ຈຸດປະສົງຂອງກອງປະຊຸມສຳມະນາໃນຄັ້ງນີ້ ແມ່ນແນໃສ່ທົບທວນຄືນການຈັດຕັ້ງປະຕິບັດໃນປີ 2013 - 2014 ແລະ ແຜນການໃນຕໍ່ໜ້າ ​ໃນ​ການ​ພັດທະນາກົນໄກການປະສານງານ ໃນການສະໜອງຂໍ້ມູນຂ່າວສານ ໃຫ້ແກ່ສູນຂໍ້ມູນຂ່າວສານທາງດ້ານການຄ້າຂອງ ສປປ ລາວ. ນອກຈາກນີ້, ກໍ່ໄດ້ນຳສະເໜີ ເຄື່ອງມືໃໝ່ທີ່ພັດທະນາຂຶ້ນ ໃນ LTP ( LTP Forum) ເຊິ່ງຈະຊ່ວຍຊຸກຍູ້ ເຮັດໃຫ້ວຽກງານປະສານງານ ແລະ ສະໜອງຂໍ້ມູນ ມີຄວາມວ່ອງໄວຂຶ້ນກ່ວາເກົ່າ.

ກອງປະຊຸມໄດ້ດຳເນີນໄປຕາມວາລະ ໂດຍມີການນຳສະເໜີບັນດາເນື້ອໃນທີ່ສຳຄັນ ຄື: 1.     ລາຍງານສະພາບ ການຈັດຕັ້ງປະຕິບັດວຽກງານ ປະສານງານ ແລະ ສະໜອງຂໍ້ມູນຂ່າວສານ ໃນໄລຍະຜ່ານມາ; 2.    ຄວາມໝາຍຄວາມສຳຄັນ ຂອງການສ້າງກົນໄກການປະສານງານ ສະໜອງຂໍ້ມູນ ໃຫ້ແກ່ LTP, ພ້ອມທັງສະເໜີແນວທາງປັບປຸງບັນດາລາຍຊື່ຜູ້ປະສານງານ ທີ່ມີຢູ່ໃນປະຈຸບັນ; 3.   ນຳສະເໜີກ່ຽວກັບ ATR ແລະ NTR ບັນດາໜ້າວຽກ ທີ່ LTP ຕ້ອງໄດ້ເຮັດທີ່ຕິດພັນກັບວຽກງານ ATR; 4.    ນຳສະເໜີ ແລະ ເຮັດແບບຝຶກຫັດວິທີນຳໃຊ້ ອີເມລ໌ຈຸດປະສານງານ; 5.         ນຳສະເໜີ ແລະ ເຮັດແບບຝຶກຫັດວິທີນຳໃຊ້ ກະດານສົນທະນາ (LTP Forum).

ກອງປະຊຸມໃນຄັ້ງນີ້ ໄດ້ດຳເນີນໄປດ້ວຍບັນຍາກາດຂອງການ​ແລກປ່ຽນຄວາມ​ຄິດ​ເຫັນ​ຢ່າງເປັນກັນເອງ, ບັນດານັກສຳມະນາກອນໄດ້ໃຫ້ຄວາມ​ເອົາໃຈໃສ່ ແລະ ມີຄວາມຕັ້ງໜ້າໃນການຮຽນຮູ້ຕາມຫົວຂໍ້ທີ່ໄດ້ນຳສະເໜີດັ່ງກ່າວຂ້າງເທິງຢ່າງເລິກເຊິ່ງເພື່ອໃຫ້ສາມາດນຳໃຊ້ເຂົ້າໃນການປະຕິບັດວຽກງານ ໂດຍສ່ວນໃຫຍ່ ນັກສຳມະນາກອນ ແມ່ນຕີລາຄາສູງຕໍ່ກັບການສ້າງກົນໄກການສະໜອງຂໍ້ມູນຂ່າວສານ ໃຫ້ແກ່ສູນຂໍ້ມູນຂ່າວສານທາງດ້ານການຄ້າຂອງ ສປປ ລາວ. ເພື່ອເຮັດໃຫ້ LTP ມີເນື້ອໃນອຸດົມສົມບູນ, ຄົບຖ້ວນ, ທັນກັບສະພາບ ແລະ ມີຄວາມຍືນຍົງ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
You can provide comment/feedback on draft legislation to relevant government agencies for improvement before entering into force.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ຮ່າງ ນິຕິກໍາ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດໍາເນີນທຸລະກິດ
 
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ມາດຕາ 8 ຂອງ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟແລະ ນໍ້າມັນຫຼໍ່ລື່ນ, ເລກທີ.........../ອຄ, ວັນທີ........... ມີນາ 2025. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້ມູນຕິດຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?