ກອງປະຊຸມໃນຄັ້ງນີ້ ຈະໄດ້ເຊີນ ທັງ​ພາກ​ລັດ ​ແລະ ພາກ​ທຸລະ​ກິດ ທີ່ເຮັດວຽກປີ່ນອ້ອມກ່ຽວ​ກັບ​ວຽກ​ງານອຳນວຍ​ຄວາມ​ສະດວກ​ທາງ​ດ້ານ​ການ​ຄ້າເຂົ້າຮ່ວມ ເພື່ອປະ​ເມີນ​​ຄວາມ​ຕ້ອງການ ​ແລະ ບຸລິມະສິດ ​ຂອງ ສປປ ລາວ ​ໃນ​ຂອບ​ອົງການ​ການ​ຄ້າ​ໂລກ ກ່ຽວ​ກັບ​ວຽກ​ງານ​ອຳນວຍ​ຄວາມ​ສະດວກ​ທາງ​ດ້ານ​ການ​ຄ້າ. ຊຶ່ງການ​ປະ​ເມີນ​ຄັ້ງນີ້​ໄດ້​​ເນັ້ນໜັກ 0​3 ຫົວ​ຂໍ້​ ຄື: 1)ນິຕິ​ກຳ​/ກົດ​ໝາຍ, 2)ຂັ້ນຕອນ​ຢູ່​ດ່ານ, ​ແລະ 3)ຂັ້ນ​ຕອນ ​ແລະ ການ​ຄວບຄຸມ​ຂອງ​ພາສີ​​ ​ໂດ​ຍຈະ​ມີ​ຊ່ຽວຊານ ຈາກ WTO ​ແລະ ທະນາຄາ​ນ​ໂລກ ​ເປັນ​ຜູ້​ແນ​ະນຳ​ວິທີ​ການ​ປະ​ເມີນ. ຜົນ​ຂອງ​ການ​ປະ​ເມີນ​ໃນ​ຄັ້ງນີ້​ ຈະ​ເປັນ​ຂໍ້​ມູນ​ພື້ນ​ຖານ​ໃນ​ການ​ເຈ​ລະ​ຈາ​ສັນຍາ​ ວ່າດ້ວຍ ການ​ອຳ​ນວຍ​ຄວາມ​ສະດວກ​ທາງ​ດ້ານ​ການ​ຄ້າ ​ເພື່ອ​ໃຫ້​ຮັບ​ຮູ້​ໄດ້​ສະຖານະ ຂອງ ສປປ ລາວ ​ໃນ​ການຈັດຕັ້ງປະຕິ​ບັດ​ບັນດາ​ມາດ​ຕະການທີ່​ກຳລັງ​ເຈລະຈາ​ໃນ​ປະຈຸ​ບັນ. ພ້ອມ​ນັ້ນກໍ່​ເພື່ອ​ກະກຽມ​ຄວາ​ມພ້ອ​​ມ​ໃຫ້​ ສ​ປປ ລາວ ​ໃຫ້​ສາມາດ​ໄດ້​ຜົນ​ປະ​ໂຫຍດຈາກ​ສັນຍາ​ດັ່ງກ່າວ​ຢ່າງ​ເຕັມ​ສ່ວນ.

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
You can provide comment/feedback on legislation to relevant government agencies for improvement before entering into force.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ຮ່າງ ນິຕິກໍາ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດໍາເນີນທຸລະກິດ
 
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ມາດຕາ 8 ຂອງ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟແລະ ນໍ້າມັນຫຼໍ່ລື່ນ, ເລກທີ.........../ອຄ, ວັນທີ........... ມີນາ 2025. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້ມູນຕິດຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?