ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີຊ່ວຍວ່າການກະຊວງການເງິນໄດ້ກ່າວວ່າ: ລະບົບການຈົດທະບຽນ ການຄໍ້າປະກັນດ້ວຍອະສັງຫາລິມະຊັບ ເປັນລະບົບທຳອິດຂອງ ສປປ ລາວ ທີ່ເຮັດໃຫ້ນັກທຸລະກິດ ແລະ ຜູ້ກູ້ຢືມສ່ວນບຸກຄົນສາມາດໃຊ້ອະສັງຫາລິມະຊັບເຊັ່ນ: ພາຫະນະ, ອຸປະກອນກົນຈັກ, ຜົນລະປູກ, ສັດລ້ຽງ ຫລື ລາຍຮັບທີ່ຈະໄດ້ຮັບໃນອະນາຄົດ ເປັນຫລັກຊັບຄໍ້າປະກັນໃນການກູ້ຢືມເງິນ ເຊິ່ງເປັນການຜັນຂະຫຍາຍໂອກາດການເຂົ້າເຖິງແຫລ່ງທຶນ ສຳຫລັບວິສາຫະກິດຈຸລະພາກ, ຂະໜາດນ້ອຍ ແລະ ກາງ ຈຳນວນຫລາຍທີ່ກວມເອົາ 90%ຂອງຂະແໜງການເອກະຊົນໃນ ສປປ ລາວ. ລະບົບດັ່ງກ່າວ ຈະໃຫ້ຄວາມກະຈ່າງແຈ້ງຕໍ່ຫລັກຊັບທີ່ນຳມາຄໍ້າປະກັນ ດ້ວຍການຄົ້ນຫາຂໍ້ມູນໃນລະບົບແຈ້ງຈົດທະບຽນວ່າ ຊັບສິນດັ່ງກ່າວຖືກນຳມາຄໍ້າປະກັນກ່ອນແລ້ວຫລືຍັງ, ວັນ ແລະ ເວລາທີ່ລະບຸໃນລະບົບການແຈ້ງຈົດທະບຽນ ຈະກຳນົດບູລິມະສິດໃນການໃຊ້ແທນໜີ້ສິນ, ຜູ້ຈົດທະບຽນກ່ອນຈະໄດ້ຮັບບູລິມະສິດໃນການໃຊ້ແທນໜີ້ສິນຕາມທີ່ກຳນົດໄວ້ໃນກົດໝາຍ. ພ້ອມນີ້ ຍັງຮັບປະກັນຄວາມສະດວກ, ວ່ອງໄວ ສາມາດແຈ້ງຈົດທະບຽນໄດ້ຢູ່ທຸກສະຖານທີ່ ແລະ ຮັບປະກັນຄວາມໂປ່ງໃສ ໃຫ້ແກ່ຜູ້ໃຊ້ບໍລິການຕື່ມອີກ.

ທ່ານລັດຖະມົນຕີຊ່ວຍວ່າການກະຊວງການເງິນຍັງໄດ້ສະແດງຄວາມເຊື່ອໝັ້ນວ່າ: ພາຍຫລັງທີ່ເປີດນຳໃຊ້ລະບົບດັ່ງກ່າວນີ້ແລ້ວ, ບັນດາທະນາຄານທຸລະກິດ, ສະຖານບັນການເງິນ, ບັນດາໂຮງຊວດຈຳຕ່າງໆ ຈະໃຫ້ຄວາມຮ່ວມມືໃນການຄຸ້ມຄອງ, ນຳໃຊ້ ແລະ ໝັ້ນໃຈໃນການປ່ອຍສິນເຊື່ອ ໂດຍການຮັບເອົາການຄໍ້າປະກັນດ້ວຍອະສັງຫາລິມະຊັບ ເຮັດໃຫ້ບຸກຄົນ, ນິຕິບຸກຄົນ ແລະ ຜູ້ປະກອບການສາມາດເຂົ້າເຖິງແຫລ່ງທຶນໄດ້ງ່າຍຂຶ້ນ ເຊິ່ງຈະເປັນໜໍ່ແໜງໃນການພັດທະນາ, ສ້າງເປັນວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງໃນອະນາຄົດ ທັງເປັນການປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດ.

ຫ້ອງການຈົດທະບຽນການຄ້ຳປະກັນດ້ວຍສັງຫາລິມະຊັບ (ຫ້ອງການຈົດທະບຽນ) ໄດ້ຖືກສ້າງຕັ້ງຂຶ້ນ ໂດຍກະຊວງການເງິນ. ຫ້ອງການຈົດທະບຽນດ້ວຍສັງຫາລິມະຊັບ ດຳເນີນການຈົດທະບຽນດ້ວຍລະບົບ ຄອມພິວເຕີສູນກາງ ທີ່ໃຫ້ບໍລິການທົ່ວ ສປປ ລາວ. ຫ້ອງການຈົດທະບຽນ ອະນຸຍາດໃຫ້ບຸກຄົນ ແລະ ສະຖາບັນຕ່າງໆຈົດທະບຽນການຄ້ຳປະກັນຂອງຕົນ ໃນສັງຫາລິມະຊັບ (ຊັບສິນສ່ວນບຸກຄົນ, ພາຫະນະກົນຈັກ, ບັນຊີສິນຄ້າໃນສາງ, ຫນີ້ທີ່ຕ້ອງຮັບ, ຜົນຜະລິດ ແລະ ອື່ນໆ), ທ່ານສາມາດຊອກຫາລາຍລະອຽດເພີ່ມເຕີມຕາມເວັບໄຊທ໌ຂອງຫ້ອງການຈົດທະບຽນການຄ້ຳປະກັນດ້ວຍສັງຫາລິມະຊັບ (ຫ້ອງການຈົດທະບຽນ)ທີ່ http://www.mof.gov.la/str/

ແຫລ່ງຂໍ້ມູນ: ໜັງສືມພິມເສດຖະກິດການຄ້າ, ສະບັບວັນທີ 21 ພະຈິກ 2013

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
You can provide comment/feedback on draft legislation to relevant government agencies for improvement before entering into force.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ຮ່າງ ນິຕິກໍາ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດໍາເນີນທຸລະກິດ
 
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ມາດຕາ 8 ຂອງ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟແລະ ນໍ້າມັນຫຼໍ່ລື່ນ, ເລກທີ.........../ອຄ, ວັນທີ........... ມີນາ 2025. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້ມູນຕິດຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?