ວັນທີ 21 ມັງກອນ 2025, ທີ່ກະຊວງອຸດສາຫະກໍາ ແລະ ການຄ້າ, ຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ (ຄອຄຂ.ສ) ໄດ້ຈັດກອງປະຊຸມວິສາມັນ ທົ່ວປະເທດ ເພື່ອຜ່ານ (ຮ່າງ) ຍຸດທະສາດການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ 2025-2030 ໂດຍໄດ້ຮັບກຽດເປັນປະທານຂອງ ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ຫົວໜ້າ ຄອຄຂ.ສ, ມີບັນດາຮອງລັດຖະມົນຕີ, ຮອງເຈົ້າແຂວງ, ຮອງປະທານສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດ ແລະ ຜູ້ຕາງໜ້າຈາກຂະແໜງການທີ່ກ່ຽວຂ້ອງ ເຂົ້າຮ່ວມ ທັງແບບເຊິ່ງໜ້າ ແລະ ທາງໄກ.

 

ໃນວາລະດໍາເນີນກອງປະຊຸມ ທ່ານ ມະໂນທອງ ວົງໄຊ ຮອງລັດຖະມົນຕີ, ຫົວໜ້າກອງເລຂາຄະນະອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ຂັ້ນສູນກາງ (ກຄອຄຂ.ສ) ນໍາສະເໜີຮ່າງຍຸດທະສາດການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ 2025-2030, ຊຶ່ງປະກອບມີ 12 ມາດຕະການ ແລະ 23 ແຜນງານ ແລະ ມີ 4 ເປົ້າໝາຍຫຼັກຄື: ເລັ່ງໃສ່ ຫຼຸດຜ່ອນເວລາໃນການອອກອະນຸຍາດ, ຢັ້ງຢືນການນໍາເຂົ້າ ແລະ ສົ່ງອອກ ສິນຄ້າ ຂອງຂະແໜງ ການທີ່ກ່ຽວຂ້ອງ ໃຫ້ໄດ້ຢ່າງໜ້ອຍ 40%; ຫຼຸດຜ່ອນເວລາໃນການກວດປ່ອຍສິນຄ້ານໍາເຂົ້າ-ສົ່ງອອກ ແລະ ຜ່ານແດນ ຢູ່ດ່ານສາກົນ ໃຫ້ໄດ້ຢ່າງໜ້ອຍ 50%; ປັບປຸງດັດສະນີີຕົວຊີ້ວັດປະສິດທິພາບດ້ານໂລຊິດສະຕິກຂອງ ສປປ ລາວ ໃຫ້ບັນລຸຢ່າງ     ໜ້ອຍ 3.4 ຄະແນນ; ແລະ ຫຼຸດຜ່ອນຈຸດກວດກາຕາມເສັ້ນທາງທີ່ບໍ່ຈໍາເປັນ ເພື່ອອໍານວຍຄວາມສະດວກໃຫ້ແກ່ການເຄື່ອນຍ້າຍ ແລະ ຂົນສົ່ງສິນຄ້າ ຢູ່ພາຍໃນປະເທດ ໃຫ້ໄດ້ຢ່າງໜ້ອຍ 50%.

ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ຫົວໜ້າ ຄອຄຂ.ສ ກ່າວວ່າ: ວຽກງານອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ມີບົດບາດສໍາຄັນຕໍ່ການພັດທະນາເສດຖະກິດ-ສັງຄົມ, ຊຶ່ງເປັນໜຶ່ງໃນວຽກຈຸດສຸມໃນການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ຄວາມພະຍາຍາມໃນການຫຼຸດຜ່ອນເວລາ ແລະ ຕົ້ນທຶນທາງດ້ານການຄ້າ ແລະການຂົນສົ່ງ ພ້ອມທັງແກ້ໄຂບັນຫາຕ່າງໆທີ່ປິ່ນອ້ອມຂອງພາກທຸລະກິດ, ແລະ ເພື່ອສືບຕໍ່ປັບປຸງວຽກງານອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ໂດຍສະເພາະການແກ້ໄຂບັນຫາຂອງພາກທຸລະກິດໃນປະຈຸບັນ ແລະ ຕໍ່ໜ້າ  ຕ້ອງໄດ້ມີການກໍານົດແຜນງານ, ກິດຈະກໍາ, ງົບປະມານ ຫຼື ໂຄງການຄັກແນ່ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວໃຫ້ບັນລຸຕາມເປົ້າໝາຍ.

ກອງປະຊຸມໄດ້ພ້ອມກັນປະກອບຄໍາເຫັນຢ່າງກົງໄປກົງມາ ຕໍ່ກັບຮ່າງຍຸດທະສາດອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ 2025-2030 ແລະ ໄດ້ເຫັນດີເປັນເອກະພາບສູງ ໃຫ້ມີການປັບປຸງຮ່າງຍູດທະສາດດັ່ງກ່າວເພີ່ມເຕີ່ມ ໂດຍໃຫ້ກອງເລຂາຮຽບຮຽງຄືນດ້ານໂຄງສ້າງ, ເນື້ອໃນ ແລະ ຄໍາສັບຕ່າງໆໃຫ້ສອດຄ່ອງກັບຫຼັກການ ແລ້ວນໍາສົ່ງໃຫ້ບັນດາຂະແໜງການ ທັງສູນກາງ ແລະ ທ້ອງຖິ່ນມີຄໍາເຫັນ. ຫຼັງຈາກນັ້ນ, ໃຫ້ສັງລວມລາຍງານທ່ານຫົວໜ້າ ຄອຄຂ.ສ ພິຈາລະນາ ກ່ອນສະເໜີເອົາເຂົ້າວາລະກອງປະຊຸມລັດຖະບານໃນເດືອນ ກຸມພາ 2025 ເພື່ອພິຈາລະຮັບຮອງ ໃນຂັ້ນຕອນຕໍ່ໄປ.

  ກອງປະຊຸມໄດ້ ປິດລົງຂອງມື້ດຽວກັນ ດ້ວຍບັນຍາກາດອັນຟົດຟຶ້ນ

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
You can provide comment/feedback on draft legislation to relevant government agencies for improvement before entering into force.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ຮ່າງ ນິຕິກໍາ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດໍາເນີນທຸລະກິດ
 
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ມາດຕາ 8 ຂອງ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟແລະ ນໍ້າມັນຫຼໍ່ລື່ນ, ເລກທີ.........../ອຄ, ວັນທີ........... ມີນາ 2025. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້ມູນຕິດຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?