ທ່ານ ພົນ​ເອກ ຊັດ​ໄຊ ສາລິ​ກັນ​ຍະ, ລັດຖະມົນຕີວ່າການກະຊວງພານິດ, ​ໄດ້ອະທິບາຍ​ວ່າ ​ເນື່ອງ​ຈາກ​ຂ່າວ​ນັກ​ລົງທຶນ​ຕ່າງ​ປະ​ເທດມີ​ຄວາມ​ກັງວົນ​ກ່ຽວກັບ​ການ​ທົບ​ທວນ ພະຣາຊະບັນຢັດການ​ປະກອບ​ທຸລະ​ກິດ​ຂອງ​ຄົນ​ຕ່າງ​ປະ​ເທດ ພ​. ສ 2542,  ​ແລະ ​ໄດ້ມີ​ຕາງໜ້າສະຖານທູດ, ສະພາ​ການ​ຄ້າ​ຕ່າງປະ​ເທດ ລວມ​ເຖິງ​ນັກ​ລົງທຶນ​ຕ່າງປະ​ເທດ ຂໍ​ພົບ​ປະ​ກັບ​ຜູ້​ບໍລິຫານ​ກະຊວງ​ພານິດ​ຢ່າງ​ຕໍ່​ເນື່ອງ ​ເພື່ອ​ແຈ້ງ​ຂໍ້​ກັງວົນ ​ແລະ ຂໍ​ຂໍ້​ມູນ​ຈາກ​ກະຊວງ​ພານິດ. ດັ່ງນັ້ນ, ກະຊວງ​ພານິດ ຈຶ່ງ​ໄດ້​ຈັດກອງປະຊຸມ​ຂຶ້ນ ​ເພື່ອ​ເປັນ​ການອະທິບາຍ​ຂໍ້​ມູນ ​ແລະ ​ເປີດ​ໂອກາດໃນ​ການ​ຕັ້ງຄຳ​ຖາມ ​​ໃຫ້​ຄວາມ​ກະຈ່າງ​ແຈ້ງ ​ແລະ ​ເຂົ້າ​ໃຈ​ຕໍ່ບັນຫາ​ດັ່ງກ່າວ.

ທ່ານ​ລັດຖະມົນຕີວ່າການ​ກະຊວງພານິດ​ໄທ ໄດ້ເນັ້ນວ່າການສືກສາທົບທວນ ພະຣາຊະບັນຢັດການ​ປະກອບ​ທຸລະ​ກິດ​ຂອງ​ຄົນ​ຕ່າງ​ປະ​ເທດ ຕ້ອງເປັນໄປຕາມນະໂຍບາຍຂອງລັດຖະບານດ້ານການລົງທຶນຈາກຕ່າງປະເທດ ຄື: 1) ການສົ່ງເສີມການລົງທຶນ; 2) ການຫຼຸດຂັ້ນຕອນໃນການເຮັດທຸລະກິດ; 3) ການອໍານວຍຄວາມສະດວກການຄ້າ ​ແລະ ການລົງທຶນ. ໃນປະຈຸບັນນີ້, ປະເທດໄທ ຢູ່ລະຫວ່າງຂະບວນການປະຕິຮູບ ເພື່ອເພີ່ມສັກກະຍະພາບໃນການແຂ່ງຂັນ, ສົ່ງເສີມການຄ້າ ແລະ ການລົງທຶນ ເຊິ່ງການປັບປຸງລະບຽບກົດໝາຍ​ແມ່ນເປັນສ່ວນໜຶ່ງພາຍໃຕ້ຂະບວນການປະຕິຮູບ. ສໍາລັບພະຣາຊະບັນຢັດວ່າດ້ວຍການປະກອບທຸລະກິດຂອງຄົນຕ່າງປະເທດ ​ແມ່ນຢູ່ພາຍໃຕ້ຄວາມຮັບຜິດຊອບຂອງກະຊວງພານິດ ​ເຊິ່ງ​ໄດ້​ຖືກ​ນໍາ​ໄປ​ສຶກສາຄົ້ນຄວ້າ ​​ເພື່ອ​ເຮັດ​ໃຫ້​ສອດຄ່ອງ​ກັບ​ການ​ປະຕິບັດ​ຂອງ​ສາກົນ​, ໂດຍບໍ່ໃຫ້ກະທົບຕໍ່ບັນຍາກາດການລົງທຶນ ເພື່ອໃຫ້ບັນຍາກາດການລົງທຶນເປັນໄປໃນທິດທາງທີ່ທຸກຄົນໄດ້ຮັບຜົນປະໂຫຍດຮ່ວມກັນ.

ໃນ​ການ​ສຶກສາ ກາ​ນສົ່ງ​ເສີມ ພະຣາຊະບັນຢັດການປະກອບທຸລະກິດຂອງຄົນຕ່າງປະເທດ ທີ່​ຈະ​ມີ​ຜົນ​ສະຫຼຸບ​ໃນ​ເດືອນ​ທັນວາ​ນີ້ ຈະ​ສະຫຼຸບຄວາມ​ເຫັນ​ວ່າມີຂໍ້​ປະ​ເດັນ​ໃດ ທີ່​ສອດຄ່ອງ​ກັບ​ນະ​ໂຍບາຍການ​ລົງທຶນ​ຕ່າງປະ​ເທດ ​ແລະ ສາມາດ​ດຳ​ເນີນ​ການ​ໄດ້​ໃນ​ຊຸດ​ລັດຖະບານ​ປະຈຸ​ບັນ.

​ ​ແຫຼ່ງທີ່​ມາ: ຂ່າວສານກະຊວງ​ພານິດໄທ

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
You can provide comment/feedback on draft legislation to relevant government agencies for improvement before entering into force.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ຮ່າງ ນິຕິກໍາ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດໍາເນີນທຸລະກິດ
 
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ມາດຕາ 8 ຂອງ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟແລະ ນໍ້າມັນຫຼໍ່ລື່ນ, ເລກທີ.........../ອຄ, ວັນທີ........... ມີນາ 2025. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້ມູນຕິດຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?