ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງການເງິນ,   ກົມພາສີ      ເລກທີ 1242/ກພສ
ນະຄອນຫລວງວຽງຈັນ, ວັນທີ 06 ເມສາ 2010

ໜັງສືທາງລັດຖະການ

ເຖິງ: ບັນດາຫົວໜ້າພະແນກອ້ອມຂ້າງກົມພາສີ, ຫົວໜ້າພາສີປະຈຳເຂດ, ຫົວໜ້າດ່ານພາສີຊາຍແດນ ໃນຂອບເຂດທົ່ວປະເທດ.

ເລື່ອງ: ການຂົນສົ່ງສິນຄ້າຜ່ານແດນສາກົນ.

  • ອີງຕາມ ກົດໝາຍພາສີ ສະບັບເລກທີ 05/ສພຊ, ລົງວັນທີ 20 ພຶດສະພາ 2005;.
  • ອີງຕາມ ບົດແນະນຳວ່າດ້ວຍການຈັດຕັ້ງປະຕິບັດກົດໝາຍ ແລະ ດຳລັດຈັດຕັ້ງປະຕິບັດ ກົດໝາຍວ່າດ້ວຍພາສີສະບັບເລກທີ 0491/ກງ, ລົງວັນທີ 12 ມີນາ 2009;
  • ອີງຕາມ ມະຕິກອງປະຊຸມກ່ຽວກັບວຽກງານພາສີປະຈຳງວດ I  ແລະ ທິດທາງປະຈຳງວດ II ສະບັບເລກທີ 0787/ກພສ, ລົງວັນທີ 21 ມັງກອນ 2010;
  • ອີງຕາມ ແຈ້ງການຂອງກົມພາສີ ວ່າດ້ວຍການຈັດຕັ້ງປະຕິບັດການຂົນສົ່ງຜ່ານແດນສາກົນ ສະບັບເລກທີ 543/ກພສ, ລົງວັນທີ 8 ມີຖຸນາ 2009;
  • ອີງຕາມ ຂໍ້ຕົກລົງວ່າດ້ວຍການຂົນສົ່ງສິນຄ້າ ແລະ ຜູ້ໂດຍສານຜ່ານແດນ ຂອງອະນຸພາກພື້ນລຸ່ມແມ່ນ້ຳຂອງ(GMS-CBTA).

ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດ ລະບຽບການຂົນສົ່ງສິນຄ້າຜ່ານແດນສາກົນ ໃຫ້ໄປຕາມເປົ້າໝາຍ, ຮັບປະກັນໃຫ້ມີຄວາມເຂົ້າໃຈເປັນເອກະພາບ ໃນຂອບເຂດທົ່ວປະເທດ ແລະ ສົ່ງເສີມການອຳນວຍຄວາມສະດວກທາງດ້ານການຄ້າ ໃຫ້ມີປະສິດທິພາບ.

ກົມພາສີ ມີໜັງສືທາງລັດຖະການ ກ່ຽວກັບ ການຂົນສົ່ງສິນຄ້າຜ່ານແດນສາກົນ ດັ່ງນີ້:

