ເຂົ້າກິນເປັນສິນຄ້າ ປະເພດສະບຽງອາຫານ ທີ່ຢູ່ພາຍໃຕ້ການຄຸ້ມຄອງຂອງຂະແໜງການທີ່ກ່ຽວຂ້ອງ ເປັນຕົ້ນແມ່ນ ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ແລະ ກະຊວງກະສິກຳ ແລະ ປ່າໄມ້ (ກປ).

ການສົ່ງອອກເຂົ້າກິນ ຢູ່ ສປປ ລາວ ແມ່ນຖືກຄຸ້ມຄອງດ້ວຍບາງລະບຽບການຄື: ດຳລັດວ່າດ້ວຍການນຳເຂົ້າ ແລະ ສົ່ງອອກ ເລກທີ 114/ລບ, ແຈ້ງການຂອງລັດຖະມົນຕີວ່າການກະຊວງ ອຄ ເລກທີ 0076/ອຄ.ກຂອ, ຂໍ້ຕົກລົງຂອງລັດຖະມົນຕີວ່າການກະຊວງ ອຄ ເລກທີ 0452/ອຄ.ກຂອ. ນອກຈາກນັ້ນ, ກໍ່ມີລະບຽບການທີ່ກ່ຽວກັບການດຸ່ນດ່ຽງໂດຍພາກສ່ວນຢູ່ສູນກາງ ກໍ່ຄື ກະຊວງ ອຄ ແລະ ກປ ເປັນຜູ້ອອກລະບຽບການຄຸ້ມຄອງ ສ່ວນຜູ້ຈັດຕັ້ງປະຕິບັດຕົວຈິງແມ່ນຂັ້ນທ້ອງຖິ່ນ (ແຂວງ) ເຊິ່ງປະກອບມີ ພະແນກ ອຄ ແຂວງ, ພະແນກ ກປ ແຂວງ ແລະ ສະພາການຄ້າ ແລະ ອຸດສາຫະກຳແຂວງ.

ເພື່ອຮັບປະກັນດ້ານສະບຽງອາຫານພາຍໃນແຂວງ, ພະແນກ ກປ ແຂວງ ຈະເປັນຜູ້ດຸ່ນດ່ຽງເຂົ້າກິນພາຍໃນແຂວງຂອງຕົນ ດ້ວຍການກຳນົດໂກຕ້າ ໂດຍຖືເອົາ 350 ກິໂລ/ຄົນ/ປີ ເປັນພື້ນຖານຄິດໄລ່, ແລະ ພາຍຫຼັງ ຫັກອັດຕາການປຽກຊຸ່ມ ແລະ ເຂົ້າແຮອອກ, ຖ້າເຂົ້າເຫຼືອກິນ ແມ່ນແຈ້ງໃຫ້ພະແນກ ອຄ ພິຈາລະນາສົ່ງອອກ.

ຂັ້ນຕອນການສົ່ງອອກເຂົ້າກິນ ມີລາຍລະອຽດດັ່ງນີ້:

  1. ຜູ້ສົ່ງອອກຕ້ອງໄປຂໍໂກຕ້າ ແລະ ໃບຢັ້ງຢືນສຸຂານາໄມພືດ (Phyto) ຈາກພະແນກ ກປ ແຂວງ, ຂະແໜງ ກປ ຈະສົ່ງພະນັກງານລົງກວດກາ ແລະ ເກັບຕົວຢ່າງຂຶ້ນມາ ເພື່ອອະນຸມັດໂກຕ້າ ແລະ ອອກໃບຢັ້ງຢືນສຸຂານາໄມພືດ.
  2. ພາຍຫຼັງໄດ້ຮັບອະນຸຍາດຈາກຂະແໜງ ກປ ແລ້ວ ແມ່ນໄປຫາພະແນກ ອຄ ແຂວງ ເພື່ອຂໍໃບອະນຸຍາດສົ່ງອອກ (ຕາມແຈ້ງການ ເລກທີ 0076/ອຄ.ກຂອ). ການອອກໃບອະນຸຍາດສົ່ງອອກ ແມ່ນອອກໃຫ້ທັນທີ ຖ້າຜູ້ສົ່ງອອກປະກອບເອກະສານຖືກຕ້ອງ ແລະ ຄົບຖ້ວນ. ພະແນກ ອຄ ແຂວງ ຈະເປັນຜູ້ອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າໃຫ້ເລີຍ ໃນກໍລະນີທີ່ສົ່ງອອກໄປປະເທດທີ່ນຳໃຊ້ ຟອມ A, D, AI, APTA, DFTP ແລະ ຟອມ S.
  3. ສຳລັບ ໃບຢັ້ງຢືນແຫຼ່ງກຳເນີດສິນຄ້າ ທີ່ສົ່ງອອກໄປບາງປະເທດໂດຍນຳໃຊ້ ຟອມ E, SPT, AK, CO KOREA, AANZ ແລະ ຟອມ AJ ແມ່ນສະພາການຄ້າ ແລະ ອຸດສາຫະກຳ ແຂວງ/ນະຄອນຫຼວງ ເປັນຜູ້ອອກໃຫ້.

