ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງກະສິກໍາ ແລະ ປ່າໄມ້  ເລກທີ 1501/ກປ
ນະຄອນຫຼວງວຽງຈັນ, ວັນທີ 23 ມິຖຸນາ 2011

ຄໍາສັ່ງຂອງລັດຖະມົນຕີ
ກ່ຽວກັບການເພີ່ມທະວີຄວາມເອົາໃຈໃສ່ຕິດຕາມ
ປ້ອງກັນ ແລະ ສະກັດກັ້ນການລະບາດຂອງເພ້ຍແປ້ງມັນຕົ້ນ

ເຖິງ:

- ທ່ານຫົວໜ້າກົມ, ກອງ, ສະຖາບັນ ແລະ ໂຄງການຕ່າງໆອ້ອມຂ້າງ ກະຊວງກະສິກໍາ ແລະ ປ່າໄມ້;
- ທ່ານຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ປະຈໍາແຂວງ ແລະ ນະຄອນຫຼວງ;
- ທ່ານຫົວໜ້າດ່ານປ້ອງກັນພືດຊາຍແດນ

  •  ອີງຕາມ ກົດໝາຍວ່າດ້ວຍການປ້ອງກັນພືດ ສະບັບເລກທີ 06/ສພຊ, ລົງວັນທີ 9 ທັນວາ 2008;
  • ອີງຕາມ ດໍາລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 148/ນຍ, ລົງວັນທີ 10 ພຶດສະພາ 2007 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງກະສິກໍາ ແລະ ປ່າໄມ້;
  • ອີງຕາມ ໜັັງສືສະເໜີຂອງກົມປູກຝັງ ສະບັບເລກທີ 0661/ກປຝ, ລົງວັນທີ 31 ພຶດສະພາ 2011.

ການປູກມັນຕົ້ນຢູ່ປະເທດຂອງພວກເຮົາ ກໍາລັງໄດ້ຮັບການຊຸກຍູ້ສົ່ງເສີມຢ່າງແຂງແຮງ, ການຜະລິດມີທ່າຂະຫຍາຍຕົວໃນທົ່ວປະເທດ ທັງທາງດ້ານຄຸນນະພາບ ແລະ ປະລິມານ ໂດຍຕິດພັນກັບການຄໍ້າປະກັນສະບຽງອາຫານ, ສ້າງລາຍຮັບຂອງຄອບຄົວຊາວຊົນນະບົດ ແລະ ການຕອບສະໜອງວັດຖຸດິບໃຫ້ໂຮງງານປຸງແຕ່ງກະສິກໍາ. ໃນໄລຍະຕົ້ນລະດູຝົນປີນີ້ ໄດ້ມີປະກົດການລະບາດເພ້ຍແປ້ງ ຊຶ່ງອາໄສດູດກິນນໍ້າລໍ່ລ້ຽງຕົ້ນພືດເປັນອາຫານ ເຮັດໃຫ້ຕົ້ນພືດອ່ອນເພຍ ແລະ ຕາຍຢູ່ພື້ນທີ່ປູກມັນຕົ້ນຂອງປະເທດໃກ້ຄຽງເປັນບໍລິເວນກວ້າງພໍສົມຄວນ ແລະ ກໍາລັງມີທ່າອ່ຽງເພີ່ມຄວາມຮຸນແຮງຂຶ້ນ ຊຶ່ງໄດ້ທໍາລາຍເນື້ອທີ່ສວນປູກມັນຕົ້ນແລ້ວ ຫຼາຍພັນເຮັກຕາ.

