ເພື່ອ​ໃຫ້​ໄດ້​ສິດ​ທິ​ພິ​ເສດ ຫຼື ການ​ຍົກ​ເວັ້ນ​ພາ​ສີ​ຂາ​ອອກ ຜູ້​ສົ່ງ​ອອກ​ ຕ້ອງມີ​ໜັງ​ສືຢັ້ງ​ຢືນ​ແຫຼ່ງ​ທີ່​ມາ ​ຈາກ​ທ້ອງ​ຖິ່ນ​ຂອງ​ຂະ​ແໜງ​ກະ​ສິ​ກຳ ແລະ ປ່າ​ໄມ້ ເຊັ່ນ: ໃບ​ຢັ້ງ​ຢືນ​ການ​ປູກ ແລະ ​ຟື້ນ​ຟູ​ປ່າ, ໃບ​ຢັ້ງ​ຢືນ​ການ​ຊຸກ​ຍູ້​ການ​ປູກ ແລະ ຟື້ນ​ຟູ. ການ​ປະ​ກອບ​ເອ​ກະ​ສານ​ດັ່ງ​ກ່າວນັ້ນ ແມ່ນຂັ້ນຕອນ ແລະ ມາດຖານ ເພື່ອເປັນບ່ອນອີງໃນການກວດກາແຫຼ່ງທີ່ມາເຄື່ອງປ່າຂອງດົງ ວ່າມາ​ຈາກທ້ອງ​ຖິ່ນ​ໃດ ອີງຕາມ ແຈ້ງ​ການແນະ​ນຳ ກ່ຽວ​ກັບ ການ​ຄຸ້ມ​ຄອງ​ກາ​ນ​ສົ່ງ​ອອກ​ເຄື່ອງ​ປ່າ​ຂອງ​ດົງ ສະ​ບັບ​ເລກ​ທີ 03684/ກ​ພ​ສ, ລົງວັນ​ທີ 15 ພຶດ​ສະ​ພາ 2014. ເພື່ອ​ຈຳ​ກັດ​ຊ່ອງວ່າງບໍ່ໃຫ້ມີການສວຍໂອກາດ ຂອງ​ຜູ້​ປະ​ກອບ​ການ ແລະ ຖ້າບໍ່ມີເອກະສານຢັ້ງຢືນຕາມທີ່ລະບຸໄວ້ຂ້າງເທິ່ງນີ້ ການສົ່ງອອກ ຕ້ອງໄດ້ເສຍພາສີຂາອອກຕາມ ລັດຖະບັນຍັດຂອງປະທານປະເທດ ວ່າດ້ວຍລາຍການສິນຄ້າ ແລະ ອັດຕາພາສີຂາອອກ ເລກທີ 002/ປປທ, ລົງວັນທີ 27 ເມສາ 2012 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
You can provide comment/feedback on draft legislation to relevant government agencies for improvement before entering into force.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ຮ່າງ ນິຕິກໍາ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດໍາເນີນທຸລະກິດ
 
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ມາດຕາ 8 ຂອງ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟແລະ ນໍ້າມັນຫຼໍ່ລື່ນ, ເລກທີ.........../ອຄ, ວັນທີ........... ມີນາ 2025. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້ມູນຕິດຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?