ສະພາບການພົວພັນການຄ້າສອງຝ່າຍລະຫວ່າງ ລາວ ແລະ ກໍາປູເຈຍ ເຫັນວ່າຍັງບໍ່ທັນມີຄວາມຟົດຟື້ນເທົ່າທີ່ຄວນ , ມູນຄ່າການຄ້າກໍ່ຍັງມີໜ້ອຍ. ອີກທັງສອງຝ່າຍເອງກໍ່ມີພຽງແຕ່ສັນຍາການຄ້າ ທີ່ໄດ້ລົງນາມກັນໃນປີ 1998 ເທົ່ານັ້ນ ທີ່ເປັນບ່ອນອີງໃຫ້ແກ່ການຮ່ວມມື. ການຈັດຕັ້ງປະຕິບັດສັນຍາດັ່ງກ່າວໃນໄລຍະຜ່ານມາ ກໍ່ຍັງບໍ່ທັນເປັນຮູບປະທໍາເທົ່າທີ່ຄວນ. ດັ່ງນັ້ນ, ຈິ່ງເຫັນຄວນໃຫ້ມີການເສີມຂະຫຍາຍການຮ່ວມມືໃຫ້ເລິກເຊິ່ງຂຶ້ນກວ່າເກົ່າ ແລະ ເຫັນພ້ອມນໍາກັນ ໃຫ້ສ້າງຕັ້ງຄະນະກໍາມະທິການຮ່ວມມືການຄ້າລະຫວ່າງລາວ-ກໍາປູເຈຍຂຶ້ນ. ການສ້າງຕັ້ງຄະນະກຳມະທິການດັ່ງກ່າວນີ້ແມ່ນມີຈຸດປະສົງແນ່ໃສ່ ສົ່ງເສີມການຄ້າລະຫວ່າງສອງປະເທດໃຫ້ຂະຫຍາຍຕົວ ເພື່ອຫລຸດຜ່ອນອຸປະສັກຕໍ່ການຄ້າ ໂດຍສະເພາະການຄ້າຊາຍແດນ. ຄະນະກຳມາທິການດັ່ງກ່າວນີ້ຈະຢູ່ພາຍໃຕ້ຄວາມຮັບຜິດຊອບຂອງກະຊວງການຄ້າທັງສອງປະເທດ ໂດຍມີໜ້າທີ່: ເປັນເວທີປຶກສາຫາລືແລກປ່ຽນຂໍ້ມູນຂ່າວສານການຄ້ານຳກັນ, ທົບທວນຄືນການພັດທະນາການຄ້າເພື່ອຊອກຫາຊ່ອງທາງດ້ານການຮ່ວມມື, ນຳສະເໜີຕໍ່ລັດຖະບານກ່ຽວກັບ ບັນດາມາດຕະການທີ່ຈະສາມາດເສີມຂະຫຍາຍການຄ້າລະຫວ່າງສອງຝ່າຍ, ຮ່ວມກັນແກ້ໄຂບັນດາອຸປະສັກຕໍ່ການຄ້າ ແລະ ຊອກຫາມາດຕະການຊຸກຍູ້ໃຫ້ຕົວເລກມູນຄ່າການຄ້າສອງຝ່າຍນັບມື້ນັບເພີ່ມທະວີ, ສ້າງຕັ້ງໜ່ວຍປະຕິບັດງານ ເພື່ອຈັດຕັ້ງປະຕິບັດໜ້າທີ່ຕາມການຊີ້ນຳຂອງຂັ້ນເທິງ, ແລະ ຊຸກຍູ້ການປະສານສົມທົບຂອງພາກທຸລະກິດຢູ່ຕາມເຂດຊາຍແດນຂອງສອງປະເທດ.

ພາຍຫຼັງການເຫັນດີເປັນເອກະພາບ, ທັງສອງຝ່າຍລາວ ແລະ ກໍາປູເຈຍ ໄດ້ຮ່ວມກັນເຊັນລົງນາມໃນບົດບັນທຶກຄວາມເຂົ້າໃຈວ່າດ້ວຍການສ້າງຕັ້ງຄະນະກຳມາທິການຮ່ວມມືການຄ້າລະຫວ່າງລາວ-ກຳປູເຈຍ ໃນວັນທີ 19 ເມສາ 2013, ໃຫ້ກຽດຕາງໜ້າຝ່າຍລາວໂດຍ ທ່ານ ດຣ ນາມ ວິຍະເກດ, ລັດຖະມົນຕີວ່າການກະຊວງອຸດສາຫະກຳ ແລະ ການຄ້າ ແຫ່ງ ສປປ ລາວ ແລະ ຝ່າຍກໍາປູເຈຍໃຫ້ກຽດໂດຍ ທ່ານ ຈຳ ປຣາສິດ ລັດຖະມົນຕີວ່າການກະຊວງການຄ້າ ແຫ່ງ ຣາຊະອານາຈັກກຳປູເຈຍ.

ທັງສອງຝ່າຍໄດ້ໃຫ້ທິດຊີ້ນໍາໃນການຈັດຕັ້ງປະຕິບັດໂດຍເນັ້ນບັນດາຂະແໜງທີ່ເປັນບູລິມະສິດ ແລະ ເສີມຂະຫຍາຍການຮ່ວມມືໃນຂົງເຂດທີ່ເຫັນດີນຳກັນຄື: ປັບປຸງສັນຍາການຄ້າສອງຝ່າຍລາວ-ກໍາປູເຈຍ, ພິຈາລະນາສ້າງສັນຍາວ່າດ້ວຍສິນຄ້າຜ່ານແດນລະຫວ່າງລາວ-ກຳປູເຈຍ, ສົ່ງເສີມການຊື້ຂາຍແລກປ່ຽນສິນຄ້າກະສິກຳ, ການຮ່ວມມືໃນຂົງເຂດການຄ້າຊາຍແດນ, ການສ້າງຕັ້ງຕະຫລາດຊາຍແດນ, ການເຂົ້າຮ່ວມງານວາງສະແດງສິນຄ້າ, ການອໍານວຍຄວາມສະດວກທາງດ້ານການຄ້າ, ການລົງທຶນ ແລະ ການຮ່ວມມືໃນຂະແໜງທ່ອງທ່ຽວ, ສິນຄ້າທີ່ມີສິ່ງບົ່ງຊີ້ທາງດ້ານພູມມິສາດ ແລະ Trade SWAp. 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
You can provide comment/feedback on draft legislation to relevant government agencies for improvement before entering into force.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ຮ່າງ ນິຕິກໍາ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດໍາເນີນທຸລະກິດ
 
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ມາດຕາ 8 ຂອງ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟແລະ ນໍ້າມັນຫຼໍ່ລື່ນ, ເລກທີ.........../ອຄ, ວັນທີ........... ມີນາ 2025. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້ມູນຕິດຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?