ໃນລະດູຝົນປີນີ້ ສະພາບດິນຟ້າອາກາດຂອງປະເທດພວກເຮົາ ອາດສາມາດປ່ຽນແປງໃຫ້ເກີດຄວາມເໝາະສົມ ແລະ ເອື້ອອໍານວຍໃຫ້ແກ່ການຂະຫຍາຍຕົວ ແຜ່ພັນຂອງເພ້ຍແປ້ງມັນຕົ້ນທາງດ້ານປະລິມານ ແລະ ແຜ່ລາມໄປສູ່ພື້ນທີ່ອື່ນໄດ້ໄວ. ອີກດ້ານໜຶ່ງ, ຢູ່ປະເທດຂອງພວກເຮົາ, ໄດ້ມີການແລກປ່ຽນ ແລະ ນໍາເຂົ້າແນວພັນປັບປຸງ (ງ່າພັນດີ) ມັນຕົ້ນ ມາຈາກປະເທດໃກ້ຄຽງເປັນຈໍານວນບໍ່ໜ້ອຍ ດ້ວຍຫຼາຍຮູບການ ຊຶ່ງສາມາດເປັນຊ່ອງຫວ່າງ ຫຼື ໂອກາດສ່ຽງຕໍ່ການແຜ່ຂະຫຍາຍຂອງເພ້ຍແປ້ງ. ສະນັ້ນ, ເພື່ອກະກຽມການປ້ອງກັນ ແລະ ຮັບມືກັບບັນຫາດັ່ງກ່າວ,

ລັດຖະມົນຕີວ່າການ ກະຊວງກະສິກໍາ ແລະ ປ່າໄມ້ ອອກຄໍາສັ່ງ:

  1. ໃຫ້ກົມປູກຝັງ, ພະແນກກະສິກໍາ ແລະ ປ່າໄມ້ ປະຈໍາແຂວງ, ນະຄອນຫຼວງ ເປັນເຈົ້າການປະສານສົມທົບກັບອໍານາດການປົກຄອງທ້ອງຖິ່ນຂັ້ນແຂວງ, ເມືອງ, ຫົວໜ່ວຍທຸລະກິດ, ຜູ້ຜະລິດ ແລະ ຜູ້ປູກມັນຕົ້ນກວດກາຄືນພື້ນທີ່ປູກມັນຕົ້ນທີ່ຢູ່ໃນເຂດຮັບຜິດຊອບຂອງຕົນ, ກະກຽມວາງແຜນ ແລະ ວາງມາດຕະການຕົວຈິງ ໃນການຕິດຕາມປ້ອງກັນ ແລະ ສະກັດກັ້ນການລະບາດຂອງເພ້ຍແປ້ງມັນຕົ້ນຢ່າງທັນການ;
  2. ໃຫ້ພະແນກກະສິກໍາ ແລະ ປ່າໄມ້ ປະຈໍາແຂວງ, ນະຄອນຫຼວງ ເພີ່ມທະວີຄວາມເອົາໃຈໃສ່ຊີ້ນໍາ ໃຫ້ມີຄວາມເຂັ້ມງວດໃນການກວດກາການນໍາເຂົ້າ-ສົ່ງອອກ ຕົ້ນພືດ, ສິ້ນສ່ວນ, ກິ່ງງ່າພືດ ຕາມດ່ານຊາຍແດນ ນັບທັງດ່ານສາກົນ ແລະ ດ່ານປະເພນີ ໂດຍສະເພາະມັນຕົ້ນ ແລະ ພືດທີ່ເພ້ຍແປ້ງອາໄສກິນນໍ້າລໍ່ລ້ຽງ ໃຫ້ຖືກຕ້ອງຕາມລະບຽບຫຼັກການ, ກົດໝາຍວ່າດ້ວຍການປ່ອງກັນພືດ ແລະ ກົດໝາຍກະສິກໍາ;
  3. ຖ້າພົບເຫັນອາການ ແລະ ປາກົດການລະບາດຂອງເພ້ຍແປ້ງຢູ່ພື້ນທີ່ຕົນຮັບຜິດຊອບ, ໃຫ້ເປັນເຈົ້າການຮີບຮ້ອນສົມທົບກັບອົງການປົກຄອງທ້ອງຖິ່ນຂັ້ນຂອງຕົນ ເພື່ອຈັດຕັ້ງດໍາເນີນມາດຕະການ ແລະ ຂັ້ນຕອນຄວບຄຸມການແຜ່ລະບາດ ຕາມທີ່ໄດ້ກໍານົດໄວ້ ໃນມາດຕາ 13 ຂອງກົດໝາຍວ່າດ້ວຍການປ້ອງກັນພືດ;
  4. ໃຫ້ກົມ, ກອງ, ສະຖາບັນອ້ອມຂ້າງກະຊວງກະສິກໍາ ແລະ ປ່າໄມ້ ຮຽບຮຽງເອກະສານ ແລະ ອອກຄໍາແນະນໍາລະອຽດດ້ານວິຊາການ ກ່ຽວກັບເພ້ຍແປ້ງ ຕິດພັນກັບການຜະລິດມັນຕົ້ນ ເພື່ອເປັນເຄື່ອງມືໃຫ້ແກ່ຂະແໜງການສາຍຕັ້ງຢູ່ທ້ອງຖິ່ນໄດ້ເຜີຍແຜ່ ທັງທາງເລິກ ແລະ ທາງກວ້າງຢ່າງທັນການແຕ່ຫົວທີ;
  5. ໃຫ້ທຸກພາກສ່ວນດັ່ງກ່າວຂ້າງເທິງ ປະຕິບັດລະບອບລາຍງານສ່ອງແສງ ສະພາບການເກີດຂຶ້ນຕໍ່ການຜະລິດມັນຕົ້ນ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກໃຫ້ຫ້ອງການກະຊວງກະສິກໍາ ແລະ ປ່າໄມ້ເປັນປົກກະຕິ.

