ກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ສະແດງຄວາມເປັນຫ່ວງກ່ຽວກັບ ບັນຫາຄຸນນະພາບ ແລະ ການສະໜອງ ຍັງເປັນສີ່ງກີດຂວາງສຳລັບການສົ່ງອອກຂອງນັກທຸລະກິດລາວ, ຕ້ອງໄດ້ຈັບເປັນກຸ່ມທຸລະກິດ ເພື່ອຄວາມຫລາກຫລາຍ ແລະ ຕີຕະຫລາດໄດ້. ນັກຊ່ຽວຊານດ້ານທຸລະກິດຂະໜາດນ້ອຍ ເຊື່ອໜັ້ນວ່າ ການຈັບຄູ່ທຸລະກິດຮ່ວມກັນ ຈະເປັນທາງອອກທີ່ດີທີ່ສຸດ ເພື່ອຄວາມໜ້າເຊື່ອຖື, ສ້າງຄຸນນະພາບ ແລະ ການແຂ່ງຂັນກ່ອນການກ້າວເຂົ້າສູ່ປະຊາຄົມເສດຖະກິດອາຊຽນ (AEC).

ທ່ານ ສຸດໃຈ ສີສຸວົງ ຮອງຫົວໜ້າກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ, ກະຊວງອຸດສາຫະກຳ ແລະ ການຄ້າ ກ່າວໃນກອງປະຊຸມສຳມະນາໃນຫົວຂໍ້ ການສ້າງ ແລະ ພັດທະນາກຸ່ມເພື່ອສົ່ງອອກສິນຄ້າ ໃນຂະແໜງການຜະລິດຕະພັນກະສິກຳອິນຊີຂອງເຂົ້າ ແລະ ຜັກ ທີ່ຈັດຂື້ນທີ່ສະຖາບັນຄົ້ນຄວ້າເສດຖະກິດການຄ້າ ໃນວັນທີ 20 ສີງຫາ 2013 ວ່າ: ການຊ່ວຍເຫລືອກ່ຽວກັບການພັດທະນາ ແລະ ສົ່ງເສີມທຸລະກິດຂະໜາດນ້ອຍ ແລະ ກາງຂອງລາວແມ່ນໄດ້ຮັບການສະໜັບສະໜູນຈາກລັດຖະບານນີວຊີແລນ ໂດຍມຸ່ງເນັ້ນ ໃນກຸ່ມປະເທດອາຊຽນໃໝ່ ໃຫ້ສາມາດຜະລິດເປັນສິນຄ້າສົ່ງອອກ ໃນອາຊຽນ ຫລື ປະເທດຕ່າງໆໃຫ້ຫລາຍ. ສະນັ້ນ, ຈຶ່ງປຶກສາຫາລືກັນ ເພື່ອຫາລືກັນ ເພື່ອຈັບເປັນກຸ່ມທຸລະກິດໃນການຜະລິດ ເປັນຕົ້ນແມ່ນ ເຂົ້າ ແລະ ຜັກອິນຊີ ລວມທັງການສ້າງເປັນສະມາຄົມຈົນກ້າວໄປເຖິງການຈັດຕັ້ງກຸ່ມຜະລິດ ເພື່ອການສົ່ງອອກ ພ້ອມທັງຈະຂະຫຍາຍສູ່ທ້ອງຖີ່ນໃນຂັ້ນຕໍ່ໄປ ເພື່ອເຮັດແນວໃດໃຫ້ທຸລະກິດຂະໜາດນ້ອຍ  ແລະ ກາງ ສາມາດປ່ຽນເວທີການຄ້າຂາຍໃນພາກພື້ນໃຫ້ຫລາຍ ໂດຍອີງໃສ່ເງື່ອນໄຂຫລາຍດ້ານໃນການສ້າງມູນຄ່າເພີ່ມ ເຮັດໃຫ້ເປັນທາງເລືອກອັນໜື່ງໃນການສົ່ງອອກ ໃຫ້ເຄື່ອນໄຫວເປັນຮູບປະທຳໄດ້.

