ​ເພິ່ມຂຶ້ນ 1.4 ພັນຕື້, ທຽບ​ເທົ່າ 7.3% ຈາກ​ສົກ​ປີຜ່ານມາ.

ເນື່ອງຈາກວ່າລະບົບດັ່ງກ່າວນີ້ ຫາກໍໄດ້ຮັບການ​​ແນະ​ນໍາ, ຈື່ງມີຄວາມຈໍາເປັນທີ່ຈະຕ້ອງມີການສືບຕໍ່ເຜີຍແຜ່ໃຫ້ແກ່ນັກທຸລະກິດຮູ້ ເພື່ອເປັນການ​ສົ່ງ​ເສີມການຈ່າຍພາສີຜ່ານລະບົບໃໝ່.

ແຫຼ່ງທີ່ມາ: ໜັງສືພິມ ວຽງຈັນທາມສ໌

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
You can provide comment/feedback on draft legislation to relevant government agencies for improvement before entering into force.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ຮ່າງ ນິຕິກໍາ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດໍາເນີນທຸລະກິດ
 
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ມາດຕາ 8 ຂອງ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟແລະ ນໍ້າມັນຫຼໍ່ລື່ນ, ເລກທີ.........../ອຄ, ວັນທີ........... ມີນາ 2025. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້ມູນຕິດຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?