ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດຖະນະຖາວອນ

ກະຊວງການເງີນ,  ກົມພາສີ   ເລກທີ 0749/ກພສ
ນະຄອນຫຼວງວຽງຈັນ, ວັນທີ 24 ກຸມພາ 2007  

ແຈ້ງການ

ເຖີງ : ຫົວໜ້າຫ້ອງການພາສີ, ຫົວໜ້າດ່ານພາສີ ປະຈຳນະຄອນຫລວງ ແລະ ບັນດາແຂວງ ໃນຂອບເຂດທົ່ວປະເທດ.

ເລື່ອງ: ລະບຽບການຂົນສົ່ງສີນຄ້າຜ່ານແດນ.

  • ອີງຕາມ ກົດໝາຍພາສີ ສະບັບເລກທີ 05/ສພຊ, ລົງວັນທີ 20 ພຶດສະພາ 2005.

ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດ ລະບຽບການຂົນສົ່ງສີນຄ້າຜ່ານແດນ ມີຄວາມເຂົ້າໃຈເປັນເອກະພາບ ໃນຂອບເຂດທົ່ວປະເທດ, ແນໃສ່ສ້າງກົນໄກອຳນວຍຄວາມສະດວກ ໃຫ້ແກ່ການຂົນສົ່ງຜ່ານແດນ ທັງຈຳກັດບັນດາຊ່ອງຫວ່າງ ທີ່ຈະພາໃຫ້ເກີດມີການລະເມີດລະບຽບກົດໝາຍ ຂອງລັດ.

ຫົວໜ້າກົມພາສີ ອອກແຈ້ງການ ດັ່ງຕໍ່ໄປນີ້ :

  1. ຜູ້ມີຈຸດປະສົງຢາກດຳເນີນກິດຈະການ ກ່ຽວກັບ ການຂົນສົ່ງສີນຄ້າຜ່ານແດນ ຕ້ອງມີໃບອະນຸຍາດດຳເນີນທຸລະກິດການຂົນສົ່ງ ອອກໂດຍກົມຂົນສົ່ງ, ກະຊວງຄົມມະນາຄົມຂົນສົ່ງໄປສະນີ ແລະ ກໍ່ສ້າງ.
  2. ສະມະຄົມຜູ້ຈັດສົ່ງສີນຄ້າລະຫວ່າງປະເທດລາວ (LIFFA) ຕ້ອງໄດ້ເປັນຕົວແທນສະເໜີຂໍ້ຄ້ຳປະກັນການຕົກເຮ່ຍເສຍຫາຍຂອງສີນຄ້າ ໃນເວລາຂົນສົ່ງຜ່ານແດນ ຕໍ່ກົມພາສີ ໃຫ້ແກ່ບໍລິສັດ ທີ່ຈະເຮັດການຂົນສົ່ງຜ່ານແດນ ເຊີ່ງການຄ້ຳປະກັນດັ່ງກ່າວຈະຕ້ອງລວມເຖິງສິນຄ້າ, ລົດບັນທຸກ, ຕູ້ບັນທຸກສິນຄ້າຜ່ານແດນ. ຈາກນັ້ນ, ກົມພາສີ ຈະພິຈາລະນາອະນຸມັດ ໃຫ້ທຳການຂົນສົ່ງຜ່ານແດນ. ນອກຈາກສະມາຄົມຜູ້ຈັດສົ່ງສິນຄ້ານີ້ແລ້ວ ໃຫ້ປະຕິບັດຕາມລະບຽບກົດໝາຍພາສີ.
  3. ການແຈ້ງພາສີເປັນລາຍລະອຽດ ບ80 ສຳລັບສີນຄ້າຜ່ານແດນ (ແຕ່ບໍ່ລວມສິນຄ້າທີ່ລັດຖະບານຄຸ້ມຄອງ ແລະ ສີນຄ້າຕ້ອງຫ້າມ) ແມ່ນໃຫ້ດຳເນີນການຢູ່ດ່ານພາສີຊາຍແດນ ບ່ອນສິນຄ້ານຳເຂົ້າ.

