ສະຖານທູດແຫ່ງ ສ. ຕວັກກີ ໄດ້ແຈ້ງໃຫ້ຊາບວ່າ ຈະນຳໃຊ້ “ໃບຢັ້ງຢືນ​ສຸຂະພາບ​ຂອງສັດຕະວະແພດ​ສຳລັບ​ການ​ນຳ​ເຂົ້ານ້ຳມັນປາ ​ທີ່​ບໍ່​ມີ​ເປົ້າໝາຍສຳລັບ​ການ​ບໍລິ​ໂພ​ກຂອງ​ມະນຸດ, ນຳມາ​ໃຊ້ເປັນສ່ວນປະກອບອາຫານ​ ຫຼື ເພື່ອຈຸດປະສົງອນອກຕ່ອງ​​ໂສ່ອາຫານ​ຂອງ​ ສ.​ຕວັກກີ” ​ແລະ “ໃບຢັ້ງຢືນສຸຂະພາບຂອງສັດຕະວະແພດ ສໍາລັບການນໍາເຂົ້າໂປຼເຕອິນຈາກສັດແປຮູບ ທີ່​ບໍ່​ມີເປົ້າໝາຍສໍາລັບ​ການ​ບໍລິ​ໂພ​ກຂອງ​ມະນຸດ, ລວມທັງ​ສານ​ປະສົມ ​ແລະ ຜະລິດຕະພັນອື່ນ ນອກຈາກອາຫານສັດທີ່ມີສ່ວນປະກອບຂອງໂປຼເຕອີນດັ່ງກ່າວໃນ ສ. ຕວັກກີ” ຈາກກະຊວງອາຫານ, ກະສິກຳ, ແລະ ສັດ ແຫ່ງ ສ. ຕວັກກີ. ເຊິ່ງໃບຢັ້ງຢືນດັ່ງກ່າວຈະຖືກນໍາໃຊ້ຕັ້ງແຕ່ວັນທີ 1 ມິຖຸນາເປັນຕົ້ນໄປ.

ໃບຢັ້ງຢືນດັ່ງກ່າວໄດ້ຖືກສະເໜີເພື່ອທົບທວນຢູ່ເວັບໄຊ້ທາງການຂອງອົງການການຄ້າໂລກ (Code No. G/SPS/N/TUR/9/Add.1) ໃນວັນທີ 14 ເມສາ 2015 ແລະ ກໍຍັງສາມາດດາວໂຫຼດໄດ້ທີ່ ເວັບໄຊ້ຂອງ ກະຊວງອາຫານ, ກະສິກຳ, ແລະ ສັດ ແຫ່ງ ສ. ຕວັກກີ.  

ໃນໄລຍະທີ່ກຳລັງດໍາເນີນການນີ້, ໃບຢັ້ງຢືນອື່ນໆທີ່ໄດ້ສ້າງກ່ອນວັນທີ 1 ມິຖຸນາ 2015 ກໍຈະຖືກຮັບຮອງເອົາຢູ່ບັນດາດ່ານເຂົ້າປະເທດຕວັກກີ.

ກົດທີ່ນີ້ ເພື່ອເບິ່ງໜັງສືແຈ້ງເປັນທາງການ ຂອງ ສະຖານທູດ ແຫ່ງ ສ. ຕວັກກີ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
You can provide comment/feedback on draft legislation to relevant government agencies for improvement before entering into force.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ຮ່າງ ນິຕິກໍາ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດໍາເນີນທຸລະກິດ
 
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ມາດຕາ 8 ຂອງ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟແລະ ນໍ້າມັນຫຼໍ່ລື່ນ, ເລກທີ.........../ອຄ, ວັນທີ........... ມີນາ 2025. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້ມູນຕິດຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?