ຣາຊະອານາຈັກເລໂຊໂທ, ເປັນປະເທດທີ່ບໍ່ມີທາງອອກສູ່ທະເລ ມີຊາຍແດນຕິດກັບປະເທດອາເມລິກາໃຕ້ ມີເນື້ອທີ່ 30,000 ກີໂລຕາແມັດ ແລະ ມີພົນລະເມືອງຫລາຍກວ່າ 2 ລ້ານຄົນ, ໄດ້ຮັບທຶນສະໜັບສະໜູນຈາກທະນາຄານໂລກ ​​ໂດຍ​ຜ່ານ​ກອງ​ທຶນ​ອຳນວຍ​ຄວາມ​ສະດວກ​ທາງ​ດ້​ານການ​ຄ້າ ເພື່ອສ້າງສູນຂໍ້ມູນຂ່າວສານທາງດ້ານການຄ້າ ໂດຍນຳໃຊ້ source code ຂອງ ສູນຂໍ້ມູນຂ່າວສານທາງດ້ານການຄ້າຂອງ ສປປ ລາວ. ເນື່ອງຈາກວ່າ ສູນຂໍ້ມູນຂ່າວສານທາງດ້ານການຄ້າຂອງ ​ສປປ ລາວ ໄດ້​ຖືກອອກແບບໃຫ້ສະດວກ ແລະ ງ່າຍດາຍ ໃນການນຳໃຊ້, ແລະ ການຄົ້ນຫາຂໍ້ມູນດ້ານການຄ້າແມ່ນສາມາດເຮັດໄດ້ໃນຫຼາກຫຼາຍຮູບແບບ ຈຶ່ງສາມາດກາຍເປັນແບບແຜນອັນດີໃຫ້ແກ່ການພັດທະນາ ເວັບໄຊທ໌ສູນຂໍ້ມູນຂ່າວສານທາງດ້ານການຄ້າຂອງເລໂຊໂທ. ສູນ​ຂໍ້​ມູນ​ຂ່າວສານ​ທາງ​ດ້ານ​ການ​ຄ້າ​ຂອງ​ ສປປ ລາວ  ເປີດນຳໃຊ້ຢ່າງເປັນທາງການ ໃນເດືອນມີຖຸນາ 2012  ແລະ ໄດ້ຊ່ວຍໃຫ້ ສປປ ລາວ ບັນລຸສັນຍາວ່າດ້ວຍການສ້າງຄວາມໂປ່ງໃສ ເຊິ່ງເປັນສິ່ງຈຳເປັນໃນການເຂົ້າເປັນສະມາຊິກອົງການການຄ້າໂລກ ຫຼື WTO ໃນເດືອນ ກຸມພາ 2013.

​ກະຊວງການຄ້າ ແລະ ອຸດສາຫະກຳ​ ຣາຊະອານາຈັກເລ​ໂຊ​ໂທ ​ໄດ້ສະເໜີຂໍນຳ​ໃຊ້ source code ຂອງສູນຂໍ້ມູນຂ່າວສານ ທາງດ້ານ ການຄ້າຂອງ ສປປ ລາວ​ ຈາກ ກະຊວງອຸດສາຫະກຳ ແລະ ການຄ້າລາວ ​ເພື່ອ​ສ້າງ​ສູນ​ຂໍ້​ມູນ​ຂ່າວສານ​ທາງ​ດ້ານ​ການ​ຄ້າ​ຂອງ​ເລ​ໂຊ​ໂທ. ນັ້ນໄດ້​ກາຍ​ເປັນ​ນິມິດ​ໝາຍ​ອັນດີ ຂອງການຮ່ວມມືແລກປ່ຽນດ້ານວິຊາສະເພາະລະ ຫວ່າງຂະແໜງອຸດສາຫະກຳ ແລະ ການຄ້າ ຂອງສອງປະເທດ. ເພື່ອສືບຕໍ່ເນື້ອໃນຈິດໃຈດັ່ງກ່າວ, ຣາຊະອານາຈັກເລໂຊໂທ ແລະ ສປປ ລາວ ໄດ້ເຊັນບົດບັນທຶກຊ່ວຍຈຳຮ່ວມ​ກັນ ວ່າດ້ວຍການອະນຸຍາດໃຫ້ຣາຊະອານາຈັກເລໂຊໂທນຳ​ໃຊ້ source code ຂອງສູນຂໍ້ມູນຂ່າວສານທາງດ້ານການຄ້າຂອງ ສປປ ລາວ​ ເພື່ອນຳໄປ​ພັດທະນາ​ສ້າງ​ສູນ​ຂໍ້​ມູນ​ຂ່າວສານ​ທາງ​ດ້ານ​ການ​ຄ້າ​​ຂອງ​ເລ​ໂຊ​ໂທ.

ພາຍຫລັງ​ທີ່ ສປປ ລາວ ​ໄດ້​​ເປີດ​ໄຟ​ຂຽວ ອະ​ນຸຍາດ​ໃຫ້​ນຳ​ໃຊ້  source code ຂອງ ສູນຂໍ້ມູນຂ່າວສານທາງດ້ານການຄ້າ ​ຣາຊະອານາຈັກ ເລ​ໂຊ​ໂທ ​ກໍ່​ໄດ້​ສຳ​ເລັດການ​​ສ້າງສູນ​ຂໍ້​ມູນ​ຂ່າວສານທາງ​ດ້ານ​ການ​ຄ້າ​ຂອງ​ຕົນ ​ແລະ ​ໄດ້​ເປີດ​ນຳ​ໃຊ້​ຢ່າງເປັນທາງການໃນວັນທີ 26 ມີນາ 2014. ນັ້ນກໍເປັນການສ້າງມາດຕະຖານໃຫມ່ໃນອາຟຮິກາ ເພື່ອເປັນການອຳນວຍຄວາມສະດວກໃຫ້ແກ່ຊຸມຊົນການຄ້າ ໃຫ້ສາມາດ ເຂົ້າຫາ ຂໍ້ມູນທີ່ເຊື່ອຖືໄດ້, ຂໍ້ມູນໃຫມ່ໆທີ່ໄດ້ອັບເດດ ແລະ ທັນກັບສະພາບການ. ປະຈຸບັນ ຖືວ່າ ເລໂຊໂທ ເປັນປະເທດທຳອິດ ຂອງອາຟຣິກກາ ທີ່ມີສູນຂໍ້ມູນຂ່າວສານທາງດ້ານການຄ້າ. 

ແຫລ່ງຂໍ້ມູນ: ເວັບໄຊສູນຂໍ້ມູນຂ່າວສານທາງດ້ານການຄ້າເລໂຊໂທ ແລະ ເວັບໄຊທະນາຄານໂລກ

 


 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
You can provide comment/feedback on draft legislation to relevant government agencies for improvement before entering into force.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ຮ່າງ ນິຕິກໍາ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດໍາເນີນທຸລະກິດ
 
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ມາດຕາ 8 ຂອງ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟແລະ ນໍ້າມັນຫຼໍ່ລື່ນ, ເລກທີ.........../ອຄ, ວັນທີ........... ມີນາ 2025. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້ມູນຕິດຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?