ໃຫ້ຫົວໜ່ວຍທຸລະກິດສືບຕໍ່ລົງທະບຽນໃບຢັ້ງຢືນຜູ້ນຳເຂົ້າ-ສົ່ງອອກສິນຄ້າ ແລະ ບໍລິການນ

ອີງຕາມແຈ້ງການຂອງກົມການຄ້າຕ່າງປະເທດ ສະບັບເລກທີ 1284/ກຄຕ, ລົງວັນທີ 13 ມີນາ 2025 ແຈ້ງໃຫ້ບັນດາບໍລິສັດນຳເຂົ້າ-ສົ່ງອອກສິນຄ້າ ແລະ ບໍລິການ ໃນຂອບເຂດທົ່ວປະເທດສືບຕໍ່ອາຍຸໃບຢັ້ງຢືນການລົງທະບຽນຜູ້ນຳເຂົ້າ-ສົ່ງອອກສິນຄ້າ ແລະ ບໍລິການ ທັງນີ້ແມ່ນເພື່ອດັດສົມຜູ້ນໍາເຂົ້າ-ສົ່ງອອກສິນຄ້າ ແລະ ບໍລິການ ໃຫ້ຫັນໄປສູ່ການຂາຍຍົກ-ຂາຍຍ່ອຍ ແລະ ດັດສົມຜູ້ທີ່ບໍ່ມີການເຄື່ອນໄຫວຕົວຈິງ

ວິສາຫະກິດ ທີ່ໃບຢັ້ງຢືນລົງທະບຽນເປັນຜູ້ນໍາເຂົ້າ-ສົ່ງອອກສິນຄ້າ ແລະ ບໍລິການ ທີ່ໝົດອາຍຸແລ້ວ ຕ້ອງໄດ້ຮີບຮ້ອນມາຕໍ່ອາຍຸ. ການຕໍ່ອາຍຸ ສາມາດດໍາເນີນໃນລະບົບການລົງທະບຽນຜູ້ນໍາເຂົ້າ-ສົ່ງອອກສິນຄ້າ ແລະ ບໍລິການ ຜ່ານເວບໄຊສ໌ຂອງ ກຄຕ https://imex-enterprise.Laoconnect.la ໂດຍເອກະສານ ແລະ ເງື່ອນໄຂຂອງການຕໍ່ອາຍຸແມ່ນອີງໃສ່ແຈ້ງການດັດສົມຜູ້ນຳເຂົ້າ ແລະ ສົ່ງອອກສິນຄ້າ ເລກທີ 2972/ຫອຄ, ລົງວັນທີ 31 ຕຸລາ 2024.

ວິສາຫະກິດທີ່ໄດ້ລົງທະບຽນ ແຕ່ບໍ່ມີການເຄື່ອນໄຫວດຳເນີນກິດຈະການນຳເຂົ້າ-ສົ່ງອອກສິນຄ້າຕົວຈິງ ຜ່ານລະບົບລະບົບແຈ້ງພາສີປະຕູດຽວແຫ່ງຊາດ (NSWA+) ແມ່ນໃຫ້ມາຊີ້ແຈງເຫດຜົນທີ່ບໍ່ມີການເຄື່ອນ ໄຫວ ນຳກົມການຄ້າຕ່າງປະເທດ, ກະຊວງອຸດສາຫະກຳ ແລະ ການຄ້າ. ສໍາລັບວິສາຫະກິດທີ່ຢູ່ຕ່າງແຂວງ ແມ່ນໃຫ້ໄປພົວພັນຊີ້ແຈ້ງນຳ ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງວຽງຈັນ.

ທຸກວິສາຫະກິດຕ້ອງຈັດຕັ້ງປະຕິບັດຕາມຂໍ້ກໍານົດຂ້າງເທິງໃຫ້ສໍາເລັດ ກ່ອນວັນທີ 31 ມີນາ 2025  ຖ້າບໍ່ສຳເລັດຕາມກຳນົດເວລາດັ່ງກ່າວ ແມ່ນຈະຖືກຖອນໃບຢັ້ງຢືນລົງທະບຽນເປັນຜູ້ນໍາເຂົ້າ-ສົ່ງອອກສິນຄ້າ ແລະ ບໍລິການ ລວມເຖິງລະງັບບັນຊີສະເພາະສຳລັບການຊຳລະສະສາງການນຳເຂົ້າ ແລະ ສົ່ງອອກສິນຄ້າ ແລະ ໂຈະການນຳເຂົ້າ ແລະ ສົ່ງອອກສິນຄ້າ.

ຕິດຕໍ່ພົວພັນ

ກົມການຄ້າຕ່າງປະເທດ, ກະຊວງອຸດສາຫະກຳ ແລະ ການຄ້າ ພະແນກຄຸ້ມຄອງການນໍາເຂົ້າ ແລະ ສົ່ງອອກ

ທ່ານ ນາງ ປະລິດາພອນ ພຸດທະວົງ, ເບີໂທ 020 28008333

  (ລາຍຊື່ຫົວໜ່ວຍວິສາຫະກິດທີ່ໝົດອາຍຸຂອງໃບຢັ້ງຢືນຜູ້ນຳເຂົ້າ-ສົ່ງອອກສິນຄ້າ ແລະ ບໍລິການ) 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
You can provide comment/feedback on draft legislation to relevant government agencies for improvement before entering into force.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ຮ່າງ ນິຕິກໍາ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດໍາເນີນທຸລະກິດ
 
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ມາດຕາ 8 ຂອງ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟແລະ ນໍ້າມັນຫຼໍ່ລື່ນ, ເລກທີ.........../ອຄ, ວັນທີ........... ມີນາ 2025. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້ມູນຕິດຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?