ການປູກມັນຕົ້ນຢູ່ ສປປ ລາວ ກໍາລັງໄດ້ຮັບການຊຸກຍູ້ສົ່ງເສີມຢ່າງແຂງແຮງ, ການຜະລິດມີທ່າຂະຫຍາຍ ຕົວໃນທົ່ວປະເທດ ທັງທາງດ້ານຄຸນນະພາບ ແລະ ປະລິມານ ໂດຍຕິດພັນກັບການຄໍ້າປະກັນສະບຽງອາຫານ, ສ້າງລາຍຮັບຂອງຄອບຄົວຊາວຊົນນະບົດ ແລະ ການຕອບສະໜອງວັດຖຸດິບໃຫ້ໂຮງງານປຸງແຕ່ງກະສິກໍາ. ໃນໄລຍະຕົ້ນລະດູຝົນ ປີ 2011 ທີ່ຜ່ານມາ ໄດ້ມີປະກົດການລະບາດຂອງເພ້ຍແປ້ງ ຊຶ່ງອາໄສດູດກິນນໍ້າລໍ່ລ້ຽງຕົ້ນພືດເປັນອາຫານ ເຮັດໃຫ້ຕົ້ນພືດອ່ອນເພຍ ແລະ ຕາຍຢູ່ພື້ນທີ່ປູກມັນຕົ້ນຂອງປະເທດໃກ້ຄຽງເປັນບໍລິເວນກວ້າງພໍສົມຄວນ ແລະ ມີທ່າອ່ຽງເພີ່ມຄວາມຮຸນແຮງຂຶ້ນ ຊຶ່ງໄດ້ທໍາລາຍເນື້ອທີ່ສວນປູກມັນຕົ້ນແລ້ວຫຼາຍພັນເຮັກຕາ. ພ້ອມນັ້ນ, ສະພາບດິນຟ້າອາກາດຂອງປະເທດພວກເຮົາ ອາດສາມາດເອື້ອອໍານວຍໃຫ້ແກ່ການຂະຫຍາຍພັນຂອງເພ້ຍແປ້ງມັນຕົ້ນ ແລະ ແຜ່ລາມໄປສູ່ພື້ນທີ່ອື່ນໄດ້ໄວ. ອີກດ້ານໜຶ່ງ, ປະເທດຂອງພວກເຮົາໄດ້ມີການແລກປ່ຽນ ແລະ ນໍາເຂົ້າແນວພັນປັບປຸງ (ງ່າພັນດີ) ມັນຕົ້ນ ມາຈາກປະເທດໃກ້ຄຽງເປັນຈໍານວນບໍ່ໜ້ອຍ ດ້ວຍຫຼາຍຮູບການ ຊຶ່ງສາມາດເປັນຊ່ອງຫວ່າງ ຫຼື ໂອກາດສ່ຽງຕໍ່ການແຜ່ຂະຫຍາຍຂອງເພ້ຍແປ້ງ. ດັ່ງນັ້ນ, ລັດຖະມົນຕີວ່າການ ກະຊວງກະສິກໍາ ແລະ ປ່າໄມ້ ຈຶ່ງໄດ້ອອກຄໍາສັ່ງໃຫ້ກົມປູກຝັງ, ພະແນກກະສິກໍາ ແລະ ປ່າໄມ້ ປະຈໍາແຂວງ, ນະຄອນຫຼວງ ເປັນເຈົ້າການປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ໃຫ້ກວດກາຄືນພື້ນທີ່ປູກມັນຕົ້ນທີ່ຢູ່ໃນເຂດຮັບຜິດຊອບ, ກະກຽມວາງແຜນ ແລະ ວາງມາດຕະການຕົວຈິງ ໃນການຕິດຕາມປ້ອງກັນ ແລະ ສະກັດກັ້ນການລະບາດຂອງພະຍາດເພ້ຍແປ້ງ ພ້ອມທັງເຂັ້ມງວດໃນການກວດກາການນໍາເຂົ້າ-ສົ່ງອອກ ຕົ້ນພືດ, ສິ້ນສ່ວນ, ກິ່ງງ່າພືດ ຕາມດ່ານຊາຍແດນ ນັບທັງດ່ານສາກົນ ແລະ ດ່ານປະເພນີ ໂດຍສະເພາະມັນຕົ້ນ ແລະ ພືດທີ່ເພ້ຍແປ້ງອາໄສກິນນໍ້າລໍ່ລ້ຽງ ໃຫ້ຖືກຕ້ອງຕາມລະບຽບການ ເປັນຕົ້ນແມ່ນກົດໝາຍປ້ອງກັນພືດ ແລະ ກົດໝາຍກະສິກໍາ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
You can provide comment/feedback on draft legislation to relevant government agencies for improvement before entering into force.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ຮ່າງ ນິຕິກໍາ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດໍາເນີນທຸລະກິດ
 
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ມາດຕາ 8 ຂອງ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟແລະ ນໍ້າມັນຫຼໍ່ລື່ນ, ເລກທີ.........../ອຄ, ວັນທີ........... ມີນາ 2025. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້ມູນຕິດຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?