ອຸດສາຫະກຳປຸງແຕ່ງ ສາມາດຂໍໃບຢັ້ງຢືນສະຫຼາກສີຂຽວໄດ້ແລ້ວ

ກະຊວງ ອຸດສາຫະກໍາ ແລະ ການຄ້າ ໄດ້ອອກຂໍ້ຕົກລົງ ວ່າດ້ວຍສະຫຼາກສີຂຽວ ສະບັບ ເລກທີ 1888/ອຄ, ລົງວັນທີ 01 ຕຸລາ 2024 ໂດຍມີຈຸດປະສົງ ເພື່ອຄຸ້ມຄອງວຽກງານການນໍາໃຊ້ຜະລິດຕະພັນອຸດສາຫະກໍາປຸງແຕ່ງ ເຂົ້າໃນຂະບວນການຜະລິດ ແລະ ຜະລິດຕະພັນໃຫ້ເປັນມິດຕໍ່ສິ່ງແວດລ້ອມ, ຫຼຸດຜ່ອນມົນລະພິດ ແລະ ຄຸ້ມຄອງສິ່ງເສດເຫຼືອໃຫ້ຖືກຕ້ອງສອດຄ່ອງຕາມເຕັກນິກ ປະກອບສ່ວນການພັດທະນາເສດຖະກິດ-ສັງຄົມຂອງຊາດ ຕາມທິດສີຂຽວ ແລະ ຍືນຍົງ, ຊຶ່ງມີລາຍລະອຽດດັ່ງນີ້:

ເງື່ອນໄຂພື້ນຖານເບື້ອງຕົ້ນທີ່ຜະລິດຕະພັນອຸດສາຫະກໍາປຸງແຕ່ງສາມາດ ສະເໜີການຢັ້ງຢືນສະຫຼາກສີຂຽວ ມີດັ່ງນີ້:

  1. ຂະບວນການຜະລິດ ຕ້ອງມີມາດຕະການຄຸ້ມຄອງສິ່ງແວດລ້ອມທີ່ດີ ເປັນຕົ້ນ ການປ່ອຍມົນລະພິດທາງອາກາດ, ນໍ້າເປື້ອນ, ສິ່ງເສດເຫຼືອ ຕ້ອງຢູ່ໃນເກນມາດຕະຖານຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ;
  2. ຕ້ອງເປັນຜະລິດຕະພັນທີ່ເປັນມິດຕໍ່ສິ່ງແວດລ້ອມ ຫຼື ມີຜົນກະທົບຕໍ່ສິ່ງແວດລ້ອມໜ້ອຍທີ່ສຸດເມື່ອທຽບກັບຜະລິດຕະພັນອື່ນ ທີ່ມີຄຸນຄ່າການນໍາໃຊ້ຄືກັນ;
  3. ຕ້ອງເປັນຜະລິດຕະພັນທີ່ໄດ້ຮັບການຢັ້ງຢືນມາດຕະຖານແຫ່ງຊາດ (ມລ) ຫຼື ມາດຕະຖານສາກົນ.

ການສະເໜີຂໍຢັ້ງຢືນສະຫຼາກສີຂຽວ

ຜູ້ທີ່ມີຈຸດປະສົງ ຂໍການຢັ້ງຢືນສະຫຼາກສີຂຽວ ຕ້ອງຍື່ນຄຳຮ້ອງຕໍ່ ກົມອຸດສາຫະກຳ ຫຼື ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງ ໂດຍປະກອບເອກະສານ ດັ່ງນີ້:

  1. ໃບຄໍາຮ້ອງ ຕາມແບບພິມຂອງກົມອຸດສາຫະກຳ;
  2. ສຳເນົາໃບທະບຽນວິສາຫະກິດ;
  3. ສໍາເນົາໃບຢັ້ງຢືນດຳເນີນກິດຈະການໂຮງງານ;
  4. ສໍາເນົາໃບຢັ້ງຢືນມາດຕະຖານແຫ່ງຊາດ (ມລ);
  5. ບົດລາຍງານ ກ່ຽວກັບຂະບວນການຜະລິດ ແລະ ມາດຕະການຄຸ້ມຄອງສິ່ງແວດລ້ອມ;
  6. ໃບມອບສິດ ກໍລະນີໃຫ້ຜູ້ຕາງໜ້າຍື່ນເອກະສານ.
  7. ສຳເນົາໃບຢັ້ງຢືນເຄື່ອງໝາຍການຄ້າ (ຖ້າມີ);
  8. ສໍາເນົາໃບຢັ້ງຢືນມາດຕະຖານສາກົນ ຫຼື ລາງວັນອຸດສາຫະກໍາດີເດັ່ນ (ຖ້າມີ);

ການພິຈາລະນາອອກໃບຢັ້ງຢືນສະຫຼາກສີຂຽວ ມີ 4 ຂັ້ນຕອນ ດັ່ງນີ້:

  1. ການກວດກາດ້ານເອກະສານ;
  2. ການກວດກາສະຖານທີ່ຕົວຈິງ;
  3. ກອງປະຊຸມປຶກສາຫາລືກັບພາກສ່ວນທີ່ກ່ຽວຂ້ອງ;
  4. ການອອກໃບຢັ້ງຢືນສະຫຼາກສີຂຽວ.

ສອບຖາມຂໍ້ມູນເພີມເຕີມກະລຸນາຕິດຕໍ່ ພະແນກສິ່ງແວດລ້ອມ ແລະ ຄວາມປອດໄພອຸດສາຫະກໍາ, ກົມອຸດສາຫະກຳ, ກະຊວງອຸດສາຫະກໍາ ແລະ ການຄ້າ. ເບີໂທຕິດຕໍ່: 021 451930 ຫຼື 021 452425.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
You can provide comment/feedback on draft legislation to relevant government agencies for improvement before entering into force.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ຮ່າງ ນິຕິກໍາ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດໍາເນີນທຸລະກິດ
 
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ມາດຕາ 8 ຂອງ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟແລະ ນໍ້າມັນຫຼໍ່ລື່ນ, ເລກທີ.........../ອຄ, ວັນທີ........... ມີນາ 2025. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້ມູນຕິດຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?