ການ​ຢັ້ງຢືນ​ແຫຼ່ງກຳ​ເນີ​ດສິນຄ້າ​ທີ່​ໄດ້ຮັບ​ສິດທິ​ພິ​ເສດ​ ແມ່ນ​ການ​ຢັ້ງຢືນ​ວ່າ​ສິນຄ້າໃດໜຶ່ງ​ໄດ້​ກຳ​ເນີ​ດເກີດຂຶ້ນ ຫຼື ​ຜ່ານ​ຂະ​ບວນການ​ຜະລິດຢູ່ໃນ​ ສປປ ລາວ ສະນັ້ນ, ເພື່ອຮັບປະກັນການປະຕິບັດຕາມເງື່ອນໄຂຂອງລະບຽບແຫຼ່ງກຳເນີດສິນຄ້າຂອງ​​ປະ​ເທດ​ຜູ້​ໃຫ້​ສິດທິພິເສດ ພ້ອມທັງເປັນການສົ່ງເສີມການສົ່ງອອກສິນຄ້າຂອງລາວພາຍໃຕ້ຂອບສິດທິພິເສດໄດ້ຢ່າງມີປະສິດທິຜົນສູງ, ແລະ ເຮັດໃຫ້ວຽກ​ງານຢັ້ງຢືນແຫຼ່ງກຳເນີດສິນຄ້າ ໄດ້ຖືກຈັດຕັ້ງປະຕິ​ບັ​ດ​ຢ່າງເປັນເອກະພາບໃນຂອບເຂດທົ່ວປະເທດ ພ້ອມທັງຖືກຕ້ອງສອດຄ່ອງກັບລະບຽບກົດໝາຍ ແລະ ສົນທິສັນຍາສາກົນທີ່ ສປປ ລາວ ເປັນພາຄີ. ກະຊວງອຸດສາຫະກຳ ແລະ ການຄ້າ ຈຶ່ງອອກຄຳແນະນຳ ກ່ຽວກັບ ການຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດ ສະບັບເລກທີ: 2386/ອຄ.ກຂອ, ລົງວັນທີ 23 ທັນວາ 2013ທີ່ລະບຸກ່ຽວກັບ:

  • ການຂໍໃບຮັບຮອງສິນຄ້າໄດ້ແຫຼ່ງກຳເນີດ ເພື່ອໃຊ້ເປັນບ່ອນອີງໃນການຂໍໃບຢັ້ງຢືນແຫຼ່ງກຳເນີດສິນຄ້າ.
  • ການຂໍອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດ ມີ 3 ກໍລະນີຄື: ແບບປົກກະຕິ; ກໍລະນີໃບຢັ້ງຢືນແຫຼ່ງກຳເນີດ ສິນຄ້າເສຍ, ຖືກລັກ ຫຼື ຖືກທຳລາຍ; ແລະ ກໍລະນີການດັດແກ້ຂໍ້ມູນໃນໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດ.
  • ຂັ້ນຕອນການສະເໜີຂໍໃບຢັ້ງຢືນແຫຼ່ງກຳເນີດສິນທີ່ໄດ້ຮັບສິດທິພິເສດ - ການແຈ້ງຂໍ້ມູນກ່ຽວກັບຜູ້ຂໍຢັ້ງຢືນແຫຼ່ງກຳເນີດສິນຄ້າ (ຜູ້ຜະລິດ, ຜູ້ສົ່ງອອກ ຫຼື ຜູ້ຕາງໜ້າທີ່ໄດ້ຮັບມອບສິດ), ການຊື້ແບບຟອມ, ການຕື່ມຂໍ້ມູນໃສ່ແບບຟອມ ແລະ ການໃສ່ເລກທີ ໃບຢັ້ງຢືນແຫຼ່ງກຳເນີດສິນທີ່ໄດ້ຮັບສິນຄ້າທີ່ໄດ້ຮັບສິດທິພິເສດ.
  • ເຈົ້າໜ້າ​ທີ່ ທີ່​ມີສິດອອກໃບຢັ້ງຢືນ​ແຫຼ່ງກຳ​ເນີ​ດສິນຄ້າ​ ປະກອບ​ມີ: 1.)ກົມການນຳເຂົ້າ ແລະ ສົ່ງອອກ; 2.)ພະແນກອຸດສາຫະກຳ ແລະ ການຄ້າແຂວງ ແລະ ນະຄອນຫຼວງ, ເຂດເສດຖະກິດພິເສດ ແລະ ສະເພາະ, ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ ແລະ ແຂວງ, ຫຼື ພາກ​ສ່ວນ​ອື່ນ​ທີ່​ຖືກ​ມອບໝາຍ​ໃຫ້ຢັ້ງຢືນ​ແຫຼ່ງກຳ​ເນີ​ດສິນຄ້າໄດ້.
  • ສິດ ແລະ ໜ້າທີ່ຂອງ​ເຈົ້າໜ້າ​ທີ່ຢັ້ງຢືນແຫຼ່ງກຳເນີດສິນຄ້າ ແລະ ຜູ້ຂໍຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ ໄດ້ຮັບສິດທິພິເສດ.
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
You can provide comment/feedback on draft legislation to relevant government agencies for improvement before entering into force.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ຮ່າງ ນິຕິກໍາ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດໍາເນີນທຸລະກິດ
 
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ມາດຕາ 8 ຂອງ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟແລະ ນໍ້າມັນຫຼໍ່ລື່ນ, ເລກທີ.........../ອຄ, ວັນທີ........... ມີນາ 2025. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້ມູນຕິດຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?