  1. ໃນປະຈຸບັນ ກົມພາສີ ໄດ້ເຊັນອະນຸສັນຍາການຂົນສົ່ງສິນຄ້າຜ່ານແດນສາກົນ ໃນກອບຂອງຂໍ້ຕົກລົງບັນດາປະເທດອະນຸພາກພື້ນລຸ່ມແມ່ນ້ຳຂອງ (GMS); ເຊິ່ງໃນສັນຍາດັ່ງກ່າວ ໄດ້ກຳນົດເສັ້ນທາງ ເລກ 9, ຕາມແລວເສດຖະກິດຕາເວັນອອກ-ຕາເວັນຕົກ (EWEC); ສະເພາະເສັ້ນທາງ A3 ແມ່ນຈະໄດ້ສືບຕໍ່ຈັດຕັ້ງປະຕິບັດຕາມຮູບແບບດຽວກັນ;
  2. ສຳລັບ ບັນດາເສັ້ນທາງທີ່ບໍ່ໄດ້ກຳນົດໄວ້ໃນກອບ GMS, ແມ່ນໃຫ້ປະຕິບັດເປັນການນຳເຂົ້າເພື່ອສົ່ງອອກຕາມຂໍ້ຕົກລົງ 0462/ກງ, ລົງວັນທີ 14/3/2003;
  3. ສິນຄ້າທີ່ຢູ່ໃນລະບອບຂົນສົ່ງຜ່ານແດນສາກົນ ຕ້ອງຫຸ້ມຫໍ່ໃຫ້ໄດ້ຕາມມາດຕະຖານ ຫຼື ຕ້ອງບັນຈຸໃນຕູ້ສີນຄ້າຕາມເງື່ອນໄຂທີ່ກຳນົດໄວ້ ໃນບົດແນະນຳຂອງລັດຖະມົນຕີວ່າການກະຊວງການເງິນ ສະບັບເລກທີ 0491/ກງ, ລົງວັນທີ 12 ມີນາ 2009;
  4. ຫ້າມບໍ່ໃຫ້ບໍລິສັດຂາອອກ-ຂາເຂົ້າ ເຮັດການບໍລິການຂົນສົ່ງສິນຄ້າຜ່ານແດນສາກົນ ເຖິງແມ່ນວ່າໄດ້ຮັບການມອບສິດຈາກຜູ້ຊື້ກັບຜູ້ຂາຍ ແລ້ວກໍ່ຕາມ;
  5. ຫ້າມບໍ່ໃຫ້ທຳການຄ່ຽນຖ່າຍສິນຄ້າ ຢູ່ໃນດິນແດນແຫ່ງ ສປປ ລາວ ເກີນໜຶ່ງເທື່ອ, ເວັ້ນເສຍແຕ່ຈະປ່ຽນຫົວລົດລາກ ຫຼື ຫາກເກີດອຸບັດຕິເຫດ ຫຼື ເຫດການເໜືອວິໃສ;
  6. ສຳລັບບັນດາບໍລິສັດ ທີ່ຈະສາມາດເຮັດການຂົນສົ່ງເປັນຫຼາຍເສັ້ນທາງ ກົມພາສີ ຈະແຈ້ງເປັນອັນສະເພາະ, ສ່ວນສັນຍາທີ່ໄດ້ອະນຸມັດໄປແລ້ວ, ແມ່ນໃຫ້ມີການກວດກາເພື່ອໃຫ້ສອດຄ່ອງ ຕາມບົດແນະນຳຂອງລັດຖະມົນຕີວ່າການກະຊວງການເງິນ ສະບັບເລກທີ 0491/ກງ, ລົງວັນທີ 12 ມີນາ 2009;
  7. ສ່ວນລາຍລະອຽດ ກ່ຽວກັບລະບຽບການ, ເງື່ອນໄຂການຂົນສົ່ງສິນຄ້າຜ່ານແດນສາກົນ, ມາດຕະການຕໍ່ຜູ້ດຳເນີນການບໍລິການຂົນສົ່ງສິນຄ້າຜ່ານສາກົນ, ທາງກົມພາສີ ຈະອອກແຈ້ງການເພີ່ມເຕີມ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດ ການບໍລິການຂົນສົ່ງສິນຄ້າຜ່ານແດນສາກົນ ໃຫ້ເປັນໄປຕາມລະບຽບການສາກົນ ພ້ອມທັງອຳນວຍຄວາມສະດວກ ໃຫ້ແກ່ການຄ້າໃນຂົງເຂດພາກພື້ນມີຄວາມວ່ອງໄວ, ງ່າຍດາຍ ແລະ ເປັນເອກະພາບກັບບັນຫາປະເທດຄູ່ສັນຍາໃນກອບ(GMS).

ມອບໃຫ້ບັນດາພະແນກອ້ອມຂ້າງກົມພາສີ, ພາສີປະຈຳເຂດ, ດ່ານພາສີຊາຍແດນໃນຂອບເຂດທົ່ວປະເທດ ຈົ່ງພ້ອມກັນຈັດຕັ້ງປະຕິບັດຢ່າງເຂັ້ມງວດ. ຖ້າພົບຄວາມຫຍຸ້ງຍາກໃນການຈັດຕັ້ງປະຕິບັດ ໃຫ້ລາຍງານຂໍທິດຊີ້ນຳຈາກກົມພາສີໂດຍດ່ວນ.

ດັ່ງນັ້ນ, ຈຶ່ງແຈ້ງມາເພື່ອຊາບ ແລະ ພ້ອມກັນຈັດຕັ້ງປະຕິບັດ.

ເຊັນແທນ ຫົວໜ້າກົມພາສີ
[ ເຊັນ ແລະ ປະທັບກາ ]
ບຸນໂຈມ ອຸບົນປະເສີດ ເທິງ

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
You can provide comment/feedback on draft legislation to relevant government agencies for improvement before entering into force.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ຮ່າງ ນິຕິກໍາ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດໍາເນີນທຸລະກິດ
 
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ມາດຕາ 8 ຂອງ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟແລະ ນໍ້າມັນຫຼໍ່ລື່ນ, ເລກທີ.........../ອຄ, ວັນທີ........... ມີນາ 2025. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້ມູນຕິດຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?