ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງໄປສະນີໂທລະຄົມມະນາຄົມ ແລະ ການສື່ສານ, ຫ້ອງການ          ເລກທີ 1229 / ປທສ.ຫກ
ນະຄອນຫຼວງວຽງຈັນ, ວັນທີ 13 ສິງຫາ 2013

ແຈ້ງການ

ເຖິງ: ບຸກຄົນ, ນິຕິບຸກຄົນ, ອົງການຈັດຕັ້ງຕ່າງໆ, ບໍລິສັດ, ໂຮງແຮມ ແລະ ຫ້າງຮ້ານ ຕ່າງໆ

ເລື່ອງ: ການນຳເຂົ້າ, ການຈຳໜ່າຍ ແລະ ການນຳໃຊ້ເຄື່ອງ ວິທະຍຸສື່ສານ (ເຄື່ອງສື່ສານໂຟນີ)

  • ອີງຕາມ ດຳລັດຂອງທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ສະບັບເລກທີ 303/ນຍ, ລົງວັນທີ 26/09/2011, ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງກະຊວງ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ.
  • ອີງໃສ່ ກົດໝາຍວ່າດ້ວຍ ການໂທລະຄົມມະນາຄົມ (ສະບັບປັບປຸງ) ເລກທີ 09/ສພຊ, ລົງວັນທີ 21/12/2011.

ໃນປະຈຸບັນນີ້, ເຫັນວ່າເຄື່ອງວິທະຍຸສື່ສານໂຟນີ ທີ່ໃຫ້ ກະຊວງໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານຄຸ້ມຄອງ ຍັງມີບຸກຄົນ, ນິຕິບຸກຄົນ ຫົວໜ່ວຍທຸລະກິດ ແລະ ຫ້າງຮ້ານຕ່າງໆ ຈຳນວນໜຶ່ງນຳເຂົ້າ, ຈຳໜ່າຍ ແລະ ນຳໃຊ້ເຄື່ອງສື່ສານໂຟນີ ໂດຍບໍ່ໄດ້ຮັບອະນຸຍາດ ແລະ ບໍ່ໄດ້ຂຶ້ນທະບຽນນຳໃຊ້.

ດັ່ງນັ້ນ, ເພື່ອເຮັດໃຫ້ການຄຸ້ມຄອງ ແລະ ນຳໃຊ້ເຄື່ອງສື່ສານໂຟນີ ຖືກຕ້ອງຕາມກົດໝາຍ ກົມໂທລະຄົມມະນາຄົມ, ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ຈຶ່ງອອກແຈ້ງການດັ່ງນີ້:

I.   ການນຳເຂົ້າ, ຈຳໜ່າຍ, ຕິດຕັ້ງເຄື່ອຄ່າຍ ແລະ ນຳໃຊ້ ເຄື່ອງສື່ສານໂຟນີ:

1.   ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງທັງພາຍໃນ ແລະ ຕ່າງປະເທດ ທີ່ຕ້ອງການນຳເຂົ້າ, ຕິດຕັ້ງເຄື່ອຂ່າຍເຄື່ອງໂຟນີເພື່ອນຳໃຊ້ເອງ ບໍ່ແມ່ນເພື່ອຈຳໜ່າຍ ຕ້ອງໄດ້ຮັບອະນຸຍາດ ຈາກ ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ຫຼື ພະແນກໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ ແຂວງ/ນະຄອນຫຼວງເສຍກ່ອນ;

2.  ບຸກຄົນ ແລະ ນິຕິບຸກຄົນ ທີ່ຕ້ອງການດຳເນີນທຸລະກິດ ກ່ຽວກັບເຄື່ອງສື່ສານໂຟນີ ຕ້ອງໄດ້ຮັບອະນຸຍາດ ດຳເນີນທຸລະກິດ ການຳເຂົ້າ, ການຈຳໜ່າຍ ແລະ ການສ້ອມແປງຕາມລະບຽບການ;

3.  ຫ້າມບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ນຳເຂົ້າ ແລະ ນຳໃຊ້ເຄື່ອງວິທະຍຸສື່ສານ (ເຄື່ອງສື່ສານໂຟນີ) ໂດຍບໍ່ໄດ້ຮັບອະນຸຍາດ.

