ການ​ບໍ​ລິ​ການ​ສະມາຊິກ


​ໃນ​ຖານະ​ເປັນ​ສະມາຊິກທ່ານ​ສາມາດ​​ໃຊ້​ປະ​ໂຫຍ​ດ ຈາກຫຼາກຫຼາຍ​ການ​ບໍ​ລິ​ການ​ມູນຄ່າ​ເພີ່ມ​ ເຊິ່ງຈະ​ຊ່ວຍ​ທ່ານ​ຮັບ​ຮູ້​ສິ່ງ​ທີ່​ເປັນ​ປ​ະ​ໂຫຍດຕໍ່​ທ່ານ. ທ່ານ​ສາມາດ​ດັດປັບ​ການບໍລິການ ​ເພື່ອ​ໄດ້​ຮັບປະ​ເພດ​ຂໍ້​ມູນ​ທີ່​ທ່ານ​ຕ້ອງການ​ໃນ​ທັນ​ທີ ທີ່ມັນ​ມີ​ໃຫ້.

ຫາກຢາກເປັນ​ສະມາຊິກ ທ່ານ​ຕ້ອງ​ໄດ້​ລົງທະບຽນ​​ໂດຍ​ການກົດ​ໃສ່​ລິ້ງ ລົງທະບຽນ ໃນ​ຂົງເຂດສະມາຊິກທີ່ຢູ່ໃນ ກອບສີ່ຫຼ່ຽມໃນໜ້ານີ້ ແລະ ໜ້າອື່ນໆ.

ທ່ານ​ຈະ​ຕ້ອງໄດ້​ສະ​ໜອງ​ບາງ​ຂໍ້​ມູນ​ສ່ວນ​ຕົວ ​ພ້ອມ​ທັງ​ທີ່ຢູ່​ອີ​ເມ​ວຂອງ​ທ່ານ. ທີ່ຢູ່​ອີ​ເມ​ວຂອງ​ທ່ານ​ຈະ​ແມ່ນ​ຊື່​​ເຂົ້າ​ລະບົບ (login ID) ຂອງ​ທ່ານ. ຂໍ້​ມູນ​ນີ້​ຈະ​ປອດ​ໄພ​ຮ້ອຍ​ສ່ວນ​ຮ້ອຍ ​ແລະ ຈະ​ບໍ່​ຖືກ​ເປີດ​ເຜີຍ​ຕໍ່​ກັບ​ບຸກຄົນ​ໃດ​ເດັດຂາດ.

ນອກ​ນັ້ນ, ທ່ານ​ຍັ​ງສາມາດ​ເລືອກ​ລະຫັດ​ຜ່ານ​ຕາມ​ທີ່​ທ່ານ​ມັກ ​ເຊິ່ງທ່ານ​ສາມາດ​ແກ້​ໄຂ​ປ່ຽນ​ແປງ​​​ໄດ້ໃນ​ພາຍຫຼັງ.

ຈາກ​ນັ້ນ, ທ່ານ​ສາມາດ​ເລືອກ​ປະ​ເພດ​ຂໍ້​ມູນ​ທີ່​ທ່ານ​ຕ້ອງການ​ໄດ້​ຮັບ ​ແລະ ສຳລັບ​ແຕ່​ລະປະ​ເພດ, ເລືອກ​ໝວດ​ຂໍ້​ມູນສະ​ເພາະ​ທີ່​ທ່ານ​ສົນ​ໃຈ (​ເຊັ່ນວ່າ: SPS, TBT ​ແລະ​ອື່ນໆ). ທ່ານ​ຈະ​ໄດ້​ຮັບອີເມວແຈ້ງເຕືອນ ສໍາລັບຂໍ້ມູນປະ ເພດຕໍ່ໄປນີ້ໃນທັນທີທີ່ຂໍ້ມູນນັ້ນມີໃຫ້. ອີ​ເມ​ວ​ແຈ້ງ​ເຕືອນ​ຈະ​ປະກອບ​ມີ​​ລິ້ງ (link) ​ເຊື່ອມ​ຕໍ່​ຫາ​ຫົວ​ຂໍ້​ນັ້ນໆ.

  • ຂ່າວສານ;
  • ​ເຫດການ​ທີ່​ຈະ​ເກີດ​ຂຶ້ນ;
  • ​ປະກາດ​ແຈ້ງ​ການ;
  • ​ເອກະສານສິ່ງ​ພິມ.

ນອກ​ນັ້ນ, ທ່ານ​ຍັງ​ສາມາດ​ເລືອກ​ລາຍການ​ສິນຄ້າ​ທີ່​ທ່ານ​ຕ້ອງການ "ຕິດຕາມ". ສິ່ງ​ເຫຼົ່ານີ້ສາມາດ​ເປັນ​ສິນຄ້າ​ທີ່ ​ທ່ານຄ້າຂາຍ​ເປັນ​ປົກກະຕິ. ຕົວ​ຊ່ວຍ​ນີ້​ຈະສົ່ງ​ອີ​ເມ​ວ​​ແຈ້ງ​ເຕືອນ​ຫາ​ທ່ານ​ໃນ​ທຸກໆ​ຄັ້ງ​ທີ່​ມີ​ສິ່ງ​ໃໝ່ໆ​ເພີ່ມ​ເຂົ້າ​ໃສ່​ສິນຄ້າ​ນັ້ນ ຫຼື ມີ​ບາງ​ຢ່າງ​ປ່ຽນ​ແປງ. ຕົວຢ່າງ​ວ່າມີ​ການ​ເພີ່ມ​ເຂົ້າ ຫຼື ຕັດ​ອອກ​ມາດ​ຕະການ SPS ຫຼື TBT ​ໃໝ່​ ຫຼື ມີ​ ການ​ນໍາ​ໃຊ້ອັດຕາ​ພາສີ​ໃໝ່. ຄລິກທີ່ນີ້ ເພື່ອລົງທະບຽນເປັນສະມາຊິກ.

ຕົວ​ຊ່ວຍ​ສະມາຊິກ​ໃໝ່​ຈະ​ຖືກ​ເພີ່ມ​ເຂົ້າ​​ເປັນ​ແຕ່ລະ​ໄລຍະ. ສະ​ນັ້ນ, ​ໃຫ້ກວດ​ເບິ່ງ​ເວັບ​ໄຊທ໌​ນີ້​ຢູ່​ເລື້ອຍໆ.

 

 

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
You can provide comment/feedback on draft legislation to relevant government agencies for improvement before entering into force.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ຮ່າງ ນິຕິກໍາ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດໍາເນີນທຸລະກິດ
 
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ມາດຕາ 8 ຂອງ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟແລະ ນໍ້າມັນຫຼໍ່ລື່ນ, ເລກທີ.........../ອຄ, ວັນທີ........... ມີນາ 2025. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້ມູນຕິດຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?