ການຝຶກອົບຮົມຄັ້ງນີ້ ເພື່ອເປັນການສ້າງທັກສະ ຄວາມຮູ້, ຄວາມສາມາດ ໃນການຂີດຂຽນບົດຂ່າວ, ບົດຄວາມ ແລະ ສິ່ງພິມຕ່າງໆ ໃຫ້ແກ່ພະນັກງານວິຊາການ ໂດຍສະເພາະທີມງານບໍລິຫານ ແລະ ຈຸດປະສານງານ ຂອງສູນຂໍ້ມູນຂ່າວສານທາງດ້ານການຄ້າ ຂອງ ສປປ ລາວ ແລະ ຂະແໜງການກ່ຽວຂ້ອງ ໃຫ້ມີຄວາມຖືກຕ້ອງຕາມຫຼັກການ, ມີຄວາມຊັດເຈນ ແລະ ວ່ອງໄວທັນກັບສະພາບ. ເພື່ອຜັນຂະຫຍາຍ ເຂົ້າໃນວຽກງານເຜີຍແຜ່ຂໍ້ມູນຂ່າວສານສູ່ສັງຄົມ. ພ້ອມທັງເປັນການແລກປ່ຽນຄວາມຮູ້ ແລະ ປະສົບການກ່ຽວກັບການຂີດຂຽນ ຂອງນັກວິທະຍາກອນ ແລະ ຜູ້ເຂົ້າຮ່ວມ.

ການຈັດ​ຊຸດຝຶກ​ອົບ​ຮົມ ​ໄດ້​ດຳ​ເນີນ​ໄປ​ຕາມ​ວາລະ ​ໂດຍ​ມີ​ການ​ນຳ​ສະ​ເໜີ​ບັນດາ​ເນື້ອ​ໃນ​ທີ່​ສຳຄັນ ຄື: 1) ການລາຍງານຂ່າວເບື້ອງຕົ້ນ; 2) ການພາດຫົວຂໍ້ຂ່າວ ແລະ ການຂຽນຄຳນຳ/ວັກ​ນຳ, 3) ເຕັກນິກການສຳພາດ; 4) ການປຽບທຽບລັກສະນະການຂຽນຂ່າວ ແລະ ບົດຄວາມ ;5) ບົດຮຽນການຂຽນບົດຄວາມພື້ນຖານ ; 6) ການຂຽນລາຍງານພິເສດ ແລະ ສະກູບພິເສດ ; 7) ຈັນຍາບັນຂອງສື່ມວນຊົນ ; 8) ການໃຊ້ສຳນວນ ແລະ ພາສາໃນບົດຂ່າວ ; 9) ເຕັກນິກການຂຽນຂ່າວ, ສື່ສິ່ງພິມ ; 10) ການວິິໄຈ ແລະ ປະເມີນຄຸນຄ່າຂອງຂ່າວ ; 11) ການຂຽນຂ່າວຕາມນິຕິກຳ ບໍ່ວ່າຈະເປັນແຈ້ງການ, ຂໍ້ຕົກລົງຕ່າງໆ ; 12) ຄວາມຮູ້ພື້ນຖານກ່ຽວກັບການຖ່າຍພາບ.

ການຈັດຝຶກອົບຮົມໃນຄັ້ງນີ້ ໄດ້ດຳເນີນໄປດ້ວຍບັນຍາກາດອັນຟົດຟື້ນ ແລະ ເປັນກັນເອງ, ມີການຕັ້ງຄຳຖາມ, ສະເໜີຂໍ້ຄິດເຫັນຕ່າງໆ ເພື່ອແລກປ່ຽນບົດຮຽນຢ່າງຫຼາກຫຼາຍ. ຜູ້ເຂົ້າຮ່ວມມີຄວາມຕັ້ງໃຈໃນການເກັບກ່ຽວເອົາບົດຮຽນ, ຄວາມຮູ້ ນຳຄູຝຶກທີ່ຖ່າຍທອດໃຫ້. ຄູຝຶກແມ່ນມີຄວາມຈິງໃຈ ໃນການຖ່າຍທອດບົດຮຽນ, ຄວາມຮູ້ທີ່ມີ ໃຫ້ນັກສຳມະນາກອນຢ່າງຈິງຈັງ ແລະ ຈິງໃຈ ໂດຍການອະທິບາຍບົດຮຽນຢ່າງລະອຽດຈະແຈ້ງ. ນອກນີ້ ການເຮັດບົດຝຶກຫັດໃນການຂຽນບົດຂ່າວ ໄດ້ເຮັດໃຫ້ຜູ້ເຂົ້າຮ່ວມເຂົ້າໃຈແຈ້ງຂຶ້ນຕື່ມ.

ການ​ຝຶກ​ອົບຮົມ ​ໄດ້​ດຳ​ເນີນ​ໄປ​ເປັນ​ເວລາ 3 ວັນ ​ເຖິງ​ວ່າ​ເປັນ​ເວລາ​ສັ້ນ ​ແຕ່​ໄດ້​ດຳ​ເນີນ​ໄປ​ດ້ວຍ​ດີ ​ແລະ ສາມາດ​ບັນລຸ​ຈຸດປະສົງ​ເປົ້າໝາຍ. ໃນຕອນທ້າຍ ໄດ້ມີການມອບໃບຢັ້ງຢືນ ​ໃຫ້​ແກ່​ນັກ​ສຳ​ມະ​ນາກ​ອນ ທີ່​ໄດ້​ຈົບຫຼັກສູດ​ຂອງ​ການ​ຝຶກ​ອົບຮົມ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
You can provide comment/feedback on draft legislation to relevant government agencies for improvement before entering into force.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ຮ່າງ ນິຕິກໍາ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດໍາເນີນທຸລະກິດ
 
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ມາດຕາ 8 ຂອງ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟແລະ ນໍ້າມັນຫຼໍ່ລື່ນ, ເລກທີ.........../ອຄ, ວັນທີ........... ມີນາ 2025. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້ມູນຕິດຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?