ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ

ກະຊວງການເງິນ     
ກົມພາສີ  ເລກທີ 06893
ນະຄອນຫລວງວຽງຈັນ, ວັນທີ 29 ພຶດສະພາ 2013

ແຈ້ງການແນະນຳ

ເຖິງ: ຫົວໜ້າ ດ່ານພາສີສາກົນ ໃນທົ່ວປະເທດ

ເລື່ອງ: ເງື່ອນໄຂໃນການອອກເອກະສານຄໍ້າປະກັນເອົາສິນຄ້າອອກດ່ານ (IM8)

-       ອີງຕາມ: ກົດໝາຍວ່າດ້ວຍພາສີ ສະບັບເລກທີ 04/ສພຊ, ລົງວັນທີ 20 ທັນວາ 2011

ໄລຍະຜ່ານມາສັງເກດເຫັນໄດ້ວ່າ ການອະນຸຍາດເອກະສານຄໍ້າປະກັນ (IM8) ເອົາສິນຄ້າອອກຈາກດ່ານພາສີຊາຍແດນຂອງ ບັນດາ ຫົວໜ້າດ່ານ, ຄະນະດ່ານ ຍັງບໍ່ທັນໄດ້ເອົາໃຈໃສ່ປະຕິບັດຕາມກົດໝາຍວ່າດ້ວຍພາສີ ສະບັບເລກທີ 04/ສພຊ, ລົງວັນທີ 20 ທັນວາ 2011 ມາດຕາ 27 ທີ່ກຳນົດໄວ້ ເຮັດໃຫ້ມີເອກະສານຄໍ້າປະກັນ (IM8) ຄ້າງຊໍາລະ ໂດຍບໍ່ໄດ້ມີການເລັ່ງທວງ ແລະ ສະຫລຸບລາຍງານໃຫ້ຂັ້ນເທິງຊາບ ເກີດມີໜີສິນທີ່ຄ້າງມອບເຂົ້າງົບປະມານເປັນຈຳນວນຫລາຍ ເຮັດໃຫ້ການຈັດເກັບລາຍຮັບບໍ່ໄດ້ຕາມແຜນການ.

ສະນັ້ນ, ເພື່ອເປັນການຫລຸດຜ່ອນໃນການອອກເອກະສານຄໍ້າປະກັນ (IM8) ເອົາສິນຄ້າອອກຈາກດ່ານ ໃຫ້ສອດຄ່ອງກັບ ກົດ   ໝາຍວ່າດ້ວຍພາສີ ແລະ ຈັດຕັ້ງປະຕິບັດໃຫ້ມີຄວາມເປັນເອກະພາບ ໃນທົ່ວປະເທດ. ຂ້າງເທິງ

ກົມພາສີິ ຈຶ່ງອອກແຈ້ງການແນະນຳດັ່ງນີ້:

  1. ມອບໃຫ້ດ່ານພາສີສາກົນຕິດປະກາດ ຫລື ໂຄສະນາເຜີຍແຜ່ ໃຫ້ສັງຄົມຮັບຮູ້ ໃນການຈັດຕັ້ງປະຕິບັດ ກົດໝາຍວ່າດ້ວຍພາສີ ມາດຕາ 29 ກ່ຽວກັບການແຈ້ງພາສີກ່ອນສິນຄ້າ, ເຄື່ອງຂອງ ມາຮອດດ່ານພາສີຊາຍແດນ;
  2. ເຫັນດີໃຫ້ຫົວໜ້າດ່ານ, ຄະນະດ່ານ ອອກອະນຸຍາດເອກະສານຄໍ້າປະກັນ (IM8) ເອົາສິນຄ້າອອກດ່ານມີຄື: ສັດທີ່ມີຄວາມສ່ຽງຕໍ່ການຕາຍ, ສິນຄ້າບູດເນົ່າໄວ, ວັດຖຸເຄມີທີ່ເປັນອັນຕະລາຍຕໍ່ສຸຂະພາບ, ນໍ້າມັນເຊື້ອໄຟ, ສິນຄ້າຂອງອົງການຈັດຕັ້ງສາກົນ ແລະ ສະຖານທູດທີ່ມີຄວາມຈຳເປັນບາງປະເພດ (ໃນກໍລະນີ ທີ່ມີສະໂນດນໍາສົ່ງ ຈາກກະຊວງການຕ່າງປະເທດ ແມ່ນໃຫ້ປະກອບໃບແຈ້ງພາສີເປັນລາຍລະອຽດອອກເລີຍ);
  3. ສິນຄ້ານຳເຂົ້າໃນຮູບການລົງທຶນຂັ້ນສູນກາງ ຖ້າມີແຜນຮັບຮອງແລ້ວ ແມ່ນໃຫ້ປະກອບໃບແຈ້ງພາສີເປັນລາຍລະອຽດອອກໄດ້ ພ້ອມທັງຫັກຜົນລົບແຜນຕາມແຈ້ງການ ຂອງກົມພາສີ ສະບັບເລກທີ 05928/ກພສ, ລົງວັນທີ 19 ເມສາ 2013, ຖ້າບໍ່ມີແຜນນຳເຂົ້າ ຕ້ອງມີໜັງສືທາງລັດຖະການຂອງກົມພາສີ ຈຶ່ງສາມາດອອກເອກະສານຄໍ້າປະກັນໄດ້;
  4. ການນຳເຂົ້າສິນຄ້າ, ເຄື່ອງຂອງ ຕາມກົດໝາຍການລົງທຶນຂັ້ນທ້ອງຖິ່ນ ຖ້າມີແຜນຮັບຮອງຂັ້ນທ້ອງຖິ່ນ ໃຫ້ປະກອບເອກະສານໃບແຈ້ງພາສີເປັນລາຍລະອຽດ ແລະ ຫັກລົບແຜນການ ຕາມແຈ້ງການຂອງກົມພາສີ ສະບັບເລກທີ 05928/ກພສ, ລົງວັນທີ 19 ເມສາ 2013. ຂ້າງເທິງ

