ຈຸດປະສົງຂອງກອງປະຊຸມຄັ້ງນີ້ແມ່ນເພື່ອປຶກສາຫາລືກ່ຽວກັບ“ການສົ່ງອອກເຂົ້າກິນ”ໂດຍເນັ້ນໃສ່ການແລກ ປ່ຽນຂໍ້ມູນຂ່າວສານກ່ຽວກັບບັນຫາທີ່ຜູ້ສົ່ງອອກເຂົ້າກິນກຳລັງປະເຊີນຢູ່ໃນປະຈຸບັນ. ພ້ອມນັ້ນ, ກໍ່ເປັນເວທີແລກປ່ຽນຂໍ້ມູນຂ່າວສານກ່ຽວກັບນະໂຍບາຍ ແລະ ລະບຽບການຄຸ້ມຄອງການສົ່ງອອກເຂົ້າກິນລະຫວ່າງສູນກາງ ແລະ ຖ້ອງຖີ່ນ.

ໃນກອງປະຊຸມດັ່ງກ່າວຜູ້ຕາງໜ້າຈາກພາກລັດ ໄດ້ນໍາສະເໜີບາງດ້ານເນື້ອໃນຂອງເອກະສານທີ່ສຳຄັນເຊັ່ນ: ລະບຽບການສົ່ງອອກເຂົ້າກິນຢູ່ສປປ ລາວ, ລະບຽບການເກັບຄ່າທຳນຽມ, ການດູນດ່ຽງສິນຄ້າໂດຍສະເພາະສິນຄ້າປະເພດເຂົ້າກິນ, ແລະ ການນຳໃຊ້ສູນຂໍ້ມູນຂ່າວສານທາງດ້ານການຄ້າຂອງ ສປປ ລາວ ເພື່ອຊອກຫາຂໍ້ມູນຂ່າວສານທາງດ້ານການຄ້າ. ພ້ອມນັ້ນ, ຜູ້ຕາງໝ້າຈາກພາກສ່ວນກ່ຽວຂ້ອງຂອງແຂວງກໍ່ໄດ້ນຳສະເໜີໃຫ້ຊາບກ່ຽວກັບສະພາບການຜະລິດແລະ ການສົ່ງອອກເຂົ້າກິນຢູ່ແຂວງສະຫວັນນະເຂດ ພ້ອມທັງ ຮັບຟັງການລາຍງານຂອງທ່ານ ຫົວໜ້າສາມະຄົມສົ່ງເສີມການຜະລິດ ແລະ ສົ່ງອອກເຂົ້າ ກ່ຽວກັບສະພາບການຜະລິດ ແລະ ສົ່ງອອກເຂົ້າຂອງພາກທຸລະກິດ ຢູ່ແຂວງສະຫວັນນະເຂດ.  

ກອງປະຊຸມໃນຄັ້ງນີ້ ໄດ້ດຳເນີນໃນບັນຍາກາດອັນຟົດຟື້ນ ໂດຍພາກທຸລະກິດໄດ້ສະເໜີແນວທາງ ໃນຕໍ່ໜ້າ ໃຫ້ພາກລັດພິຈາລະນາເພື່ອຊ່ວຍສົ່ງເສີມການສົ່ງອອກເຂົ້າກິນ ແລະ ປັບປຸງການບໍລິການດ້ານເອກະສານຕ່າງໆໃຫ້ດີຂື້ນ ເປັນຕົ້ນແມ່ນ ໃຫ້ມີການເອົາໃຈໃສ່ສະກັດກັ້ນການສົ່ງອອກທີ່ບໍ່ຖືກລະບົບຂອງຊາວນາໃຫ້ຫັນມາສົ່ງອອກຕາມດ່ານສາກົນ ເພາະຈະເຮັດໃຫ້ສາມາດເກັບກຳສະຖິຕິການສົ່ງອອກເຂົ້າກິນໄດ້ຢ່າງຖືກຕ້ອງ. ພ້ອມນັ້ນ, ກໍ່ຈະຊ່ວຍໃຫ້ພາກທຸລະກິດທີ່ເຮັດໜ້າທີ່ເກັບຊື້ ແລະ ເປັນເຈົ້າຂອງໂຮງສີຢູ່ລາວ ມີຄວາມສາມາດຕອບສະໜອງກັບຄວາມຕ້ອງການຂອງຕະຫຼາດສົ່ງອອກໄດ້. ນອກຈາກນັ້ນ, ພາກລັດຄວນທົບທວນຄືນນະໂຍບາຍດ້ານອາກອນ ແລະ ການເກັບຄ່າທຳນຽມຕ່າງໆເພື່ອຊ່ວຍພາກທຸລະກິດເພີ່ມຄວາມສາມາດແຂ່ງຂັນຂອງເຂົາເຈົ້າ. ນອກນັ້ນ, ໃນວຽກງານການສົ່ງເສີມການຜະລິດ ແລະການສົ່ງອອກສິນຄ້າປະເພດເຂົ້າກິນ ບັນດາຂະແໜງການທີ່ກ່ຽວຂ້ອງຄວນເຮັດວຽກຮ່ວມກັນຢ່າງຈິງຈັງໃນການກຳນົດປະເພດເຂົ້າທີ່ຈະສົ່ງເສີມໃຫ້ສົ່ງອອກວ່າ ເປັນເຂົ້າສຳເລັດຮູບ ຫຼື ເຂົ້າເປືອກ, ປະເພດໂຮງສີເຂົ້າປະເພດໃດເພື່ອຮັບປະກັນທາງດ້ານປະລິມານ ແລະ ຄຸນນະພາບຕາມຄວາມຕ້ອງການຂອງລູກຄ້າ.

ກອງປະຊຸມກອງເລຂາອຳນວຍຄວາມສະດວກທາງດ້ານການຄ້າໃນຄັ້ງນີ້ຖືວ່າໄດ້ບັນລຸຜົນຕາມຄາດໝາຍທີ່ວາງໄວ້. ການສ້າງຄວາມເຂົ້າໃຈລະຫວ່າງພາກລັດ ແລະທຸລະກິດເປັນບົດບາດໜື່ງທີ່ສຳຄັນຂອງກອງເລຂາອຳນວຍຄວາມສະດວກ ທາງດ້ານການຄ້າ ທີ່ແນໃສ່ ປັບປຸງວຽກງານອຳນວຍຄວາມສະດວກທາງດ້ານການຄ້າໃຫ້ວ່ອງໄວ ແລະແທດເໝາະກັບສະພາບຄວາມເປັນຈີງ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
You can provide comment/feedback on draft legislation to relevant government agencies for improvement before entering into force.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ຮ່າງ ນິຕິກໍາ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດໍາເນີນທຸລະກິດ
 
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ມາດຕາ 8 ຂອງ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟແລະ ນໍ້າມັນຫຼໍ່ລື່ນ, ເລກທີ.........../ອຄ, ວັນທີ........... ມີນາ 2025. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້ມູນຕິດຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?