ລັດຖະມົນຕີເສດຖະກິດອາຊຽນ ຫາລືແຜນການພັດທະນາແບບຍືນຍົງຂອງອາຊຽນ ແລະ ການຮ່ວມມືດ້ານເສດຖະກິດກັບພາຍນອກ

     ກອງປະຊຸມລັດຖະມົນຕີເສດຖະກິດອາຊຽນ ຄັ້ງທີ 56 ໄດ້ຈັດຂຶ້ນຢ່າງເປັນທາງການ ໃນວັນທີ 17 ກັນຍາ 2024, ທີ່ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຂອງ ທ່ານ ມະໄລທອງ ກົມມະສິດ, ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ແຫ່ງ ສປປ ລາວ, ທັງເປັນປະທານລັດຖະມົນຕີເສດຖະກິດອາຊຽນ ປີ 2024, ມີທ່ານ ກາວ ກິມຮຸນ, ເລຂາທິການໃຫຍ່ອາຊຽນ, ບັນດາລັດຖະມົນຕີເສດຖະກິດອາຊຽນ,  ລັດຖະມົນຕີການຄ້າ ແລະ ອຸດສາຫະກໍາ ຕິມໍເລສເຕ, ບັນດາທ່ານຫົວໜ້າຄະນະຜູ້ແທນຂອງປະເທດສະມາຊິກອາຊຽນເຂົ້າຮ່ວມ.

     ທ່ານ ມະໄລທອງ ກົມມະສິດ ໄດ້ກ່າວໃນກອງປະຊຸມຄັ້ງນີ້ວ່າ: ຈະໄດ້ພ້ອມກັນຄົ້ນຄວ້າ ແລະ ປຶກສາຫາລືລົງເລິກ ໃນຫຼາຍປະເດັນ, ເພື່ອແນໃສ່ເຮັດໃຫ້ພາກພື້ນອາຊຽນ ກາຍເປັນພາກພື້ນທີ່ດຶງດູດການລົງທຶນຂອງຕ່າງປະເທດ ແລະ ພ້ອມທີ່ຈະຮັບມືກັບສະພາບການຜັນແປໃນປັດຈຸບັນ, ພ້ອມທັງຈະໄດ້ລົງເລິກປຶກສາຫາລື ກ່ຽວກັບການຈັດຕັ້ງປະຕິບັດບັນດາແຜນວຽກບູລິມະສິດ ສໍາລັບປີ 2024, ຄວາມຄືບໜ້າຂອງການສ້າງປະຊາຄົມເສດຖະກິດອາຊຽນ 2025 ແລະ ວິໄສທັດຮອດປີ 2045, ແຜນການພັດທະນາແບບຍືນຍົງຂອງອາຊຽນ ແລະ ການຮ່ວມມືດ້ານເສດຖະກິດກັບພາຍນອກ.

     ຊຶ່ງກອງປະຊຸມໃນຄັ້ງນີ້ ຈັດຂຶ້ນໃນທ່າມກາງທີ່ສະພາບການຂອງໂລກ ແລະ ພາກພື້ນກໍາລັງຜັນແປໄປຢ່າງສະຫຼັບຊັບຊ້ອນ ໂດຍສະເພາະ ສະພາບເສດຖະກິດ ແລະ ການເງິນ ຂອງພາກພື້ນ ແລະ ສາກົນ ຍັງສືບຕໍ່ປະເຊີນກັບຄວາມບໍ່ໝັ້ນທ່ຽງ ທີ່ໄດ້ຮັບຜົນກະທົບຈາກ ການແຜ່ລະບາດຂອງພະຍາດໂຄວິດ-19, ການປ່ຽນແປງຂອງສະພາບດິນຟ້າອາກາດ ແລະ ຄວາມຂັດແຍ່ງທາງດ້ານພູມສາດການເມືອງ ໃນພາກພື້ນ ແລະ ສາກົນ ຊຶ່ງຮຽກຮ້ອງໃຫ້ພວກເຮົາຕ້ອງເພີ່ມທະວີຄວາມສາມັກຄີເປັນໜຶ່ງດຽວ ແລະ ຮ່ວມມືກັນຢ່າງສະໜິດແໜ້ນ ເພື່ອຊອກຫາມາດຕະການທີ່ເໝາະສົມ ໃນການແກ້ໄຂບັນດາສິ່ງທ້າທາຍເຫຼົ່ານັ້ນ ແລະ ພ້ອມກັນປະຕິບັດຄໍາຂວັນຂອງອາຊຽນສໍາລັບປີ 2024 ຄື: ອາຊຽນ: ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງ.

     ທ່ານ ມະໄລທອງ ກົມມະສິດ ກ່າວຕື່ມອີກວ່າ: ບັນດາເຫດການທີ່ກ່າວມານັ້ນ ໄດ້ສ້າງໂອກາດ ແລະ ສິ່ງທ້າທາຍ ຕໍ່ກັບພາກພື້ນອາຊຽນຂອງພວກເຮົາ ຊຶ່ງສະແດງອອກຕົວເລກການຂະຫຍາຍຕົວທາງດ້ານເສດຖະກິດ ຂອງອາຊຽນ ສະເລ່ຍ ແມ່ນ 4,1% ໃນປີ 2023 ແລະ ຄາດວ່າ ຈະເພີ່ມຂຶ້ນເປັນ 4,6% ໃນປີ 2024. ການລົງທຶນໃນອາຊຽນ ໄດ້ເພີ່ມຂຶ້ນ 0,3% ຈາກ 229 ຕື້ໂດລາ ໃນປີ 2022 ມາເປັນ 230 ຕື້ໂດລາ ໃນປີ 2023. ມູນຄ່າການຄ້າດ້ານສິນຄ້າຂອງອາຊຽນ ໄດ້ຫຼຸດລົງ 1,2% ຈາກ 3.846 ຕື້ໂດລາ ໃນ ປີ 2022 ມາເປັນ 3.525 ຕື້ໂດລາ ໃນປີ 2023 ແລະ ຄາດວ່າ ຈະເພີ່ມຂຶ້ນມາເປັນ 3.617 ຕື້ໂດລາ ໃນປີ 2024.

 

ແຫຼ່ງຂໍ້ມູນຂ່າວສານ: ກະຊວງ ອຸດສາຫະກໍາ ແລະ ການຄ້າ: https://www.moic.gov.la/?p=13636

 

 

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
You can provide comment/feedback on draft legislation to relevant government agencies for improvement before entering into force.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ຮ່າງ ນິຕິກໍາ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດໍາເນີນທຸລະກິດ
 
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ມາດຕາ 8 ຂອງ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟແລະ ນໍ້າມັນຫຼໍ່ລື່ນ, ເລກທີ.........../ອຄ, ວັນທີ........... ມີນາ 2025. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້ມູນຕິດຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?