ຝຶກອົບຮົມວຽກງານ ອີຊີໂອ (e-CO) ໃຫ້ເຈົ້າໜ້າທີ່ ແລະ ຜູ້ປະກອບການ ຢູ່ 5 ແຂວງພາກເໜືອ

ໃນລະຫວ່າງ ວັນທີ 8-9 ຕຸລາ 2024 ທີ່ ແຂວງ ອຸດົມໄຊ, ກົມການຄ້າຕ່າງປະເທດ (ກົມ ຄຕ), ກະຊວງອຸດສາຫະກໍາ ແລະ ການຄ້າ (ກະຊວງ ອຄ) ຮ່ວມມືກັບ ອົງການພັດທະນາສາກົນ ສະຫະລັດອາເມລິກາ ຜ່ານໂຄງການສ້າງສະພາບແວດລ້ອມທີ່ເອື້ອອຳນວຍໃຫ້ແກ່ພາກທຸລະກິດ (USAID)  ໄດ້ຈັດກອງປະຊຸມຝຶກອົບຮົມ ກ່ຽວກັບການນຳໃຊ້ລະບົບອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທາງເອເລັກໂຕຣນິກ ໂດຍການເປັນປະທານຮ່ວມຂອງ ທ່ານ ພຸດສະຫວັນ ຂຸນຈັນທະ, ຮອງຫົວໜ້າກົມ ຄຕ, ແລະ ທ່ານ ຊາຍຄໍາ ພົມບົວທອງ, ຮອງຫົວໜ້າພະແນກ ອຸດສາຫະກໍາ ແລະ ການຄ້າ ແຂວງ ອຸດົມໄຊ ມີເຈົ້າໜ້າທີ່ ແລະ ຜູ້ປະກອບການ ເຂົ້າຮ່ວມຫຼາຍກວ່າ 70 ທ່ານ.

ການຝຶກອົບຮົມຄັ້ງນີ້ ເປັນສ່ວນໜຶ່ງຂອງຄວາມພະຍາຍາມຢ່າງຕໍ່ເນື່ອງຂອງກະຊວງອຸດສາຫະກຳ ແລະ ການຄ້າ ໃນການສ້າງຄວາມເຂັ້ມແຂງ ແລະ ຄວາມຊໍານານໃຫ້ແກ່ເຈົ້າໜ້າທີ່ລັດ ແລະ ຜູ້ປະກອບການ ໃນການນຳໃຊ້ລະບົບອອກໃບຍັ້ງຢືນແຫຼ່ງກຳເນີດສິນຄ້າທາງເອເລັກໂຕຣນິກ (e-CO) ລຸ້ນປັບປຸງໃໝ່ ທີ່ໄດ້ເປີດນໍາໃຊ້ເປັນທາງການໃນວັນທີ 31 ກໍລະກົດ 2024 ທີ່ຜ່ານມາ, ຊຶ່ງລະບົບ e-CO, ເປັນເຄື່ອງມືອຳນວຍຄວາມສະດວກໃນການຍື່ນຂໍ ແລະ ອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າ ທີ່ໄດ້ຮັບສິດທິພິເສດທາງການຄ້າ, ຊ່ວຍໃຫ້ບັນດາວິສາຫະກິດສາມາດຮຽກຮ້ອງສິດທິພິເສດທາງການຄ້າ ລະຫວ່າງປະເທດ.

ທ່ານ ພຸດສະຫວັນ ຂຸນຈັນທະ, ຮອງຫົວໜ້າ ກົມ ຄຕ ໄດ້ກ່າວວ່າ "ການຝຶກອົບຮົມໃນຄັ້ງນີ້ ເປັນການສ້າງຄວາມເຂັ້ມແຂງໃຫ້ແກ່ພາກລັດ ແລະ ພາກທຸລະກິດ ໃນການນຳໃຊ້ລະບົບ (e-CO) ແນ່ໃສ່ອໍານວຍຄວາມສະດວກໃຫ້ແກ່ການສົ່ງອອກ ແລະ ປັບປຸງສະພາບແວດລ້ອມໃນການດຳເນີນທຸລະກິດ ແລະ ຊ່ວຍສ້າງໂອກາດໃໝ່ໆ ສຳລັບການເຕີບໂຕທາງດ້ານເສດຖະກິດຂອງ ສປປ ລາວ”.

ພ້ອມດຽວກັນ, ທ່ານ ຊາຍຄຳ ພົມບົວທອງ, ຮອງຫົວໜ້າພະແນກ ອຸດສາຫະກໍາ ແລະ ການຄ້າ ແຂວງອຸດົມໄຊ ກໍ່ໄດ້ກ່າວເພີມເຕີມວ່າ “ການຝຶກອົບຮົມນີ້ ຖືເປັນບາດກ້າວທີ່ສຳຄັນໃນການສ້າງຄວາມທັນສະໄໝ ໃຫ້ແກ່ຂະບວນທາງການຄ້າ. ພວກເຮົາສະແດງຄວາມຂອບໃຈ ກົມ ຄຕ ແລະ ໂຄງການ USAID ທີ່ໄດ້ຈັດກອງປະຊຸມຝຶກອົບຮົມໃນຄັ້ງນີ້ ເຮັດໃຫ້ພວກເຮົາມີຄວາມເຂົ້າໃຈໃນລະບົບ e-CO ຫຼາຍຂຶ້ນ ແລະ ຈະຊ່ວຍປັບປຸງການບໍລິການອອກໃບຍັ້ງຢືນແຫຼ່ງກໍາເນີດສິນຄ້າທາງເອເລັກໂຕຣນິກ ໃຫ້ແກ່ພາກທຸລະກິດພາຍໃນແຂວງ ອຸດົມໄຊ ແລະ ບັນດາແຂວງພາກເໜືອ.”  

 

ສໍາລັບພາກສ່ວນໃດທີ່ສົນໃຈໃນຂໍ້ມູນກ່ຽວກັບການອອກໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າທາງເອເລັກໂຕຣນິກ ທີ່ໄດ້ຮັບສິດທິພິເສດ ແມ່ນສາມາດສອບຖາມລາຍລະອຽດເພີ່ມຕື່ມໄດ້ທີ່ ພະແນກຄຸ້ມຄອງແຫຼ່ງກຳເນີດສິນຄ້າ, ກົມການຄ້າຕ່າງປະເທດ, ກະຊວງອຸດສາຫະກຳ  ແລະ ການຄ້າ  ເບີໂທ: 021 450 255 ຫຼື ສຶກສາຂໍ້ມູນໄດ້ທີ່ເວັບໄຊທ໌ https://ecolao.gov.la/.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
You can provide comment/feedback on draft legislation to relevant government agencies for improvement before entering into force.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ຮ່າງ ນິຕິກໍາ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດໍາເນີນທຸລະກິດ
 
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ມາດຕາ 8 ຂອງ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟແລະ ນໍ້າມັນຫຼໍ່ລື່ນ, ເລກທີ.........../ອຄ, ວັນທີ........... ມີນາ 2025. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້ມູນຕິດຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?