ໃນ​​ໄລຍະ​ຜ່ານ​ມາ ການ​ສົ່ງອອກ​ຝັກ​ສາລີ ຫຼື ​ມານ​ສາລີ (Corn ear), ເມັດສາລີ (Corn grain) ແລະ ແກນສາລີ (Corn cob) ຂອງ ສປປ ລາວ ໄປຍັງ ຣາຊະອານາຈັກໄທ ຍັງບໍ່ທັນສອດ ຄ່ອງກັບ ມາດ ຕະ ການ ສຸຂານາໄມ ແລະ ສຸຂານາໄມພືດ (SPS) ແລະ ການອອກໃບຢັ້ງຢືນສຸຂານາໄມພືດ ຍັງບໍ່ທັນ ໄປ ຕາມລະບົບມາດຖານສາກົນຕາມທີ່ທາງການໄທຕ້ອງການ.ຈາກການວິໄຈ ຄວາມສ່ຽງສັດ ຕູພືດ (PRA)  ຂອງຄະນະວິຊາການກົມປູກຝັງ ຮ່ວມກັບຜູ້ຊ່ຽວຊານອາວຸໂສ ຂອງປະເທດໄທໃນປີ 2012 ເຫັນວ່າ ເປົ້າໝາຍສັດຕູພືດຕ້ອງຄວບຄຸມແມ່ນມອດ (ມອດເຈາະເມັດສາລີ). ສະນັ້ນ, ຣາຊະອານາຈັກໄທ ຈຶ່ງອອກແຈ້ງການ ກ່ຽວກັບ ຂໍ້ກຳນົດເງື່ຶອນໄຂການນຳເຂົ້າສາລີ ຈາກ ສປປ ລາວ ​ເພື່ອ​ຄວບ​ຄຸມ​ການ​ນໍາ ​ເຂົ້າສິນຄ້າ​ດັ່ງ​ກ່າວ. ດັ່ງນັ້ນ, ກະຊວງ ກະສິກໍາ ​ແລະ​ ປ່າ​ໄມ້ ຈຶ່ງອອກ​ແຈ້ງ​ການ​ແນະນຳ​ ກ່ຽວ​ກັບ ຂໍ້ກຳນົດ​ເງື່ຶອນ​ໄຂການສົ່ງອອກສາລີ ຈາກ ສປປ ລາວ ໄປ ຣາຊະອານາຈັກໄທ ສະ​ບັບ ເລກທີ: 1790/ຫກ, ລົງວັນທີ 21/08/2013 ຊຶ່ງ​ການສົ່ງອອກສາລີ ຜູ້ສົ່ງອອກຕ້ອງປະຕິບັດ ຕາມ 5 ຂັ້ນຕອນຢ່າງ​ເຄັ່ງ​ຄັດຄື: ການຂໍອະນຸຍາດນຳເຂົ້າ, ວິທີການຂົນສົ່ງ, ຂໍ້ກຳນົດເງື່ອນ ໄຂສຳລັບການນຳເຂົ້າ, ການຢັ້ງ ຢືນ ສຸຂານາໄມພືດ ​ແລະ ການກວດກາການນໍ້າເຂົ້າຂອງໄທ.

ທ່ານສາມາດດາວໂຫລດເອກະສານລາຍລະອຽດໄດ້ຂ້າງລຸ່ມນີ້

 

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
You can provide comment/feedback on draft legislation to relevant government agencies for improvement before entering into force.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ຮ່າງ ນິຕິກໍາ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດໍາເນີນທຸລະກິດ
 
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ມາດຕາ 8 ຂອງ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟແລະ ນໍ້າມັນຫຼໍ່ລື່ນ, ເລກທີ.........../ອຄ, ວັນທີ........... ມີນາ 2025. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້ມູນຕິດຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?