ກອງປະຊຸມຄັ້ງທີ 01 ຂອງໜ່ວຍງານທົບທວນຄືນມາດຕະການທາງດ້ານການຄ້າທີບໍ່ແມ່ນພາສີ ໄດ້ໄຂຂື້ນເປັນຄັ້ງທຳອິດ ເພື່ອເປີດເວທີແລກ ປ່ຽນລະຫວ່າງຈຸດປະສານງານຂອງວຽກ NTMs ທີ່ໄດ້ແຕ່ງຕັ້ງຈາກຂະແໜງການທີ່ກ່ຽວຂ້ອງ. ພ້ອມກັນນັ້ນ,  ຍັງມີການນຳສະ  ເໜີແນວ ຄວາມຄິດຂອງມາດຕະການທາງດ້ານການຄ້າທີ່ບໍ່ແມ່ນພາສີ ເພື່ອສ້າງຄວາມເຂົ້າໃຈ ແລະ ເປັນເອກະພາບກັນຕໍ່ແນວຄວາມຄິດດັ່ງກ່າວ, ພ້ອມນັ້ນ ຍັງມີການນຳສະເໜີຈຸດປະສົງ ແລະ ລະດັບຄາດໝາຍຂອງໂຄງການທົບທວນ ແລະ ປັບປຸງມາດ​ຕະການ​ທາງ​ດ້ານ​ການ​ຄ້າ​ທີ່​ບໍ່​ແມ່ນພາສີ ແລະ ນຳສະເໜີຕາມຕາຕະລາງສັງລວມຂໍ້ມູນກ່ຽວກັບມາດຕະການ NTMs ເພື່ອອະທິບາຍຄືນວິທີຕື່ມຂໍ້ມູນໃສ່ໃນຕາຕະລາງ.

ທ່ານ ນາງ ບານສະຕິ ເທບພະວົງ ໄດ້ມີຄຳເຫັນວ່າ ພາຍຫຼັງທີ່ ສປປ ລາວ ໄດ້ເຂົ້າເປັນສາມະຊິກອົງການການຄ້າໂລກຢ່າງສົມບູນໃນຕົ້ນປີ 2013 ເປັນຕົ້ນມາ ສປປ ລາວ ກໍມີພັນທະໃນການລົບລ້າງບັນດາມາດຕະການທີ່ບໍ່ຈຳເປັນທີ່ສ້າງຂໍ້ຈຳກັດທາງດ້ານການຄ້າເທື່ອລະກ້າວ. ສະນັ້ນ, ສປປ ລາວ ຕ້ອງໄດ້ຈັດແຈງບັນດາມາດຕະການທາງດ້ານການຄ້າທີ່ບໍ່ແມ່ນພາສີໃຫ້ມີຄວາມງ່າຍດາຍ ແລະ ສອດຄ່ອງກັບລະ ບຽບການ ຂອງສາກົນ. ເຊິ່ງໃນທາງກົງກັນຂ້າມ ກໍ່ຈະປະກອບສ່ວນປັບປຸງສະພາບແວດລ້ອມທາງດ້ານການຄ້າຂອງ ສປປ ລາວ ໃຫ້ເອື້ອອຳນວຍ ຕໍ່ຜູ້ດຳເນີນທຸລະກິດການຄ້າໃຫ້ຫຼາຍຂື້ນ. ການ​ທົບທວນຄືນກ່ຽວ​ກັບ ມາດ​ຕະການ​ທາງ​ດ້ານ​ການ​ຄ້າທີ່​​ບໍ່​ແມ່ນ​ພາສີ ຖື​ເປັນວຽກ​ບູລິ​ມະ​ສິດ​ໜຶ່ງຂອງລັດຖະບານທີ່ຕ້ອງ​ໄດ້​ເອົາໃຈໃສ່ຕໍ່ວຽກງານດັ່ກ່າວ ຍ້ອນວ່າວຽກ​ງານ​ນີ້ແມ່ນ​ວຽກ​ງານ​ໜຶ່ງ​ທີ່​ຕິດ​ພັນ​ກັບ​ຫຼາຍ​ຂະ​ແໜງ​ການ ສະນັ້ນ, ​ຈຶ່ງຮຽກຮ້ອງໃຫ້ຂະແໜງການທີ່ກ່ຽວຂ້ອງ ທີ່ເຮັດວຽກປິ່ນອ້ອມກັບວຽກງານອໍານວຍຄວາມສະດວກທາງດ້ານການຄ້າ ມີ​ການປະສານ​ງານ​ຮ່ວມ​ມື​ກັນ​ຢ່າງ​ຫ້າວຫັນ ​ແລະ ກົມກຽວ ເພື່ອ​ພ້ອມກັນຄົ້ນຄວ້າວິໄຈບັນດາມາດຕະການ, ນິຕິກຳທີ່ແຕ່ລະຂະແໜງການວາງອອກ​ໃຫ້​ສາມາດ​ບັນລຸຕາມ​ຈຸດປະສົງ​ທີ່​ກ່າວ​ມາຂ້າງເທິງ​ ເພື່ອຮັບປະກັນ​ມາດ​ຕະການທີ່ຖືກນຳໃຊ້ຢູ່ນັ້ນ ​ບໍ່​ໃຫ້ກາຍ​ເປັນສິ່ງ​ກີດ​ຂວາງທາງ​ດ້ານ​ການຄ້າທີ່ບໍ່ຈຳເປັນ ແລະ ກໍ່ເພື່ອ​​ສ້າງ​ສິ່ງ​ອຳນວຍ​ຄວາມ​ສະ​ດວກ​ໃຫ້​ແກ່ການ​ເຄື່ອນ​ຍ້າຍ​ສິນຄ້າ​​ໃຫ້ສາມາດ​ດຳ​ເນີນໄປ​ໄດ້ຢ່າງ​ສະດວກ ສະບາຍ, ວ່ອງ​ໄວ ແລະ ສອດຄ່ອງກັບລະບຽບສາກົນ.

ກອງປະຊຸມສຳມະນາໃນຄັ້ງນີ້ ໄດ້ດຳເນີນໄປດ້ວຍບັນຍາກາດອັນດີ ຊຶ່ງໄດ້ມີການແລກປ່ຽນຄຳຄິດຄຳເຫັນຢ່າງກົງໄປກົງມາ, ບັນດາຜູ້ເຂົ້າຮ່ວມໄດ້ໃຫ້ຄວາມສົນໃຈ ແລະ ສະໜັບສະໜູນເອົາໃຈໃສ່ຕໍ່ວຽກງານດັ່ງກ່າວ ເພື່ອໃຫ້ວຽກງານນີ້ມີປະສິດທິຜົນ, ຖືກເປົ້າໝາຍ ແລະ ໄປໃນລວງດຽວກັນ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
You can provide comment/feedback on draft legislation to relevant government agencies for improvement before entering into force.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ຮ່າງ ນິຕິກໍາ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດໍາເນີນທຸລະກິດ
 
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ມາດຕາ 8 ຂອງ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟແລະ ນໍ້າມັນຫຼໍ່ລື່ນ, ເລກທີ.........../ອຄ, ວັນທີ........... ມີນາ 2025. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້ມູນຕິດຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?