ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ
 
 
ກະຊວງອຸດສາຫະກຳ ແລະ ການຄ້າ
ກົມການຄ້າຕ່າງປະເທດ
ເລກທີ 4922/ກຄຕ
 
ນະຄອນຫຼວງວຽງຈັນ, ວັນທີ 04 ທັນວາ 2024
 
ໜັງສືແຈ້ງເຕືອນ
 
       ຮຽນ : ບັນດາບໍລິສັດນຳເຂົ້າ-ສົ່ງອອກສິນຄ້າ ແລະ ບໍລິການ.
       ເລື່ອງ: ການຈັດຕັ້ງປະຕິບັດຂໍ້ຕົກລົງວ່າດ້ວຍການລົງທະບຽນຜູ້ນຳເຂົ້າ ແລະ ສົ່ງອອກສິນຄ້າ.
 
- ອີງຕາມ ຂໍ້ຕົກລົງວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງ ກົມການຄ້າຕ່າງປະເທດ ກະຊວງອຸດສາຫະກຳ ແລະ ການຄ້າ ເລກທີ 2080/ອຄ, ລົງວັນທີ 15 ພະຈິກ 2023;
- ອີງຕາມ ຂໍ້ຕົກລົງວ່າດ້ວຍການລົງທະບຽນຜູ້ນຳເຂົ້າ ແລະ ສົ່ງອອກສິນຄ້າ ເລກທີ 0752/ອຄ, ລົງວັນທີ 23 ພຶດສະພາ 2023;
- ອີງຕາມ ແຈ້ງການດັດສົມຜູ້ນຳເຂົ້າ ແລະ ສົ່ງອອກສິນຄ້າ ເລກທີ 2972/ຫອຄ, ລົງວັນທີ 31 ຕຸລາ 2024.
 
 
          ກົມການຄ້າຕ່າງປະເທດ (ກຄຕ), ກະຊວງອຸດສາຫະກໍາ ແລະ ການຄ້າ ຂໍຖືເປັນກຽດແຈ້ງມາຍັງທ່ານຊາບວ່າ ຜ່ານການຕິດຕາມ-ກວດກາ ໃບຢັ້ງຢືນການລົງທະບຽນຜູ້ນຳເຂົ້າ-ສົ່ງອອກສິນຄ້າ ແລະ ບໍລິການ ກົມ ຄຕ ເຫັນວ່າໃບຢັ້ງຢືນຂອງຫຼາຍບໍລິສັດ ທີ່ໄດ້ມີການລົງທະບຽນຈຳນວນໜຶ່ງແມ່ນໄດ້ໝົດອາຍຸ ແລະ ຈຳນວນໜຶ່ງແມ່ນກຳລັງຈະໝົດອາຍຸ. ສະນັ້ນ, ກົມ ຄຕ ຈຶ່ງອອກໜັງສືແຈ້ງເຕືອນມາຍັງບໍລິສັດ ທີ່ມີລາຍຊື່ຄັດຕິດມານີ້ ໃຫ້ຮີບຮ້ອນມາຕໍ່ອາຍຸ ກ່ອນວັນທີ 13 ທັນວາ 2024 ເພື່ອໃຫ້ສືບຕໍ່ດຳເນີນການນຳເຂົ້າສົ່ງອອກໄດ້ປົກກະຕິ. 
 
           ການຕໍ່ອາຍຸ ສາມາດດໍາເນີນໃນລະບົບການລົງທະບຽນຜູ້ນໍາເຂົ້າ ແລະ ສົ່ງອອກສິນຄ້າ ແລະ ບໍລິການ ຜ່ານເວບໄຊສ໌ຂອງກົມການຄ້າຕ່າງປະເທດ https://imex-enterprise.Laoconnect.la/auth/login ໂດຍເອ ກະສານ ແລະ ເງື່ອນໄຂ ຂອງການຕໍ່ອາຍຸແມ່ນອີງໃສ່ແຈ້ງການດັດສົມຜູ້ນຳເຂົ້າ ແລະ ສົ່ງອອກສິນຄ້າ ເລກທີ 2972/ຫອຄ, ລົງວັນທີ 31 ຕຸລາ 2024. ຖ້າບໍລິສັດໃດບໍ່ໄດ້ເຂົ້າລົງທະບຽນຕໍ່ອາຍຸຜ່ານລະບົບດັ່ງກ່າວຕາມກຳນົດເວລາທີ່ໄດ້ລະບຸໄວ້ ແມ່ນທາງກົມ ຄຕ ຈະໄດ້ດຳເນີນການລົບລ້າງຂໍ້ມູນບໍລິສັດ ແລະ ຈະດຳເນີນການມາດຕະການເພີ່ມເຕີມ ຕາມລະບຽບທີ່ ກຄຕ ວາງອອກ.
 
             ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານ ເພື່ອຈັດຕັ້ງປະຕີບັດຢ່າງເຂັ້ມງວດ.
 
          (ຮອງ)ຫົວໜ້າກົມ
          ວ່າງໃຈ ວ່າງ
 
  ຕິດຕໍ່ພົວພັນ
ກົມການຄ້າຕ່າງປະເທດ, ກະຊວງອຸດສາຫະກຳ ແລະ ການຄ້າ
ພະແນກຄຸ້ມຄອງການນໍາເຂົ້າ ແລະ ສົ່ງອອກ
ທ່ານ ນາງ ປະລິດາພອນ ພຸດທະວົງ, ເບີໂທ 020 28008333
 
 
                               

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
You can provide comment/feedback on draft legislation to relevant government agencies for improvement before entering into force.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ຮ່າງ ນິຕິກໍາ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດໍາເນີນທຸລະກິດ
 
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ມາດຕາ 8 ຂອງ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟແລະ ນໍ້າມັນຫຼໍ່ລື່ນ, ເລກທີ.........../ອຄ, ວັນທີ........... ມີນາ 2025. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້ມູນຕິດຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?