ກົມພາສີ, ກະຊວງການ​ເງິນ​​ແຫ່ງ ສປປ ລາວ ຈັດຕັ້ງປະຕິບັດ​ໂຄງ​ການ​ອໍານວຍ​ຄວາມ​ສະດວກ​ທາງ​ດ້ານ​ພາສິ ​ແລະ ການ​ຄ້າ (CTFP)  ​ນັບ​ແຕ່​ເດືອນ​ຕຸລາ 2008 ພາຍ​ໃຕ້​ການສະໜັບສະໜຸນທາງ​ດ້ານ​ການ​ເງິນຂອງ​ສະມາຄົມ​ພັດທະນາ​ສາກົນ (IDA). ​ໂຄງການ​ນີ້ມີ​ຈຸດ​ປະສົງ​ເພື່ອ​ປັບປຸງ​ຄວາມ​ອາດ​ສາມາດ ​ແລະ ປະສິດ​ທິ​ພາບ​ຂອງ​ການ​ຄຸ້ມ​ຄອງ​ວຽກງານ​ພາສີ ​ແລະ ຫຼຸດຜ່ອນ​ຂັ້ນຕອນ​ທາງ​ດ້ານ​ພາສີ. ບົດ​ລາຍ​ງານ​ຄວາມ​ຄືບໜ້າຂອງ​ທະນາຄານ​ໂລກ​ກ່ຽວກັບ CTFP ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ​ມາ​ເຖິງ​ເດືອນ​ສິງຫາ 2015, ລະບົບ​​ແຈ້ງ​ພາສີ​ອັດຕະ​ໂນ​ມັດ​ໄດ້​ຖືກ​ນໍາ​ໃຊ້ຢູ່ 21 ດ່ານ​, ກວມ​ເອົາ 99 ສ່ວນ​ຮ້ອຍ​ຂອງ​ການ​ຄ້າທັງໝົດ​ຢູ່ ສປປ ລາວ​. ນອກຈາກ​ນີ້, ກໍ່​ຍັງ​ມີ 8 ດ່ານທີ່​ໄດ້​ຕິດຕັ້ງລະບົບ​ການ​ຈ່າຍ​ພາສີ​ແບບ​ອັດຕະ​ໂນ​ມັດ​ (SmartTax) ​ເຊິ່ງ​ເຊື່ອມ​ຕໍ່ລະບົບ​​ແຈ້ງ​ພາສີ​ອັດຕະ​ໂນ​ມັດ​ ກັບ ທະນາຄານ ​ເພື່ອ​ປັບປຸງ​ລະບົບ​ການ​ຈ່າຍ​ພາສີ ​ແລະ ອາກອນ ​ແລະ ຍັງ​​ເຊື່ອມ​ຕໍ່ລະບົບ​​ແຈ້ງ​ພາສີ​ອັດຕະ​ໂນ​ມັດ​ ​ກັບ​ລະບົບ​ຂໍ້​ມູນການ​ຄຸ້ມ​ຄອງ​ທາງ​ດ້ານ​ການ​ເງິນ​ຂອງ​ລັດຖະບານ​ຢ່າງທັນ​ສະພາບ​ການ. ລະບົບ​ອັດ​ຕະ​ໂນ​ມັດ​ນີ້ ​ໄດ້​ກໍາຈັດຂັ້ນຕອນ​ທີ່​ໃຊ້ເວລາ​ດົນ ​ແລະ ບໍ່ມີ​ປະສິດທິພາບ ຈາກ​ການ​ເຮັດ​ບົດ​ລາຍ​ງານ​ກ່ຽວກັບ​ລາຍ​ຮັບ​ປະ​ຈໍາ​ວັນ​ດ້ວຍ​ລະບົບ​ເຈ້ຍສໍ​ຢູ່​ບັນດາ​ດ່ານ.

ດາວໂຫຼດ: ການຈັດຕັ້ງປະຕິບັດໂຄງການອໍານວຍຄວາມສະດວກດ້ານພາສີ ແລະ ການຄ້າ ໃນ ສປປ ລາວ

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
You can provide comment/feedback on draft legislation to relevant government agencies for improvement before entering into force.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ຮ່າງ ນິຕິກໍາ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດໍາເນີນທຸລະກິດ
 
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ມາດຕາ 8 ຂອງ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟແລະ ນໍ້າມັນຫຼໍ່ລື່ນ, ເລກທີ.........../ອຄ, ວັນທີ........... ມີນາ 2025. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້ມູນຕິດຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?