ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທີປະໄຕ ເອກະພາບ ວັດທະນາຖາວອນ

ກະຊວງກະສິກຳ ແລະ ປ່າໄມ້
ກົມປູກຝັງ      ເລກທີ່ 0100/ກປຝ
ນະຄອນຫຼວງວຽງຈັນ ວັນທີ 13 ມັງກອນ 2012

ແຈ້ງການ

ຮຽນ:  ທ່ານ ຫົວໜ້າຂະແໜງປູກຝັງ ນະຄອນຫຼວງ ແລະ ບັນດາແຂວງ ໃນຂອບເຂດທົ່ວປະເທດ ເລື່ອງ: ເອົາໃຈໃສ່ສະກັດກັ້ນໃບຢັງຢືນສຸຂານາໄມພືດ ທີ່ບໍ່ຖືກຕ້ອງຕາມຫຼັກການປ້ອງກັນພືດສາກົນຈາກປະເທດກໍາປູເຈຍ.

  • ອີງຕາມກົດໝາຍວ່າດ້ວຍ ການປ້ອງກັນພືດ, ສະບັບເລກທີ 06/ສພຊ, ລົງວັນທີ 9 ທັນວາ 2008.
  • ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີ ວ່າການກະຊວງກະສິກໍາ ແລະ ປ່າໄມ້ ວ່າດ້ວຍການ ຈັດຕັ້ງແລະ ເຄື່ອນໄຫວ ຂອງຈຸດສອບຖາມ SPS ສະບັບເລກທີ 1502/ກປ,ລົງວັນທີ 23/6/2011.
  • ອີງຕາມການສະເໜີຈາກພະແນກກັກກັນພືດ ຄັ້ງວັນທີ 8/1/2012.

ກົມປູກຝັງຂໍຖືເປັນກຽດແຈ້ງມາຍັງທ່ານຊາບວ່າ ໃນຊຸມປີທີ່ຜ່ານມາການຕິດຕາມການແຈ້ງ ເອກະ ສານຂາເຂົ້າຜ່ານດ່ານປ້ອງກັນພືດ ໄດ້ກວດພົບໃບຢັ້ງຢືນສຸຂານາໄມພືດ ຈາກປະເທດກໍາປູເຈຍອອກໃຫ້ແກ່ ແນວພັນອ້ອຍທີ່ນໍາເຂົ້າມາໃນ ສປປ ລາວ, ເຫັນວ່າບໍ່ຖືກຕ້ອງ ແລະ ສອດຄ່ອງຕາມສົນທິສັນຍາ ປ້ອງກັນພືດສາກົນ (IPPC-International Plant Protection Convention) ໂດຍສະເພາະ ມາດຕະ ຖານສາກົນດ້ານມາດຕະການສຸຂານາໄມພືດ ເລກທີ 7 (ISPM No 7 ) ແລະ 12 (ISPM No 12) ຕາມລໍາດັບ ວ່າດ້ວຍການຢັ້ງຢືນສຸຂານາໄມພືດຊຶ່ງສະແດງອອກຄື:

  • ແບບຮ່າງໃບຢັ້ງຢືນສຸຂານາໄມພືດບໍ່ຖືກຕ້ອງຕາມທີ່ອົງການປ້ອງກັນພືດແຫ່ງຊາດ ກໍາປູເຈຍ ກໍານົດSPSPT).
  • ຜູ້ທີ່ລົງລາຍເຊັນໃສ່ໃບຢັ້ງຢືນສຸຂານາໄມພືດ ແມ່ນບໍ່ໄດ້ຖືກແຕ່ງຕັ້ງ ຫຼື ມອບສິດຈາກອົງການປ້ອງກັນພືດແຫ່ງຊາດຂອງປະເທດກໍາປູເຈຍ.
  • ເນື້ອໃນການຢັ້ງຢືນບໍ່ສອດຄ່ອງຕາມ ສົນທິສັນຍາປ້ອງກັນພືດສາກົນ. ສະນັ້ນ, ຖ້າຫາກວ່າດ່ານປ້ອງກັນພືດໃດກວດພົບໃບຢັ້ງຢືນສຸຂານາໄມພືດ ທີ່ກ່າວມາຂ້າງເທິງນັ້ນຕ້ອງນໍາໃຊ້ ມາດຕະການປະຕິບັດຄືກັນກັບສັດຕູພືດຕິດແປດຕາມ ມາດຕາ 17 ຂອງກົດຫມາຍວ່າດ້ວຍການ ປ້ອງກັນພືດພ້ອມທັງເຮັດບົດບັນທຶກກ່າວເຕືອນຜູ້ນໍາເຂົ້າ ແລະ ລາຍງານໃຫ້ກົມປູກຝັງຊາບ, ແຕ່ຖ້າມີການສືບຕໍ່ແຈ້ງ ໃບຢັ້ງຢືນດັງກ່າວ ແມ່ນໃຫ້ປະຕິບັດມາດຕະການຕໍ່ຜູ້ກະທໍາຜິດ ຕາມລະບຽບກົດຫມາຍ ໝາຍເຫດ: ເອກະສານຊ້ອນທ້າຍ 1: ໃບຢັ້ງຢືນສຸຂານາໄມພືດທີ່ນໍາໃຊ້ບໍ່ໄດ້

ເອກະສານຊ້ອນທ້າຍ 2: ໃບຢັ້ງຢືນສຸຂານາໄມພືດທີ່ນໍາໃຊ້ໄດ້

ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານ ເພື່ອຊາບ ແລະ ປະຕິບັດຕາມເນື້ອໃນແຈ້ງການສະບັບນີ້ດ້ວຍ.

ຫົວໜ້າກົມປູກຝັງ

(ເຊັນ ແລະ ປະທັບຕາ)
ດຣ. ມົນທາທິບ ຈັນເພັງໄຊ

ບ່ອນສົ່ງ:

  • ພະແນກກະສິກໍາ ແລະ ປ່າໄມ້ , ບ່ອນລະ     1 ສະບັບ (ເພື່ອຊາບ ແລະ ໃຊ້ຕາງລາຍງານ)
  • ກົມກວດກາ ກະຊວງ ກປ.    1 ສະບັບ (ເພືອຊາບ ແລະ ໃຊ້ຕາງລາຍງານ)
  • ກົມແຜນການ(ຈຸດສອບຖາມSPS), ກະຊວງກປ.  1 ສະບັບ (ເພື່ອຊາບ)
  • ດ່ານປ້ອງກັນພືດ       1 ສະບັບ (ເພື່ອຈັດຕັ້ງປະຕິບັດ)
  • ເກັບມ້ຽນ      1 ສະບັບ

ຂ້າງເທິງ

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
You can provide comment/feedback on draft legislation to relevant government agencies for improvement before entering into force.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ຮ່າງ ນິຕິກໍາ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດໍາເນີນທຸລະກິດ
 
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ມາດຕາ 8 ຂອງ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟແລະ ນໍ້າມັນຫຼໍ່ລື່ນ, ເລກທີ.........../ອຄ, ວັນທີ........... ມີນາ 2025. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້ມູນຕິດຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?