ຄ່າທຳນຽມທີ່ເກັບໃນການສົ່ງອອກເຂົ້າກິນ ມີດັ່ງນີ້:

ຄ່າທຳນຽມຕ່າງໆ ທີ່ກ່ຽວຂ້ອງກັບ ການສົ່ງອອກ ເຂົ້າກິນ ໃຫ້ປະຕິບັດຕາມ ລັດຖະບັນຢັດ ຂອງປະທານປະເທດ ວ່າດ້ວຍການເກັບຄ່າທຳນຽມ ສະບັບເລກທີ 03/ປປທ, ເຊິ່ງໄດ້ລະບຸດັ່ງນີ້:

 ຄ່າອອກໃບຢັ້ງຢືນສຸຂານາໄມພືດ ຈາກ ພະແນກກະສິກຳ ແລະ ປ່າໄມ້:

  • ເອກະສານຢັ້ງຢືນປອດສັດຕູພືດ (Phytosanitary Certificate):    15.000 ກີບ
  • ຈຳນວນຜະລິດຕະພັນ 5 – 10 ໂຕນ      ເກັບຄ່າທຳນຽມ 40.000 ກີບ
  • ຈຳນວນຜະລິດຕະພັນ 11 – 100 ໂຕນ  ເກັບຄ່າທຳນຽມ 65.000 ກີບ
  • ຈຳນວນຜະລິດຕະພັນ 101 ໂຕນຂຶ້ນໄປ  ເກັບຄ່າທຳນຽມ 90.000 ກີບ

ຄ່າອອກໃບອະນຸຍາດສົ່ງອອກຈາກ ພະແນກອຸດສາຫະກຳ ແລະ ການຄ້າແຂວງ:

  •  ອອກໃບອະນຸຍາດສົ່ງອອກ 10.000 ກີບ/ຄັ້ງ.

ຄ່າ​ອອກ​ໃບ​ຢັ້ງຢືນ​ແຫຼ່ງກຳ​ເນີ​ດສິນຄ້າ ຈາກສະພາການຄ້າ ແລະ ອຸດສາຫະກຳແຂວງ:

  • ຄ່າແບບ​ຟອມ​ໃບ​​ຢັ້ງຢືນ​ແຫຼ່ງກຳ​ເນີ​ດສິນຄ້າ (CO): 10.000 ກີບ/ຊຸດ
  • ມູນຄ່າສົ່ງອອກ ນອ້ຍກວ່າ 10.000 $    ​   ເກັບ​ຄ່າທຳນຽມ 40.000 ກີບ
  • ມູນ​ຄ່າສົ່ງ​ອອກ 10.001 $ ຫາ 30.000 $   ເກັບ​ຄ່າ​ທຳນຽມ 60.000 ກີບ
  • ມູນ​ຄ່າສົ່ງ​ອອກ 30.001 $ ຫາ 60.000 $   ເກັບ​ຄ່າ​ທຳນຽມ 80.000 ກີບ
  • ມູນ​ຄ່າສົ່ງ​ອອກ 60.001 $ ຂື້ນ​ໄປ          ​ເກັບ​ຄ່າທຳນຽມ 100.000 ກີບ
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
You can provide comment/feedback on draft legislation to relevant government agencies for improvement before entering into force.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ຮ່າງ ນິຕິກໍາ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດໍາເນີນທຸລະກິດ
 
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ມາດຕາ 8 ຂອງ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟແລະ ນໍ້າມັນຫຼໍ່ລື່ນ, ເລກທີ.........../ອຄ, ວັນທີ........... ມີນາ 2025. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້ມູນຕິດຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?