ໃນກໍລະນີ ບໍ່ມີແຜນນຳເຂົ້າ ສຳລັບສິນຄ້າທົ່ວໄປ ແມ່ນໃຫ້ມີເອກະສານຢັ້ງຢືນຈາກຂະແໜງການກ່ຽວຂ້ອງກ່ອນ ຈຶ່ງອະນຸຍາດອອກເອກະສານຄໍ້າປະກັນໄດ້ ແຕ່ສູງສຸດບໍ່ເກີນ 03 ຄັ້ງ;

ສະເພາະປະເພດພາຫະນະຮັບໃຊ້ທາງກົງ ຕ້ອງໄດ້ມີໜັງສືທາງລັດຖະການຂອງກົມພາສີ ຈຶ່ງສາມາດນຳເຂົ້າໄດ້;

  1. ຫ້າມເດັດຂາດບໍ່ໃຫ້ຫົວໜ້າດ່ານ, ຄະນະດ່ານ ອະນຸຍາດອອກເອກະສານຄໍ້າປະກັນ (IM8) ຕາມທີ່ລະບຸໄວ້ຂ້າງເທິງນີ້, ໃນກໍລະນີຈຳເປັນໃຫ້ຂໍທິດຊີ້ນຳຈາກກົມພາສີກ່ອນຈຶ່ງອະນຸຍາດໄດ້;
  2. ມອບໃຫ້ຫົວໜ້າດ່ານສະຫລຸບຄືນ ເອກະສານຄໍ້າປະກັນ ທີ່ໄດ້ອອກໃນໄລຍະຜ່ານມາ ເພື່ອເລັ່ງທວງໃນການຈັດເກັບລາຍຮັບເຂົ້າງົບປະມານ ໃຫ້ໄດ້ຕາມແຜນການພ້ອມທັງລາຍງານໃຫ້ກົມພາສີຊາບ ເອກະສານຄໍ້າປະກັນ (IM8) ຄ້າງທັງໝົດຜ່ານມາ ຄ່າພາສີ-ພັນທະອື່ນໆ ທີ່ຍັງຄ້າງ.ຂ້າງເທິງ

ດັ່ງນັ້ນ, ຈຶ່ງແຈ້ງມາຍັງດ່ານ ເພື່ອຊາບ ແລະ ພ້ອມກັນຈັດຕັ້ງປະຕິບັດຢ່າງເຂັ້ມງວດ.

ຫົວໜ້າກົມພາສີ
(ເຊັນ ແລະ ປະທັບກາ)
ອາດສະພັງທອງ ສີພັນດອນ  ຂ້າງເທິງ

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
You can provide comment/feedback on draft legislation to relevant government agencies for improvement before entering into force.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ຮ່າງ ນິຕິກໍາ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດໍາເນີນທຸລະກິດ
 
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ມາດຕາ 8 ຂອງ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟແລະ ນໍ້າມັນຫຼໍ່ລື່ນ, ເລກທີ.........../ອຄ, ວັນທີ........... ມີນາ 2025. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້ມູນຕິດຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?