ທ່ານ ດຣ ນາງ ນິດຕະນາ ສຸດທິແສງ, ຊ່ຽວຊານພັດທະນາທຸລະກິດຂະໜາດນ້ອຍ ແລະ ກາງ, ສະຖານບັນແມ່ນໍ້າຂອງໃຫ້ສຳພາດທິມຂ່າວເສດຖະກິດ-ການຄ້າວ່າ: ລາວເຮົາມີທ່າແຮງຫລາຍດ້ານ ທີ່ສາມາດແຂ່ງຂັນກັບຕ່າງປະເທດ ແຕ່ຍັງຂາດວິທີການສົ່ງເສີມ ເພື່ອເຮັດໃຫ້ມີຄວາມຫລາກຫລາຍ. ສະນັ້ນ, ນັກທຸລະກິດເອງ ກໍ່ຕ້ອງໄດ້ຍົກລະດັບທຸລະກິດຂອງຕົນມີຄຸນນະພາບ ແລະ ມາດຖານ ໃຫ້ ສາມາດແຂ່ງຂັນກັບຕະຫລາດຕ່າງປະເທດໄດ້ ເພາະສ່ວນໃຫຍ່ ການຜະລິດເປັນພຽງແຕ່ທຸລະກິດຂະໜາດນ້ອຍ ແຕ່ຄວາມຕ້ອງການຂອງຕະຫລາດຫລາຍຈິ່ງບໍ່ສາມາດຈະສະໜອງໄດ້.

ພ້ອມນັ້ນ ທ່ານເນັ້ນຕື່ມວ່າ: ນັກທຸລະກິດສ່ວນໃຫຍ່ ຍັງບໍ່ທັນມີຄວາມຫລາກຫລາຍເທື່ອ ໃນການສ້າງມູນຄ່າເພີ່ມ, ຄຸນນະພາບ ແລະ ເຄືອຂ່າຍ, ດັ່ງນັ້ນ ຈີ່ງຄວນເປີດກວ້າງ ເພື່ອຮຽນຮູ້ຮ່ວມກັນແລກປ່ຽນ ຄວາມຮູ້ ແລະ ທ່ານເຊື່ອວ່າ: ການຈັບຄູ່ທຸລະກິດຈະເປັນການສ້າງໂອກາດ ແລະ ຊ່ວຍເຫລືອເຊິ່ງກັນ ແລະ ກັນໄດ້ໃນຫລາຍໆດ້ານ ເຮັດໃຫ້ທຸລະກິດຂະໜາດນ້ອຍກໍ່ສາມາດເຂົ້າໄປສູ່ສາກົນໄດ້, ເພາະເຮົາຈະຊ່ວຍສະໜັບສະໜູນເຕັມທີ່ໃນການເຜີຍແຜ່ຄວາມຮູ້ ການສ້າງ, ພັດທະນາກຸ່ມ ເພື່ອສົ່ງເສີມທຸລະກິດຂະໜາດນ້ອຍ ແລະ ກາງ ທີ່ຈັດເປັນກຸ່ມກ້າວສູ່ຕະຫລາດພາກພື້ນໄດ້ ເຮັດໃຫ້ຜູ້ປະກອບການເຂົ້າເຖິງລູກຄ້າຢູ່ຕ່າງປະເທດ.

ນອກຈາກນີ້, ກອງປະຊຸມຜູ້ເຂົ້າຮ່ວມຍັງໄດ້ສົນທະນາ ແລກປ່ຽນຄຳຄິດເຫັນຮ່ວມກັນ ໃນການສ້າງກຸ່ມຜູ້ຜະລິດຂະໜາດນ້ອຍ ແລະ ກາງ, ການວິເຄາະຕ່ອງໂສ້ມູນຄ່າເພີ່ມ ແລະ ປັດໄຈຂອງການພັດທະນາກຸ່ມ, ການສ້າງຄວາມເຂົ້າໃຈ ແລະ ຜົນປະໂຫຍດຈາກການສ້າງຕັ້ງກຸ່ມຜູ້ຜະລິດໃນການສົ່ງອອກ, ການພັດທະນາຄຸນນະພາບຂອງສິນຄ້າ ແລະ ຊອກຫາຕະຫລາດໃນການສົ່ງອອກ ເພື່ອກຽມຄວາມພ້ອມເຂົ້າສູ່ປະຊົມຄົມເສດຖະກິດອາຊຽນ.

ແຫລ່ງຂໍ້ມູນ: ໜັງສືພິມເສດຖະກິດ-ການຄ້າ, ສະບັບວັນທີ 21 ສີງຫາ 2013

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
You can provide comment/feedback on draft legislation to relevant government agencies for improvement before entering into force.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ຮ່າງ ນິຕິກໍາ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດໍາເນີນທຸລະກິດ
 
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ມາດຕາ 8 ຂອງ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟແລະ ນໍ້າມັນຫຼໍ່ລື່ນ, ເລກທີ.........../ອຄ, ວັນທີ........... ມີນາ 2025. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້ມູນຕິດຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?