ເນື່ອງໃນໂອກາດດັ່ງກ່າວ ທ່ານລັດຖະມົນຕີວ່າການ ໄດ້ເນັ້ນໜັກ 3 ບັນຫາເພື່ອໃຫ້ແຕ່ລະແຂວງເອົາໃຈໃສ່ເພື່ອ ກະກຽມຄວາມພ້ອມ ໃນການປະຕິບັດແນວທາງເຊື່ອມໂຍງເສດຖະກິດກັບພາກພື້ນ ແລະສາກົນ ໂດຍສະເພາະ ບັນດາແຂວງສ່ວນໃຫຍ່ ຍັງຄົງມີການດຳເນີນ ການຄ້າແບບບໍ່ເປັນທາງການຕາມເຂດຊາຍແດນ ແຕ່ໃນປະຈຸບັນມີຄວາມກົດດັນໃຫ້ພວກເຮົາຕ້ອງປັບປຸງຕົນເອງທັງໃນມະຫາພາກ ແລະ ທຸລະກິດ. ນີ້ຮຽກຮ້ອງໃຫ້ພາກລັດຕ້ອງໄດ້ເອົາໃຈໃສ່ຢ່າງແຂງແຮງຕື່ມໃນການພັດທະນາ ແລະສົ່ງເສີມການຜະລິດ-ການຄ້າ. ອີກບັນຫາໜຶ່ງທີ່ສໍາຄັນແມ່ນການຄຸ້ມຄອງຕະຫຼາດ ແລະລາຄາ ທີ່ຈະຕ້ອງໄດ້ເອົາໃຈໃສ່ ເນື່ອງຈາກຕະຫຼາດຂອງພວກ ເຮົາເຊື່ອມ ໂຍງປະເທດໃກ້ຄຽງ. ໃນນີ້ກົມກ່ຽວຂ້ອງຂອງກະຊວງ ອຄ ຄື: ກົມການນຳເຂົ້າ ແລະສົ່ງອອກ, ກົມສົ່ງເສີມ ແລະພັດທະນາສິນຄ້າ  ແລະກົມການຄ້າພາຍໃນ ກໍໄດ້ເຂົ້າຮ່ວມ ພ້ອມທັງປະກອບຄໍາເຫັນດ້ານວິຊາການຕໍ່ກອງປະຊຸມ.

ໃນກອງປະຊຸມຄັ້ງນີ້, ບັນດາຫົວໜ້າພະແນກ ອຄ ຂອງ 8 ແຂວງ ຄື: ຊຽງຂວາງ, ຫຼວງພະບາງ, ໄຊຍະບູລີ, ຜົ້ງສາລີ, ຫົວພັນ, ບໍ່ແກ້ວ, ຫຼວງນໍ້າທາ ແລະ ອຸດົມໄຊ ຕ່າງກໍໄດ້ລາຍງານຜົນສຳເລັດກໍຄືຂໍ້ສະດວກໃນການປະຕິບັດວຽກງານຂອງຂະແໜງ ອຄ. ເຖິງຢ່າງໃດກໍຕາມກອງ ປະຊຸມໄດ້ເນັ້ນໜັກບັນຫາທ້າທາຍທີ່ຈະຕ້ອງຮ່ວມກັນແກ້ໄຂບົນພື້ນຖານການຖອດຖອນບົດຮຽນໃນກອງປະຊຸມຄັ້ງນີ້ ໂດຍສຳຄັນ ປະກອບດ້ວຍ: ການເຜີຍແຜ່ ແລະຍົກລະດັບຄວາມຮູ້ກ່ຽວກັບການເຊື່ອມໂຍງເສດຖະກິດກັບພາກພື້ນ ແລະສາກົນ, ການກີດ ກັ້ນດ້ານການເຂົ້າຕະຫຼາດສິນຄ້າກະສິກຳໂດຍປະເທດໄກ້ຄຽງ, ການສົ່ງເສີມການຜະລິດ ແລະທຸລະກິດຂະໜາດນ້ອຍ ແລະກາງ, ການສົ່ງເສີມແລະຄຸ້ມຄອງສະມາຄົມທຸລະກິດ, ການຄຸ້ມຄອງຕະຫຼາດ ແລະລາຄາ, ການສ້າງຕັ້ງເຂດນິຄົມອຸດສາຫະກຳ ຕະຫຼອດເຖິງການແກ້ໄຂບັນຫາຊາວຕ່າງປະເທດໃນຂະແໜງຂາຍຍ່ອຍ ແລະເຮັດການຜະລິດກະສິກຳ ແລະໂຮງງານທີ່ສ້າງຜົນເສຍຕໍ່ຊຸມຊົນ ແລະສິ່ງແວດລ້ອມ. 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
You can provide comment/feedback on draft legislation to relevant government agencies for improvement before entering into force.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ຮ່າງ ນິຕິກໍາ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດໍາເນີນທຸລະກິດ
 
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ມາດຕາ 8 ຂອງ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟແລະ ນໍ້າມັນຫຼໍ່ລື່ນ, ເລກທີ.........../ອຄ, ວັນທີ........... ມີນາ 2025. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້ມູນຕິດຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?