ສາລະບານ

  1. ການຂໍອະນຸຍາດນຳເຂົ້າ
  2. ວິທີການຂົນສົ່ງ
  3. ຂໍ້ກຳນົດເງື່ອນໄຂສຳລັບການນຳເຂົ້າ
  4. ການຢັ້ງຢືນສຸຂານາໄມພືດ
  5. ການກວດກາການນຳເຂົ້າຂອງໄທ
  6. ການເຜີຍແຜ່ຂໍ້ມູນຂ່າວສານ ແລະ ສ້າງຄວາມຮັບຮູ້ໃຫ້ແກ່ສັງຄົມ

ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ

ກະຊວງກະສິກຳ ແລະ ປ່າໄມ້
ຫ້ອງການ                      ເລກທີ 0227/ກປ.ຫກ
ນະຄອນຫລວງວຽງຈັນ, 03 ກຸມພາ 2014

ແຈ້ງການແນະນຳ

ຮຽນ: ທ່ານ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງໃນຂອບເຂດທົ່ວປະເທດ

ເລື່ອງ: ຂໍ້ກຳນົດເງື່ອນໄຂການສົ່ງອອກໃບຢາສູບແຫ້ງ (Dried tobacco leaf, Nicotiana Tabacum) ຈາກສປປ ລາວ ໄປຍັງຣາຊະອານາຈັກໄທ.

-    ອີງຕາມ ກົດໝາຍ ວ່າດ້ວຍ ການປ້ອງກັນພືດ ສະບັບເລກທີ 06/ສພຊ, ລົງວັນທີ 9 ທັນວາ 2008;
-    ອີງຕາມ ດຳລັດ ແນະນຳປະຕິບັດກົດໝາຍວ່າດ້ວຍການປ້ອງກັນພືດ ສະບັບເລກທີ 229/ລບ, ລົງວັນທີ 31ພຶດສະພາ 2012;
-    ອີງຕາມປະກາດຂອງກົມວິຊາການກະເສດຂອງ ຣາຊະອານາຈັກໄທ ພສ 2556, ລົງວັນທີ 11/12/2013;
-    ອີງຕາມການສະເໜີຂອງກົມປູກຝັງສະບັບເລກທີ 0035/ກປຝ, ລົງວັນທີ 13/01/2014.

ຫ້ອງການກະຊວງກະສິກຳ ແລະ ປ່າໄມ້ ຂໍຖືເປັນກຽດຮຽນມາຍັງທ່ານຊາບວ່າ: ເພື່ອອຳນວຍຄວາມສະດວກໃຫ້ແກ່ຜູ້ສົ່ງອອກໃບຢາສູບແຫ້ງ ແລະ ຜູ້ດຳເນີນທຸລະກິດດ້ານສຸຂານາໄມພືດຫລີກເວັ້ນຜົນກະທົບດ້ານລົບຕໍ່ສິນຄ້າກະສິກຳສົ່ງອອກຂອງ ສປປ ລາວ ໄປຕ່າງປະເທດ ພ້ອມທັງຮັບປະກັນການປະຕິບັດການດ້ານລະບຽບການດ້ານສຸຂານາໄມພືດສາກົນ ແລະ ປະເທດປາຍທາງນັ້ນ, ຫ້ອງການກະຊວງກະສິກຳ ແລະ ປ່າໄມ້ ຈຶ່ງອອກແຈ້ງການ ດັ່ງນີ້:

ກ່ອນສົ່ງອອກ ໃບຢາສູບແຫ້ງຈາກ ສປປ ລາວ ໄປຍັງ ຣາຊະອານາຈັກໄທ ຜູ້ສົ່ງອອກຕ້ອງປະຕິບັດຕາມຂັ້ນຕອນດັ່ງລຸ່ມນີ້:

1.    ການຂໍອະນຸຍາດນຳເຂົ້າ

-    ຕ້ອງມີໃບອະນຸຍາດນຳເຂົ້າ ເຊິ່ງອອກໃຫ້ໂດຍກົມວິຊາການກະເສດຂອງປະເທດໄທ ຂ້າງເທີງ

2.    ວິທີການຂົນສົ່ງ

-    ຕ້ອງສົ່ງປາສູບມາຈາກພື້ນທີ່ໃດໜື່ງຂອງ ສປປ ລາວ ໄປຍັງ ຣາຊະອານາຈັກໄທ ໃນລັກສະນະເປັນສິນຄ້າຂົນສົ່ງທາງບົກ. ຂ້າງເທີງ

3.    ຂໍ້ກຳນົດເງື່ອນໄຂສຳລັບການນຳເຂົ້າ

-    ຕ້ອງປາສະຈາກສັດຕູພືດກັກກັນຂອງຢາສູບ 02 ຊະນິດຄື: Ascochyta blight of cotton (Ascochyta gossypii) ແລະ verticillium wilt of lucerne (Verticillium alboatrum);

-    ຕ້ອງປາສະຈາກແມງໄມ້ທີ່ມີຊີວິດ ຫລື ສີ່ງທີ່ມີຊີວິດອື່ນທີ່ມີຄວາມສາມາດເປັນສັດຕູພືດກັກກັນຂອງຣາຊະອານາຈັກໄທ ແລະ ບໍ່ມີການປົນເປື້ອນຂອງດິນ, ຊາຍ ແລະ ຊີ້ນສ່ວນຂອງພືດອື່ນ ຫລື ສິ່ງອື່ນໃດ ທີ່ມີຄວາມສາມາດນຳພາສັດຕູພືດກັກກັນໄດ້.

