ຕົ້ນຢາງພາລາທີ່ປູກໂດຍຊາວກະສິກອນໃນຫລາຍໆເມືອງ ແມ່ນພ້ອມສຳຫລັບການເກັບກູ້ ແຕ່ວ່າຍັງບໍ່ທັນມີບໍລິສັດໃດເຂົ້າມາຕິດຕໍ່ສັ່ງຊື້, ຢາງພາລາດິບຂອງຊາວກະສິກອນໄດ້ຖືກກັກໄວ້ ໂດຍເຈົ້າໜ້າທີ່ພາສີຂອງຈີນຢູ່ທີ່ດ່ານຊາຍແດນ ເນື່ອງຈາກປະເທດຈີນບໍ່ໄດ້ກຳນົດໃຫ້ໂກຕ້ານຳເຂົ້າຢາງພາລາ, ທ່ານ ໄນເພັດ ບຸບຜາ ຫົວໜ້າຂະແໜງປ່າໄມ້ແຂວງ ໄດ້ກ່າວໃນມື້ວານນີ້.

ບັນດາຊາວກະກອນຍັງໄດ້ກ່າວວ່າ: ໃນປະຈຸບັນ, ພວກເຂົາຍັງໄດ້ຖືກເອົາປຽບຈາກການກົດລາຄາ ໂດຍພໍ່ຄ້າຊາວຈີນ ໃນເວລາທີ່ພວກເຂົານຳເອົາສິນຄ້າໄປຂາຍຕາມຈຸດຊາຍແດນ. ທ່ານ ໄນເພັດກ່າວຕື່ມວ່າ: ເພື່ອເປັນການແກ້ໄຂ, ອຳນາດປົກຄອງແຂວງເຈົ້າໜ້າທີ່ລາວ ໂດຍສະເພາະຂະແໜງອຸດສາຫະກຳ ແລະ ການຄ້າ ແລະ ກະສິກຳ ແລະ ປ່າໄມ້ ກຳລັງວາງແຜນສ້າງຕັ້ງກຸ່ມຊາວກະກອນທີ່ປູກຢາງພາລາຂຶ້ນ. ການສ້າງຕັ້ງກຸ່ມດັ່ງກ່າວນີ້ ຈະເປັນການສ້າງຄວາມສະດວກງ່າຍດາຍ ໃຫ້ຊາວກະສິກອນໃນການຮັບປະກັນລາຄາຂາຍຢາງພາລາຂອງເຂົາເຈົ້າ. ນອກນີ້, ເຈົ້າໜ້າທີ່, ອຳນາດການປົກຄອງແຂວງ ຍັງຈະໄດ້ປະຊຸມກັບທາງເຈົ້າໜ້າທີ່ ຂອງ ສປ ຈີນ ເພື່ອປຶກສາຫາລື ກ່ຽວກັບ ການຄ້າຂາຍຢາງພາລາ. ໃນໄລຍະຜ່ານມາ, ຊາວກະສິກອນລາວ ໄດ້ຂາຍຢາງພາລາແບບເອກະລາດ ໂດຍບໍ່ໄດ້ມີການເຊັນສັນຍາກັບບໍລິສັດ ແລະ ຕົວແທນຈາກລັດຖະບານ. ຫລາຍໆຄອບຄົວທີ່ປູກຢາງພາລາປະຈຸບັນໄດ້ປະສົບກັບບັນຫາການຊອກຫາຜູ້ຊື້.

ບໍລິສັດຂອງຈີນກຳລັງສ້າງໂຮງງານປຸງແຕ່ງຢາງພາລາຂື້ນໃນແຂວງຜົ້ງສາລີ ແລະ ຫວັງວ່າ ໂຮງງານດັ່ງກ່າວນີ້ຈະສາມາດເລີ່ມຕົ້ນທຳການຜະລິດໃນຕົ້ນປີໜ້າ, ຊາວກະສິກອນຕ່າງກໍ່ຫວັງວ່າ ໂຮງງານດັ່ງກ່າວຈະສຳເລັດການກໍ່ສ້າງໃນໄວໆນີ້ ເພື່ອຈະເຮັດໃຫ້ເຂົາເຈົ້າສາມາດຂາຍຜົນຜະລິດຂອງຕົນໃຫ້ແກ່ບໍລິສັດ.

ທ່ານ ໄນເພັດ ຍັງໃຫ້ຮູ້ຕື່ມອີກວ່າ ເນື້ອທີ່ປູກຢາງພາລາຂອງແຂວງ ໃນປະຈຸບັນ ກວມເອົາຫລາຍກວ່າ 17,000 ເຮັກຕາ ຂອງເນື້ອທີ່ແຂວງ ໃນນີ້ລວມມີເນື້ອທີ່ຂອງຊາວກະສິກອນໃນທ້ອງຖິ່ນ ແລະ ເນື້ອທີ່ຂອງບໍລິສັດຕ່າງປະເທດ.

ການປູກຢາງພາລາ ໄດ້ສ້າງລາຍຮັບເພີ່ມໃຫ້ແກ່ຊາວກະສິກອນ ນອກຈາກການປູກເຂົ້າ. ແຕ່ເຖິງຢ່າງໃດກໍ່ຕາມ, ປະຈຸບັນ ລັດຖະບານໄດ້ຮຽກຮ້ອງໃຫ້ມີການຈັດສັນການສຳປະທານເນື້ອທີ່ດິນ ສຳຫລັບປູກຢາງພາລາ ແລະ ປູກຕົ້ນໄມ້ທີ່ໃຫ້ນໍ້າມັນ, ເລັງໃສ່ນຳໃຊ້ເນື້ອທີ່ດິນໃຫ້ເໝາະສົມ ແລະ ປົກປັກຮັກສາສິ່ງແວດລ້ອມໄປພ້ອມກັນ.

ແຫລ່ງຂໍ້ມູນ: ໜັງສືພິມວຽງຈັນທາມ໌ມ 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
You can provide comment/feedback on draft legislation to relevant government agencies for improvement before entering into force.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ຮ່າງ ນິຕິກໍາ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດໍາເນີນທຸລະກິດ
 
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ມາດຕາ 8 ຂອງ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟແລະ ນໍ້າມັນຫຼໍ່ລື່ນ, ເລກທີ.........../ອຄ, ວັນທີ........... ມີນາ 2025. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້ມູນຕິດຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?