ຈຸດປະສົງຕົ້ນຕໍຂອງກອງປະຊຸມ ແມ່ນເພື່ອເປັນການເຜີຍແຜ່ລະບຽບການ, ຂັ້ນຕອນການຢັ້ງຢືນ ແຫຼ່ງກຳເນີດສິນຄ້າດ້ວຍຕົນເອງ ພາຍໃຕ້ໂຄງການທົດລອງທີ II, ພ້ອມກັນນັ້ນກໍ່ເພື່ອເປັນການ ທາບທາມບັນດາບໍລິສັດທີ່ສົນໃຈ ເຂົ້າຮ່ວມໂຄງການທົດລອງ ການຢັ້ງຢືນ ແຫຼ່ງກຳເນີດສິນຄ້າດ້ວຍຕົນເອງ ທີ II ເຊິ່ງຈະເລີ່ມຈັດຕັ້ງປະຕິບັດ ໃນວັນທີ 1 ມັງກອນ 2014, ເຊິ່ງມີ 3 ປະເທດສະມາຊິກ ອາຊຽນເຂົ້າຮ່ວມ ໄດ້ແກ່: ສປປ ລາວ, ຟີລິບປີນ ແລະ ອິນໂດເນເຊຍ.

ໂຄງການຢັ້ງຢືນແຫຼ່ງກຳເນີດສິນຄ້າສິນຄ້າດ້ວຍຕົນເອງແມ່ນ ການມອບໃຫ້ພາກທຸລະກິດອອກ ໃບຢັ້ງຢືນແຫຼ່ງກຳເນີດສິນຄ້າ ດ້ວຍຕົນ ເອງ ແທນການມາຂໍການຢັ້ງຢືນ (Form D) ຈາກເຈົ້າໜ້າທີ່ພາກລັດ ຫຼື ໜ່ວຍງານທີ່ໄດ້ຮັບມອບສິດໃນເມື່ອກ່ອນ, ເພື່ອເປັນການ ອຳ ນວຍຄວາມສະດວກໃຫ້ພາກທຸລະກິດ ແລະ ສົ່ງເສີມການສົ່ງອອກ ທັງນີ້ກໍ່ເພື່ອຊ່ວຍຫລຸດຜ່ອນຕົ້ນທຶນ ແລະ ເວລາໃນການ ດຳເນີນເອກະ ສານຂອງນັກທຸລະກິດ ກໍ່ຄືຜູ້ປະກອບການ.

ຜູ້ທີ່ສົນໃຈເຂົ້າຮ່ວມໂຄງການສາມາດຕິດຕໍ່ພົວພັນກັບ ກົມການນຳເຂົ້າ ແລະ ສົ່ງອອກ ເພື່ອສອບຖາມຂໍ້ມູນເພີ່ມເຕີມ ແລະ ສະເໜີຂໍສິດ ໃນການເປັນຜູ້ທີ່ສາມາດຢັ້ງຢືນແຫຼ່ງກຳເນີດສິນຄ້າດ້ວຍຕົນເອງ.

ກອງປະຊຸມໄດ້ນຳສະເໜີກ່ຽວກັບປະຫວັດຄວາມເປັນມາຂອງໂຄງການດັ່ງກ່າວ, ພ້ອມທັງສະເໜີບັນດາເອກກະສານ, ລະບຽບການ ພາຍໃຕ້ ໂຄງການທົດລອງທີ II,  ກອງປະຊຸມໄດ້ກຳເນີນໄປດ້ວຍບັນຍາກາດອັນຟົດເຟື້ອ ໂດຍໄດ້ຮັບການຕອບຮັບເປັນຢ່າງດີຈາກພາກທຸລະກິດ ແລະ ມີບໍລິສັດຈຳນວນໜຶ່ງທີ່ໄດ້ສະແດງເຈດຈຳນົງຈະເຂົ້າຮ່ວມຈັດຕັ້ງປະຕິບັດໂຄງການດັ່ງກ່າວຢ່າງຕັ້ງໜ້າ. 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
You can provide comment/feedback on draft legislation to relevant government agencies for improvement before entering into force.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ຮ່າງ ນິຕິກໍາ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດໍາເນີນທຸລະກິດ
 
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ມາດຕາ 8 ຂອງ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟແລະ ນໍ້າມັນຫຼໍ່ລື່ນ, ເລກທີ.........../ອຄ, ວັນທີ........... ມີນາ 2025. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້ມູນຕິດຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?