ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອສ້າງຄວາມເຂົ້າໃຈ ກ່ຽວກັບ ສັນຍາວ່າດ້ວຍການອຳ ນວຍຄວາມສະດວກທາງດ້ານການຄ້າ ໃຫ້ກັບຂະແໜງການທີ່ເຮັດວຽກປິ່ນອ້ອມການຄ້າ ພ້ອມທັງ ເຮັດໃຫ້ພາກເອກະຊົນເຂົ້າໃຈ ແລະ ກຽມພ້ອມໃນການຈັດຕັ້ງປະຕິບັດຕໍ່ກັບສັນຍາດັ່ງກ່າວ. ພ້ອມນັ້ນ, ກໍ່ຍັງຈະໄດ້ຮັບຝັງຜົນໄດ້ຮັບຂອງ ການປະເມີນຄວາມຕ້ອງການ ແລະ ບູລິມະສິດ ກ່ຽວກັບ ວຽກງານ ອຳນວຍຄວາມສະດວກທາງດ້ານການຄ້າຂອງ ສປປ ລາວ ໃນເດືອນ ຕຸລາ 2013 ຜ່ານມາ.

ໃນວາລະກອງປະຊຸມ ຈະໄດ້ລາຍງານຄວາມຄືບໜ້າຂອງການເຈລະຈາສັນຍາອຳນວຍຄວາມສະດວກ ທາງດ້ານການຄ້າຢູ່ໃນຂອບ WTO ໂດຍ ກະຊວງອຸດສາຫະກຳ ແລະ ການຄ້າ, ລາຍງານການຈັດຕັ້ງປະຕິບັດ ສັນຍາວ່າດ້ວຍການອຳນວຍຄວາມສະດວກທາງດ້ານການຄ້າ ຂອງປະເທດດ້ອຍພັດທະນາ ແລະ ບາດກ້າວຕໍ່ໄປຂອງການຈັດຕັ້ງປະຕິບັດສັນຍາດັ່ງກ່າວ ​ໂດຍ​ສະ​ເພາະ ກ່ຽວ​ກັບ ບັນ​ດາມາດ​ຕະການທີ່ປະ​ເທດ​ດ້ອຍ​ພັດທະນາ​ຍັງບໍ່​ສາມາດ​ຈັດ​ຕັ້ງ​ປະຕິບັດ​ໄດ້. ​ທັງ​ນີ້ກໍ່​​​ເພື່ອ​ຮັບປະກັນ​ວ່າ​​ສັນຍາສະບັບ​ດັ່ງກ່າວຈະ​ເປັນ​ຜົນ​ປະ​ໂຫຍ​ດໃຫ້ແກ່ວຽກງານອຳ​ນວຍ​ຄວາມ​ສະ​ດວກ​ໃນ​ຫຼາຍ​ດ້ານ ​ເຊັ່ນ: ການ​ຂົນ​ສົ່ງທີ່​ວ່ອງ​ໄວ, ຫຼຸດຜ່​​ອນຄ່າໃຊ້ຈ່າຍ ​ແລະ ປະຢັດ​ເວລາໃນ​ການ​ສົ່ງ​ອອກ, ​ແລະ ລະບຽບ​ການ​ທີ່​​ເປັນ​ເອກະ​ພາບ​ທັງໃນ​ພາກ​ພື້ນ ​ແລະ ສາກົນ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
You can provide comment/feedback on legislation to relevant government agencies for improvement before entering into force.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ຮ່າງ ນິຕິກໍາ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດໍາເນີນທຸລະກິດ
 
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ມາດຕາ 8 ຂອງ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟແລະ ນໍ້າມັນຫຼໍ່ລື່ນ, ເລກທີ.........../ອຄ, ວັນທີ........... ມີນາ 2025. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້ມູນຕິດຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?