ເມື່ອໄດ້ຮັບຄໍາສັ່ງສະບັບນີ້ແລ້ວ ບັນດາກົມ, ກອງ, ສະຖາບັນ, ພະແນກກະສິກໍາ ແລະ ປ່າໄມ້ປະຈໍາແຂວງ, ນະຄອນຫຼວງ ຈົ່ງພ້ອມກັນຈັດຕັ້ງປະຕິບັດຢ່າງເຂັ້ມງວດ.

ລັດຖະມົນຕີວ່າການກະຊວງກະສິກໍາ ແລະ  ປ່າໄມ້
ສີຕາເຮັ່ງ ຣາຊະພົນ

ບ່ອນນໍາສົ່ງ:

  1. ຫ້ອງວ່າການສູນກາງພັກ 01 ສະບັບ (ເພື່ອລາຍງານ)
  2. ຫ້ອງວ່າການ ສນຍ 01 ສະບັບ (ເພື່ອລາຍງານ)
  3. ຫ້ອງການ ຄລບ 01 ສະບັບ (ເພື່ອລາຍງານ)
  4. ກະຊວງ, ອົງການທຽບເທົ່າ ບ່ອນລະ 01 ສະບັບ (ເພື່ອຊາບ)
  5. ຫ້ອງການປົກຄອງແຂວງ, ນະຄອນຫຼວງ 17 ສະບັບ (ເພື່ອຊາບ)
  6. ດ່ານສາກົນຊາຍແແດນ ເຂົ້າອອກເມືອງ ບ່ອນລະ 01 ສະບັບ (ເພື່ອປະຕິບັດ)
  7. ກົມເອກະສານແຫ່ງຊາດ 01 ສະບັບ (ເພື່ອຊາບ)
  8. ເກັບມ້ຽນ 01 ສະບັບ
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
You can provide comment/feedback on draft legislation to relevant government agencies for improvement before entering into force.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ຮ່າງ ນິຕິກໍາ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດໍາເນີນທຸລະກິດ
 
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ມາດຕາ 8 ຂອງ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟແລະ ນໍ້າມັນຫຼໍ່ລື່ນ, ເລກທີ.........../ອຄ, ວັນທີ........... ມີນາ 2025. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້ມູນຕິດຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?