ບັນດາເອກະສານທີີ່ເປັນບ່ອນອີງໃນການປະກອບ ມີຄື:

(1) ສຳເນົາເອກະສານ ທີ່ໄດ້ຮັບອະນຸຍາດການຄ້ຳປະກັນ ຈາກກົມພາສີ.
(2) ໃບມອບສິດການຂົນສົ່ງສິນຄ້າ ຈາກຜູ້ຕົວແທນຂົນສົ່ງ ຫຼື ຈາກຜູ້ຊື້ ຫຼື ຈາກຜູ້ຂາຍ.
(3) ສຳເນົາເອກະສານ ຈາກເຈົ້າໜ້າທີ່ພາສີ ຂອງປະເທດຕົນທາງ (ປະເທດສົ່ງອອກສີນຄ້າ).
(4) ໃບແຈ້ງລາຄາ (invoice), ໃບຫຸ້ມຫໍ່ສີນຄ້າ (Packing List), ແລະ ໃບກຳກັບການຂົນສົ່ງ.
(5) ໃບອະນຸຍາດ ຈາກຂະແໜງການກຽ່ວຂ້ອງ (ສຳລັບສິນຄ້າທີ່ລັດຖະບານຄຸ້ມຄອງ ແລະ ສິນຄ້າຕ້ອງຫ້າມ)
(6) ໃນກໍລະນີ ທີ່ມີການຂົນສົ່ງສິນຄ້າຜ່ານຫຼາຍປະເທດ ຕ້ອງມີສຳເນົາໃບແຈ້ງສິນຄ້າຜ່ານແດນ ຂອງປະເທດໃຫ້ຜ່ານສຸດທ້າຍ.
(7) ໃນກໍລະນີ ທີ່ມີການລະເມີດລະບຽບການຂົນສົ່ງສິນຄ້າຜ່ານແດນ ຢູ່ ສປປ ລາວ ຜູ້ປະກອບການຂົນສົ່ງ ຕ້ອງໄດ້ປະຕິບັດລະບຽບກົດໝາຍພາສີ ຢ່າງເຂັ້ມງວດ.

  1. ການແຈ້ງພາສີ ສຳລັບລົດຂົນສົ່ງສິນຄ້າຜ່ານແດນ ຕ້ອງມີເອກະສານປະກອບດັ່ງນີ້ ຄື:
  • ສະເພາະບັນດາປະເທດ ທີ່ໄດ້ລົງນາມຮ່ວມກັນ ວ່າດ້ວຍການອຳນວຍຄວາມສະດວກຂົນສົ່ງສິນຄ້າ ແລະ ຄົນຂ້າມແດນ ຕ້ອງນຳໃຊ້ປື້ມອະນຸຍາດຂົນສົ່ງ ລະຫວ່າງປະເທດ, ໃບປະກັນໄພ, ທີ່ມີອາຍຸການນຳໃຊ້.
  • ນອກຈາກປະເທດທີ່ໄດ້ກ່າວມາຂ້າງເທິງນີ້ ທີ່ບໍ່ມີປື້ມອະນຸຍາດຂົນສົ່ງ ລະຫວ່າງປະເທດ ແມ່ນໃຫ້ນຳໃຊ້ ບ7 ແລະ ອີງໃສ່ເອກະສານແຈ້ງອອກ ຂອງເຈົ້າໜ້າທີ່ປະເທດໃຫ້ຜ່ານສຸດທ້າຍ ແລະ ຕ້ອງມີໃບກວດກາເຕັກນິກ, ປະກັນໄພ ທີ່ມີອາຍຸການນຳໃຊ້.

ແຈ້ງການສະບັບນີ້ ແມ່ນປ່ຽນແທນ ຄຳແນະນຳກົມພາສີ ເລກທີ 0582/ກພສ ລົງວັນທີ 30 ມັງກອນ 2006 ແລະ ມີຜົນສັກສິດນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ, ໃນການປະຕິບັດຕົວຈິງ ຖ້າບໍ່ມີຄວາມເປັນເອກະພາບກັນ ລະຫວ່າງເຈົ້າໜ້າທີ່ພາສີ ແລະ ຜູ້ປະກອບການຂົນສົ່ງ ໃຫ້ເຈົ້າໜ້າທີ່ພາສີກ່ຽວຂ້ອງ ລາຍງານກົມພາສີເພື່ອຂໍທິດຊີ້ນຳ ແລະ ວິທີແກ້ໄຂໃຫ້ທັນການ.
 

ຮັກສາການ ຫົວໜ້າກົມພາສີ
ເຊັນ ແລະ ປະທັບກາ
ສັນຕິພາບ ພົມວິຫານ
Top

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
You can provide comment/feedback on draft legislation to relevant government agencies for improvement before entering into force.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ຮ່າງ ນິຕິກໍາ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດໍາເນີນທຸລະກິດ
 
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ມາດຕາ 8 ຂອງ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟແລະ ນໍ້າມັນຫຼໍ່ລື່ນ, ເລກທີ.........../ອຄ, ວັນທີ........... ມີນາ 2025. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້ມູນຕິດຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?