II.   ການຈັດຕັ້ງປະຕິບັດ

ກົມໂທລະຄົມມະນາຄົມ, ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ແລະ ພະແນກ ໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ ແຂວງ/ນະຄອນຫຼວງ ເປັນເຈົ້າການໃນການຈັດຕັ້ງປະຕິບັດ ຕາມໜ້າທີ່ ແລະ ຂອບເຂດສິດ ຂອງຕົນດັ່ງນີ້:

1.  ປະສານສົມທົບ ກັບ ບັນດາອົງການຈັດຕັ້ງຂອງລັດ ແລະ ພາກສ່ວນທີ່ກ່ຽວຂ້ອງ ຈັດຕັ້ງເຜີຍແຜ່ແຈ້ງການສະບັບນີ້ ໃຫ້ທຸກພາກສ່ວນ ແຕ່ສູນກາງຮອດທ້ອງຖິ່ນ ຢ່າງທົ່ວເຖິງ ໃນຂອບເຂດທົ່ວປະເທດ;

2.  ປະສານສົມທົບ ກັບ ບັນດາອົງການຈັດຕັ້ງຂອງລັດ ແລະ ພາກສ່ວນທີ່ກ່ຽວຂ້ອງ ໃນການລົງກວດກາ ແລະ ຈັດຕັ້ງປະຕິບັດ ແຈ້ງການສະບັບນີ້ ຢ່າງເຂັ້ມງວດ;

3.  ສຳລັບ ອຸປະກອນເຄື່ອງສື່ສານໂຟນີ ທີ່ຍັງບໍ່ທັນໄດ້ຂຶ້ນທະບຽນ ຕ້ອງຮີບຮ້ອນໄປຂໍຂຶ້ນທະບຽນ ທີ່ ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ຫຼື ພະແນກໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ແຂວງ/ນະຄອນຫຼວງ ພາຍໃນ 45 ວັນລັດຖະການ ນັບແຕ່ວັນລົງລາຍເຊັນ ແຈ້ງການສະບັບນີ້ເປັນຕົ້ນໄປ, ຫຼັງຈາກນັ້ນ, ຖ້າກວດກາເຫັນເຄື່ອງວິທະຍຸສື່ສານ (ເຄື່ອງສື່ສານໂຟນີ) ທີ່ນຳເຂົ້າ ຫຼື ນໍາໃຊ້ໂດຍບໍ່ໄດ້ຮັບອະນຸຍາດ ຈະຖືກປັບໃໝ ຕາມກົດໝາຍວ່າດ້ວຍການໂທລະຄົມມະນາຄົມ (ສະບັບປັບປຸງ) ແລະ ກົດໝາຍອື່ນໆ ທີ່ກ່ຽວຂ້ອງ.

ດັ່ງນັ້ນ, ຈຶ່ງແຈ້ງມາຍັງບຸກຄົນ, ນິຕິບຸກຄົນ, ອົງການຈັດຕັ້ງຕ່າງໆ, ບໍລິສັດ, ໂຮງແຮມ ແລະ ຫ້າງຮ້ານໃນຂອບເຂດທົ່ວປະເທດ ເພື່ອຊາບ ແລະ ພ້ອມກັນຈັດຕັ້ງປະຕິບັດ ຢ່າງເຂັ້ມງວດ, ນັບແຕ່ມື້ແຈ້ງການນີ້ເປັນຕົ້ນໄປ.

ຫົວໜ້າຫ້ອງການ

(ເຊັນ ແລະ ປະທັບຕາ)
ບຸນສະເຫຼີມໄຊ ເຄນນາວົງ

ຂ້າງເທິງ

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
You can provide comment/feedback on draft legislation to relevant government agencies for improvement before entering into force.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ຮ່າງ ນິຕິກໍາ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດໍາເນີນທຸລະກິດ
 
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ມາດຕາ 8 ຂອງ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟແລະ ນໍ້າມັນຫຼໍ່ລື່ນ, ເລກທີ.........../ອຄ, ວັນທີ........... ມີນາ 2025. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້ມູນຕິດຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?