ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງອຸດສາຫະກຳ ແລະ ການຄ້າ         ເລກທີ 1016 / ອຄ.ກຂອ          
ນະຄອນຫຼວງວຽງຈັນ, ວັນທີ 05 ມິຖຸນາ 2014

ຂໍ້ຕົກລົງ
ຂອງລັດຖະມົນຕີວ່າການ ກະຊວງອຸດສາຫະກຳ ແລະ ການຄ້າ
ວ່າດ້ວຍການປະກາດໃຊ້ລະບຽບແຫຼ່ງກຳເນີດສະເພາະທີ່ນຳໃຊ້ກັບແຕ່ລະຜະລິດຕະພັນ
ຫຼື PSR ຂອງສັນຍາການຄ້າດ້ານສີນຄ້າ ອາຊຽນ-ຈີນ ທີ່ໂອນຍ້າຍຈາກລະຫັດສີນຄ້າ
ລະບົບເອກະພາບອາຊຽນ ປີ 2007 ມາເປັນ 2012

  • ອີງໃສ່ສັນຍາການຄ້າດ້ານສີນຄ້າ ຂອງສັນຍາກອບການຮ່ວມມືເສດຖະກິດຮອບດ້ານລະຫວ່າງອາຊຽນ ແລະ ສປ ຈີນ ທີ່ໄດ້ຮັບການລົງນາມໃນວັນທີ 29 ພະຈິກ ປີ 2004 ທີ່ ສປປ ລາວ;
  • ອີງໃສ່ຂໍ້ຕົກລົງຂອງລັດຖະມົນຕີວ່າການກະຊວງອຸດສາຫະກຳ ແລະ ການຄ້າ ວ່າດ້ວຍການປະກາດໃຊ້ລະບຽບການແຫຼ່ງກຳເນີດສີນຄ້າ ຂອງສັນຍາການຄ້າດ້ານຜະລິດຕະພັນ ອາຊຽນ-ຈີນ ສະບັບເລກທີ 1516/ອຄ.ກຂອ ລົງວັນທີ 12 ກັນຍາ 2008;
  • ອີງຕາມດຳລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 522/ນຍ ລົງວັນທີ 23 ທັນວາ 2011 ວ່າດ້ວຍການ ຈັດຕັ້ງ ແລະ ການເຄື່ອນໄຫວ ຂອງກະຊວງອຸດສາຫະກຳ ແລະ ການຄ້າ;
  • ອີງໃສ່ກອງປະຊຸມຂອງໜ່ວຍປະຕິບັດງານແຫຼ່ງກຳເນີດສີນຄ້າ ອາຊຽນ-ຈີນ ຄັ້ງທີ 5 ລະຫວ່າງວັນທີ 12-13 ມີນາ 2014 ທີ່ ສປ ຈີນ ທີ່ໄດ້ສຳເລັດການປັບປຸງລະບຽບແຫຼ່ງກຳເນີດສະເພາະທີ່ນຳໃຊ້ ກັບແຕ່ລະຜະລິດຕະພັນ ຫຼື PSR;
  • ອີງຕາມການສະເໜີຂອງກົມການນຳເຂົ້າ ແລະ ສົ່ງອອກ.

ລັດຖະມົນຕີວ່າການກະຊວງອຸດສາຫະກຳ ແລະ ການຄ້າ ຕົກລົງ ດັ່ງນີ້:

ມາດຕາ 01: ປະກາດໃຊ້ລະບຽບແຫຼ່ງກຳເນີດສະເພາະທີ່ນຳໃຊ້ກັບແຕ່ລະຜະລິດຕະພັນ ຫຼື PSR ( Product Specific Rules ) ຂອງສັນຍາການຄ້ານສີນຄ້າ ອາຊຽນ-ຈີນ ທີ່ໂອນຍ້າຍຈາກ ລະຫັດສີນຄ້າລະບົບເອກະພາບອາຊຽນ ປີ 2007 ມາເປັນ 2012 ຈຳນວນ 526 ລາຍການ.

ມາດຕາ 02: ມອບໃຫ້ກົມການນຳເຂົ້າ ແລະ ສົ່ງອອກ ຮັບຜິດຊອບ ແນະນຳ ແລະ ເຜີຍແຜ່ ວິທີຈັດຕັ້ງປະຕິບັດລະອຽດກ່ຽວກັບລະບຽບການດັ່ງກ່າວ ເພື່ອໃຫ້ຂໍ້ຕົກລົງສະບັບນີ້ ຖືກປະຕິບັດຢ່າງໄດ້ຮັບຜົນດີ.

ມາດຕາ 03: ຂໍ້ຕົກລົງສະບັບນີ້ມີຜົນບັງຄັບໃຊ້ນັບແຕ່ ວັນທີ 01 ກໍລະກົດ 2014 ເປັນຕົ້ນໄປ.

ລັດຖະມົນຕີວ່າການກະຊວງອຸດສາຫະກຳ ແລະ ການຄ້າ

(ເຊັນ ແລະ ປະທັບຕາ)
ນ ເຂັມມະນີ ພົນເສນາ

ຂ້າງເທິງ

# ຫົວຂໍ້ ດາວໂຫຼດ
1 Notification to implement the Product Specific Rules (PSR) under agreement on trade of goods between ASEAN and CHINA which was transferred AHTN 2007 into AHTN 2012 tariff nomenclature PDF
2 ຂໍ້ຕົກລົງຂອງລັດຖະມົນຕີວ່າການ ກະຊວງ ອຄ ວ່າດ້ວຍການປະກາດໃຊ້ລະບຽບແຫຼ່ງກຳເນີດສະເພາະທີ່ນຳໃຊ້ກັບແຕ່ລະຜະລິດຕະພັນ ຫຼື PSR ຂອງສັນຍາການຄ້າ້ດານສິນຄ້າ ອາຊຽນ-ຈີນ ທີ່່ໂອນຍ້າຍຈາກລະຫັດສິນຄ້າລະບົບເອກະພາບອາຊຽນ 2007 ມາເປັນ 2012, ເລກທີ 1016 ,ລົງວັນທີ 5 ມິຖຸນາ 2014 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
You can provide comment/feedback on draft legislation to relevant government agencies for improvement before entering into force.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ຮ່າງ ນິຕິກໍາ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດໍາເນີນທຸລະກິດ
 
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ມາດຕາ 8 ຂອງ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟແລະ ນໍ້າມັນຫຼໍ່ລື່ນ, ເລກທີ.........../ອຄ, ວັນທີ........... ມີນາ 2025. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້ມູນຕິດຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?