ສປປ ລາວ ໄດ້ປະກາດການເຂົ້າເປັນສະມາຊິກຂອງອົງການການຄ້າໂລກຢ່າງເປັນທາງການທີ່ປະຕູໄຊ ນະຄອນຫລວງວຽງຈັນ, ແລະ ໄດ້ມີການສະເຫລີມສະຫລອງດ້ວຍການຍ່າງມາລາທອນຕາມເສັ້ນທາງລ້ານຊ້າງ ນຳພາໂດຍ ຮອງນາຍົກລັດຖະມົນຕີ,​ລັດຖະມົນຕີວ່າການກະຊວງການຕ່າງປະເທດ, ທ່ານ ດຣ ທອງລຸນ ສີສຸລິດ, ພ້ອມດ້ວຍຕາງໜ້າຈາກບັນດາອົງການຈັດຕັ້ງລັດຖະບານ, ກະຊວງ ແລະ ພ້ອມທັງບັນດາອົງການຈັດຕັ້ງສາກົນ ແລະ ສະຖານທູດຕ່າງໆປະຈຳ ສປປ ລາວ.

“ສປປ ລາວ ຫວັງວ່າ ການເຂົ້າເປັນສະມາຊິກຂອງອົງການການຄ້າໂລກຈະເຮັດໃຫ້ເສດຖະກິດ ມີການຂະຫຍາຍໂຕ ໂດຍການເພີ່ມຂີດຄວາມສາມາດຂອງເສດຖະກິດພາຍໃນປະເທດ ໃຫ້ສາມາດເຊື່ອມໂຍງເສດຖະກິດກັບສາກົນ, ເຊິ່ງຈະຊຸກຍູ້ໃຫ້ປະຊາຊົນພາຍໃນປະເທດຫລຸດຜົ້ນອອກຈາກຄວາມທຸກຍາກ ແລະ ສ້າງທ່າແຮງດຶງດູດເອົາການລົງທືນເຂົ້າມາ” ທ່ານ ດຣ ນາມ ວິຍະເກດ, ລັດຖະມົນຕີວ່າການກະຊວງອຸດສາຫະກຳ ແລະ ການຄ້າ ກ່າວ ແລະ ພ້ອມທັງໃຫ້ຄຳເຫັນໃນຂະນະພິທີຕັດລິບບິນປະກາດ ສປປ ລາວ ເປັນສະມາຊິກຂອງອົງການການຄ້າໂລກຢ່າງເປັນທາງການ. ໃນໄລຍະ 15 ປີ ຂອງການເຈລະຈາຜ່ານມາ, ສ ປປ ລາວ ໄດ້ອອກ ແລະ ແກ້ໄຂກົດໝາຍ ແລະ ລະບຽບການກວ່າ 90 ກວ່າສະບັບທີ່ຕິດພັນກັບການຄ້າ, ເພື່ອໃຫ້ສອດຄ່ອງ ກົງກັບບັນດາຂໍ້ກຳນົດຂອງກຸ່ມການຄ້າໂລກ.

ທ່ານ ດຣ ນາມ ໄດ້ໃຫ້ສຳພັດກັບທາງ ໜັງສືພິມ ໃນບັ້ນຂະບວນການເຈລະຈານີ້ ໝາຍຄວາມວ່າ ສປປ ລາວ ໄດ້ສົ່ງພະນັກງານວິຊາການໄປຮຽນຮູ້ກ່ຽວກັບບັນດາຫລັກການ ຂອງອະນຸສັນຍາ ຂອງອົງການການຄ້າໂລກ ໃນແຕ່ລະປະເທດ ແລະ ພ້ອມທັງ ເຊີນເອົາບັນດາຊ່ຽວຊານ ຈາກຕ່າງປະເທດ ເພື່ອມາບັນລະຍາຍ, ແລກປ່ຽນໃຫ້ຄວາມຮູ້ໃນ ສປປ ລາວ

ສປປ ລາວຈະໄດ້ຮັບປະສົບການໃໝ່ ຫລັງຈາກທີ່ໄດ້ເຂົ້າເປັນສະມາຊິກຂອງອົງການການຄ້າໂລກ ແລະ ການເຊື່ອມໂຍງເສດຖະກິດໃນຂອບເຂດອາຊຽນ ໃນ ປີ 2015, ແລະ ນີ້ແມ່ນດຳເນີນພາຍ ໃຕ້ນະໂຍບາຍເປີດກວ້າງການເຊື່ອມໂຍງເສດຖະກິດກັບສາກົນ ທີ່ພັກ ແລະ ລັດຖະບານ ໄດ້ວາງອອກ ການເຊື່ອມໂຍງກັບສາກົນດັ່ງກ່າວຈະຊ່ວຍໃຫ້ ສປປ ລາວ ຍາດແຍ່ງເອົາ ການລົງທຶນຈາກຕ່າງປະເທດ ແລະ ການຖ່າຍທອດເຕັກໂນໂລຊີ ເພື່ອເສີມຂະຫຍາຍທ່າແຮງບົ່ມຊ້ອນພາຍໃນ ໃນການຜະລິດເປັນສິນຄ້າ ແລະ ການບໍລິການ ເພື່ອສົ່ງອອກ, ພ້ອມນີ້ຍັງເປັນການປະກອບສ່ວນເຂົ້າໃນເປົ້າໝາຍການພັດທະນາເສດຖະກິດ-ສົງຄົມ ແຫ່ງຊາດ ເພື່ອເຮັດໃຫ້ປະເທດ ຫຼຸດພົ້ນອອກຈາກສະພາບດ້ອຍພັດທະນາ. ສປປ ລາວ ຈະມີຄວາມສາມາດເພີ່ມຂື້ນ ໃນການເຈລະຈາການຄ້າ ແລະ ໃນຫົວຂໍ້ອື່ນໆ ທີ່ນອນໃນຂອບຂອງປະຊາຄົມອາຊຽນ.

ໃນໄລຍະສັ້ນ ສປປ ລາວ ຈະບໍ່ໄດ້ຮັບຜົນປະໂຫຍດຈາກການເຂົ້າເປັນສະມາຊິກຂອງອົງການການຄ້າໂລກ ແຕ່ຫາກຈະມີຜົນປະໂຫຍດໃນໄລຍະຍາວ.

ແຫລ່ງຂໍ້ມູນ:                                                                    http://www.vientianetimes.org.la/FreeContent/FreeConten_Laos_celebrates.htm

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
You can provide comment/feedback on draft legislation to relevant government agencies for improvement before entering into force.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ຮ່າງ ນິຕິກໍາ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດໍາເນີນທຸລະກິດ
 
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ມາດຕາ 8 ຂອງ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟແລະ ນໍ້າມັນຫຼໍ່ລື່ນ, ເລກທີ.........../ອຄ, ວັນທີ........... ມີນາ 2025. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້ມູນຕິດຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?