-    ຕ້ອງມັດ ຫລື ບັນຈຸຫີບຫໍ່ຢາສູບໃນພາສະນະບັນຈຸທີ່ໃຫມ່ ແລະ ສະອາດ;

-    ຕ້ອງທຳຄວາມສະອາດລົດບັນທຸກໃຫ້ປາສະຈາກດິນ, ຊາຍ ແລະ ສ່ວນຂອງພືດອື່ນ ຫລື ສິ່ງອື່ນໃດທີ່ສາມາດນຳພາສັດ ຕູພືດກັກກັນໄດ້ ກ່ອນການດຳເນີນການຂົນຍ້າຍຢາສູບຂື້ນພາຫະນະຂົນສົ່ງ ນອກຈາກນີ້, ຕ້ອງປົກຄຸມລົດບັນທຸກໃຫ້ດີ ເພື່ອໃຫ້ໝັ້ນໃຈວ່າ ສາມາດປ້ອງກັນບໍ່ໃຫ້ຢາສູບຕົກເຮ່ຍໃນເວລາຂົນສົ່ງ;

-    ຕ້ອງມີໜັງສືຮັບຮອງຈາກໜ່ວຍງານທີ່ກ່ຽວຂ້ອງ ຫລື ເອກະຊົນວ່າໃບຢາສູບແຫ້ງ ທີ່ນຳເຂົ້າບໍ່ແມ່ນ ພືດທີ່ໄດ້ຮັບການ ຕັດແຕ່ງທາງພັນທຸກຳ. ຂ້າງເທີງ

4.    ການຢັ້ງຢືນສຸຂານາໄມພືດ

-  ຕ້ອງມີໃບຢັ້ງຢືນສຸຂານາໄມພືດຕົ້ນສະບັບ ເຊິ່ງອອກໃຫ້ໂດຍເຈົ້າໜ້າທີ່ ທີ່ໄດ້ຮັບການແຕ່ງຕັ້ງ ຈາກອົງການຄຸ້ມຄອງວຽກງານປ້ອງ         ກັນພືດ (ກົມປູກຝັງ, ກະຊວງກະສິກຳ ແລະ ປ່າໄມ້) ຕິດໄປພ້ອມກັບຊຸດສິນຄ້າໃນທຸກໆຄັ້ງທີ່ສົ່ງສິນຄ້າໄປປະເທດໄທ;

-  ໃບຢັ້ງຢືນສຸຂານາໄມພືດຕ້ອງລະບຸຂໍ້ຄວາມເພີ່ມຕື່ມດັ່ງລຸ່ມນີ້

“The consignment of dried tobacco leaves was inspected and found free from Ascochyta gossypii and verticillium albo-atrum” ຂ້າງເທີງ

5.    ການກວດກາການນຳເຂົ້າຂອງໄທ

-    ເມື່ອຢາສູບມາເຖິງດ່ານນຳເຂົ້າຂອງຣາຊະອານາຈັກໄທແລ້ວ ການກວດກາຢາສູບສຈະດຳເນີນຫລັງຈາກໄດ້ກວດກາ ແລະ ຢັ້ງຢືນຄວາມຖືກຕ້ອງຂອງເອກະສານທັງໝົດທີ່ຄັດຕິດມາກັບສິນຄ້າ;

-    ພະນັກງານກັກກັນພືດຈະສຸ່ມຕົວຢ່າງຢາສູບ ແລະ ກວດສອບສັດຕູພືດ ຖ້າພົບສັດຕູພືດ ທີ່ມີຊີວິດຈະສົ່ງຕົວຢ່າງ ສັດຕູ ພືດໄປຍັງຫ້ອງວິໄຈເພື່ອຈຳແນກຊະນິດ ແລະ ຕ້ອງກັກຢາສູບໄວ້ຈົນກວ່າຈະຮູ້ຜົນຈາກຫ້ອງວິໄຈ;

-    ໃນກໍລະນີກວດພົບສັດຕູພືດກັກກັນທັງ 2 ຊະນິດນັ້ນ ຫລື ພົບສິ່ງອື່ນ ທີ່ສາມາດເປັນສັດຕູພືດກັກກັນຂອງຣາຊະອານາຈັກໄທ ຢາສູບທັງໝົດຕ້ອງຖືກກຳຈັດສັດຕູພືດດ້ວຍວິທີເໝາະສົມ (ຖ້າມີວິທີການກຳຈັດ) ຫລື ສົ່ງກັບ ຫລື ທຳລາຍໂດຍ ຜູ້ປະກອບ ການຕ້ອງຮັບຜິດຊອບຄ່າໃຊ້ຈ່າຍທັງໝົດ;

-    ກົມວິຊາການກະເສດຂອງຣາຊະອານາຈັກໄທມີສິດໂຈະການນຳເຂົ້າຢາສູບຈາກ ສປປ ລາວ ເປັນການຊົ່ວຄາວ ຈົນກວ່າ ການ ປະເມີນຄວາມສ່ຽງສັດຕູພືດທີ່ກວດພົບນັ້ນຈະດຳເນີນການສຳເລັດ. ຂ້າງເທີງ

6.    ການເຜີຍແຜ່ຂໍ້ມູນຂ່າວສານ ແລະ ສ້າງຄວາມຮັບຮູ້ໃຫ້ແກ່ສັງຄົມ

ພະແນກກະສິກຳ ແລະ ປ່າໄມ້ແຂວງ, ນະຄອນຫລວງ ທີ່ມີດ່ານປ້ອງກັນພືດຊາຍແດນທີ່ຕິດກັບປະເທດໄທ ຕ້ອງເຜີຍແຜ່ຂໍ້ມູນ ຂ່າວສານ ໃຫ້ອົງການປົກຄອງທ້ອງຖິ່ນ ແລະ ພາກສ່ວນຕ່າງໆ ທີ່ກ່ຽວຂ້ອງຮັບຊາບເປັນຕົ້ນ ຜູ້ຜະລິດ, ຜູ້ປະກອບການ ແລະ ເຈົ້າໜ້າທີ່ຂະ ແໜງ ການ ຕ່າງໆ ປະຈຳຊາຍແດນເຂົ້າ-ອອກ ກ່ຽວກັບສັດຕູພືດຕິດແປດກັບຢາສູບ ທີ່ເປັນເປົ້າໝາຍກວດກາ, ເງື່ອນໄຂການອະນຸຍາດນຳ ເຂົ້າຂອງ ປະເທດປາຍທາງ, ຂັ້ນຕອນການອະນຸຍາດ ນຳເຂົ້າ-ສົ່ງອອກ ແລະ ການແຈ້ງເອກະສານຢູ່ດ່ານປ້ອງກັນພືດ ເພື່ອອຳນວຍຄວາມ ສະດວກ ໃຫ້ແກ່ການສົ່ງອອກໃບຢາສູບແຫ້ງ ຈາກ ສປປ ລາວ ໄປຍັງ ຣາຊະອານາຈັກໄທ ໃຫ້ມີຄວາມຖືກຕ້ອງ ແລະ ສອດຄ່ອງຕາມລະບຽບ ການ ກັກກັນພືດຂອງປະເທດປາຍທາງ.

ດັ່ງນັ້ນ, ຈຶ່ງແຈ້ງມາຍັງທຸກພາກສ່ວນກ່ຽວຂ້ອງ ເພື່ອພ້ອມກັນຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນສູງ. ຂ້າງເທີງ

ຫົວໜ້າຫ້ອງການກະຊວງກະສິກຳ ແລະ ປ່າໄມ້
( ເຊັນ ແລະ ປະທັບກາ )
ຄຳພັນ ເໜືອນສິດທິດາ 
ຂ້າງເທີງ

ບ່ອນນຳສົ່ງ:

-    ລັດຖະມົນຕີກະຊວງ ກ.ປ       01 ສະບັບ (ເພື່ອຊາບ ແລະ ໃຊ້ຕາງລາຍງານ)
-    ລັດຖະມົນຕີກະຊວງ ກ.ປ       ທ່ານລະ 01 ສະບັບ (ເພື່ອຊາບ ແລະ ໃຊ້ຕາງລາຍງານ)          
-    ຫ້ອງການກະຊວງອຸດສາຫະກຳ ແລະ ການຄ້າ          01 ສະບັບ (ເພື່ອລາຍງານ)
-    ຫ້ອງການກະຊວງການເງິນ (ກົມພາສີ)      01 ສະບັບ (ເພື່ອລາຍງານ)
-    ບັນດາກົມອ້ອມຂ້າງກະຊວງ ກ.ປ           01 ສະບັບ
-    ກົມການນຳເຂົ້າ-ສົ່ງອອກ, ກະຊວງ ອ.ຄ    01 ສະບັບ
-    ກົມສົ່ງເສີມພັດທະນາສິນຄ້າ, ກະຊວງ ອ.ຄ 01 ສະບັບ
-    ເກັບມ້ຽນ 01 ສະບັບ

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
You can provide comment/feedback on draft legislation to relevant government agencies for improvement before entering into force.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ຮ່າງ ນິຕິກໍາ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດໍາເນີນທຸລະກິດ
 
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ມາດຕາ 8 ຂອງ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟແລະ ນໍ້າມັນຫຼໍ່ລື່ນ, ເລກທີ.........../ອຄ, ວັນທີ........... ມີນາ 2025. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້ມູນຕິດຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?